ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ປະຕິຍານ ວ່າ ຈະໃຊ້ສິດຢັບຢັ້ງ ຮ່າງກົດໝາຍ ທີ່ຈະຢຸດ ແຜນຮັບເອົາ ອົບພະຍົບຊີເຣຍ ແລະອີຣັກ

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ສະແດງທ່າທີ ໃນລະຫວ່າງ ໃຫ້ຄຳເຫັນ ຕໍ່ບັນດານັກຂ່າວ ຫຼັງຈາກກອງປະຊຸມ ສອງຝ່າຍ ກັບ ນາຍົກລັດຖະມົນຕີ ການາດາ ທ່ານ Justin Trudeau ຄຽງຂ້າງກອງປະຊຸມສຸດຍອດ Asia-Pacific Economic Cooperation (APEC) ໃນນະຄອນຫຼວງມານີລາ, ປະເທດຟີລິບປິນ, ວັນທີ 19 ພະຈິກ 2015.

ສະມາຊິກສະພາ ສະຫະລັດ ກຳລັງວາງແຜນວ່າ ຈະລົງຄະ
ແນນສຽງ ໃນວັນພະຫັດມື້ນີ້ ກ່ຽວກັບຮ່າງກົດໝາຍສະໜັບ
ສະໜູນ ໂດຍສຽງສ່ວນໃຫຍ່ຂອງພັກ ຣີພັບບລີກັນ ທີ່ຈະຢຸດ
ໂຄງການຂອງລັດຖະບານ ທ່ານ ໂອບາມາ ເພື່ອຕັ້ງຖິ່ນຖານ
ໃຫ້ແກ່ອົບພະຍົບຈາກ ອີຣັກ ແລະ ຊີເຣຍ ຢູ່ໃນສະຫະລັດ.
ທ່ານປະທານາທິບໍດີ ຂົ່ມຂູ່ວ່າຈະໃຊ້ສິດຢັບຢັ້ງຮ່າງກົດໝາຍ
ດັ່ງກ່າວ.

ໃນວັນພຸດວານນີ້, ປະທານສະພາຕ່ຳພັກຣິພັບບລີກັນຄົນໃໝ່
ທ່ານ Paul Ryan ໄດ້ກ່າວຢູ່ໃນສະພາຕ່ຳກ່ຽວກັບການໂຈມ
ຕີກໍ່ການຮ້າຍ ໃນນະຄອນຫຼວງ ປາຣີ ເມື່ອວັນສຸກຜ່ານມາວ່າ
“ເຫດການດັ່ງກ່າວ ໄດ້ເຮັດໃຫ້ ພວກເຮົາສະເທືອນໃຈໝົດທຸກຄົນ.. ແຕ່ວ່າປະຊາຄົມ
ໂລກ ຈະສາມັກຄີກັນ ແລະ ການກໍ່ວິນາດສະກຳກໍຈະບໍ່ຖືກແຜ່ລາມອອກໄປຕື່ມ.”

ຜູ້ນຳພັກເດມໂມແຄຣັດ ສະພາຕ່ຳ ທ່ານນາງ Nancy Pelosi ຈາກລັດ California (ຂວາ) ກ່າວຖະແຫລງ ໃນຄະນະທີ່ ຜູ້ນຳສຽງສ່ວນນ້ອຍ ສະພາສູງ ທ່ານ Harry Reid ຈາກລັດ Nevada (ຊ້າຍ) ຢືນຟັງຢູ່ນັ້ນ.
ຜູ້ນຳພັກເດມໂມແຄຣັດ ສະພາຕ່ຳ ທ່ານນາງ Nancy Pelosi ຈາກລັດ California (ຂວາ) ກ່າວຖະແຫລງ ໃນຄະນະທີ່ ຜູ້ນຳສຽງສ່ວນນ້ອຍ ສະພາສູງ ທ່ານ Harry Reid ຈາກລັດ Nevada (ຊ້າຍ) ຢືນຟັງຢູ່ນັ້ນ.

ທ່ານ Ryan ໄດ້ກ່າວ່າ ການໂຈມຕີແມ່ນການເຕືອນຄວາມຈຳພວກເຮົາ ວ່າມັນມີ ມານຮ້າຍ
ຢູ່ທາງນອກ, ແລະ ມັນບໍ່ສາມາດຖືກລະເລີຍ ຫຼື ອົດກັ້ນ ໄວ້ໄດ້. ມັນຕ້ອງຖືກລົບລ້າງ.

ທ່ານໄດ້ກ່າວວ່າ ປະຊາຊົນ ອາເມຣິກາ ເກີຄວາມບໍ່ສະບາຍໃຈ ຫຼັງຈາກ ການໂຈມຕີ ແລະ
ຕ້ອງການໆເຮັດໃຫ້ໝັ້ນໃຈໃໝ່ວ່າ ສະຫະລັດ ແມ່ນ ກຳລັງເຮັດທຸກຢ່າງ ທີ່ຕົນສາມາດ
ເຮັດໄດ້ເພື່ອກວດສອບຜູ້ຊອກລີ້ໄພ ຈາກຄວາມຮຸນແຮງໃນ ອີຣັກ ແລະ ຊີເຣຍ.

ໃນຖະແຫຼງການແຈ້ງໂດຍຫ້ອງການແຫ່ງການບໍລິຫານ ແລະ ງົບປະມານ, ທຳນຽບຂາວ
ໄດ້ກ່າວວ່າ ຮ່າງກົດໝາຍສະພາຕ່ຳ ຈະເພີ່ມ “ຂໍ້ກຳນົດທີ່ບໍ່ຈຳເປັນ ແລະ ບໍ່ສາມາດປະ
ຕິບັດໄດ້”
ໃນຂັ້ນຕອນການຄັດເລືອກຊາວອົບພະຍົບ.

ຖະແຫຼງການນັ້ນກ່າວວ່າ ທ່ານປະທານາທິບໍດີ ຈະໃຊ້ອຳນາດຢັບຢັ້ງຮ່າງກົດໝາຍ ດັ່ງກ່າວ.
“ການເຮັດໃຫ້ຫຼາຍຊີວິດຕົກຢູ່ໃນອັນຕະລາຍ ແລະ ຄວາມສຳຄັນຍິ່ງຕໍ່ຄູ່ ຮ່ວມງານ
ຂອງ ພວກເຮົາໃນ ຕາເວັນອອກກາງ ແລະ ຢູໂຣບ ກ່ຽວກັບການເປັນຜູ້ນຳຂອງຄົນ
ອາເມຣິກາ ໃນການຕອບຮັບວິກິດ ການອົບພະຍົບ ຊີເຣຍ.”

Congress Syria Refugee
please wait

No media source currently available

0:00 0:01:23 0:00

XS
SM
MD
LG