ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ບໍ່ຢາກໃຫ້​ມີ ການຕັດ ການໃຊ້​ຈ່າຍ ​ແບບອັດຕະ​ໂນ​ມັດ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານ Barack Obama ກ່າວ​ວ່າ
ທ່ານຕ້ອງການ​ຢາກ​ໃຫ້ລັດຖະສະພາຫາ​ທາງຫລີກ​ລ່ຽງບໍ່​ໃຫ້
​ເກີດ ​ໃນອັນ​ທີ່ທ່ານ​ຮ້ອງ​ວ່າ ການ​ຕັດ​ການ​ໃຊ້​ຈ່າຍ ຢ່າງ​ອັດ
ຕະ​ໂນ​ມັດທີ່​ເປັນ​ອັນຕະລາຍຊຶ່ງຈະ​ເປັນ​ໄພຂົ່ມຂູ່ຕໍ່​ວຽກ​ການ ​
ຂອງ​ຊາວອາ​ເມຣິກັນ ຫລາຍ​ພັນ​ຄົນ ຖ້າ​ຫາກ​ພວກນັກ​ການ
​ເມືອງບໍ່​ທໍາ​ການ​ປ່ຽນ​ແປງ​ກ່ຽວ​ກັບ​ເລື່ອງງົບປະມານຂອງ​ປະ
​ເທດ ​ພາຍໃນ​ວັນ​ທີ 1 ເດືອນມີນາ​ນີ້.

ທ່ານ Obama ​ໄດ້​ຮຽກຮ້ອງ ​ຕໍ່​ບັນດາ​ສະມາຊິກ​ລັດຖະສະ
ພາ​ສະຫະລັດຢູ່​ໃນ​ຄຳ​ປາ​ໄສປະ​ຈໍາ​ສັບປະດາຂອງ​ທ່ານ​ໃນ
​ວັນ ​ເສົາມື້ນີ້ ​ເພື່ອ​ໃຫ້​ “ທຳການ​ປ່ຽນ​ແປງ​ທີ່ສົມເຫດສົມ​ຜົນ” ​
ກ່ຽວ​ກັບໂຄງການຊ່ວຍ​ເຫຼືອທີ່​ສຳ​ຄັນ​ຕ່າງໆຂອງ​ລັດຖະບານ
​ແລະ​ກົດ​ລະບຽບການເກັບພາສີ ​ເພື່ອ​ໃຫ້ບັນລຸ​ການ​ຕັດ​ການ
​ຂາດ​ດຸນງົບປະມານ​ລົງ 4 ພັນ​ຕື້ໂດລາ ທີ່ຈຳ​ເປັນ​ ເພື່ອ​ເຮັ​ດ​ໃຫ້​ເສດຖະກິດຂອງ​ປະ​ເທດ​
ມີ​ສະຖຽນ​ລະ​ພາບ.



ປະທານາທິບໍດີກ່າວ​ວ່າ ລັດຖະສະພາ​ໄດ້​ຕັດ​ການ​ຂາດ​ດຸນ​ງົບປະມານ ລົງຫລາຍ​ກວ່າ​ເຄິ່ງນຶ່ງ​ແລ້ວ ​ດ້ວຍການ​ສ້າງ​ຄວາມ​ກໍ້າເກິ່ງໃນ​ການຕັດການໃຊ້​ຈ່າຍ​ລົງ ​ແລະ​ເກັບພາສີ
ສູງຂຶ້ນ​ສຳລັບຊາວ​ອາ​ເມຣິກັນທີ່​ຮັ່ງມີ. ທ່ານ​ໄດ້​ຮຽກຮ້ອງ​ໃຫ້ພວກ​ນັກ​ການ​ເມືອງ ຈົ່ງ​ທຳ​
ການ​ຕັດ​ທີ່ຄ້າຍຄື​ກັນ ນີ້ ພາຍໃນເສັ້ນ​ຕາຍ​ວັນ​ທີ 1 ມີນາ.

ຢູ່​ໃນ​ຄໍາ​ຖະ​ແຫລ​ງປະ​ຈໍາ​ສັບປະດາ ​ຂອງພັກ​ຣີພັບ​ບລິກັນນັ້ນ ສະມາຊິກ​ສະພາ​ສູງ Lisa Murkowski ຈາກ​ລັດ​ Alaska ກ່າວ​ວ່າ ສະຫະລັດກໍາລັງ​ກ້າວ​ເຂົ້າ​ສູ່​ຍຸກ ການ​ມີ​ພະລັງ
ງານ​ໃຊ້ ​ເປັນ​ຈຳນວນ​ມະຫາສານ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ນາງ Murkowski ກ່າວ​ວ່າ ​ໂຄງການ​ພະລັງງານ ມັກ​ຈະຖືກ​ແກ່​ດຶງໄວ້ “ຈາກ​ກົດ​ລະ​ບຽບທີ່​ສ້າງ​ຄວາມ​ຍຸ່ງຍາກ ການ
ຊັກ​ຊ້າ​ໃນ​ການ​ໃຫ້​ອະນຸຍາດ ​ແລະ​ການ​ຟ້ອງ​ຮ້ອງ​ທີ່​ຫຼາຍ​ເກີນ​ໄປ.”

XS
SM
MD
LG