ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ປ. Obama ສ້າງຄວາມ​ແປກ​ໃຈ​ ໃຫ້​ທະຫານ ອາ​ເມຣິກັນ ຢູ່ທີ່ ອັຟການິສຖານ (ວີດີໂອ)


President Obama Makes Unannounced Trip to Afghanistan
please wait

No media source currently available

0:00 0:01:56 0:00

ທ່ານ​ ໂອບາມາ ໄດ້​ກ່າວ​ຄຳປາ​ໄສ​​ ຕໍ່ບັນດາທະຫານອາເມຣິກັນ ໃນ​ທ້າ​ຍວັນ​ອາທິດ ຢູ່​ທີ່ ຄ້າຍ​ເດີ່ນ​ບິນ Bagram Airfield​.

ປະທາ​ນາ​ທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ເດີນ
ທາງ​ອອກ​ຈາກ​ອັຟກາ​ນິສຖານ ຫຼັງຈາກສ້າງຄວາມ​ແປກ​ໃຈ​
ໃຫ້​ແກ່ບັນດາທະຫານອາ​ເມຣິກັນ ດ້ວຍການຢ້ຽມຢາມ​ ເປັນ
​ເວລາ 4 ຊົ່ວ​ໂມງ ເນື່ອງ​ໃນ​ອາ​ທິດ ​ຂອງວັນ​ລະ​ລຶກ​ເຖິງ​ ທະຫານ​
ຜ່ານ​ເສິກນັ້ນ.

ທ່ານ​ໄດ້​ກ່າວ​ຄຳປາ​ໄສໃນ​ທ້າ​ຍວັນ​ອາທິດ ຢູ່​ທີ່ ຄ້າຍ​ເດີ່ນ​ບິນ
Bagram Airfield ​ແລະໄດ້​ບອກ​ບັນດາ​ທະຫານ​ວ່າ ທ່ານ​ມີ
​ຄວາມ​ຮູ້ສຶກ​ຂອບ​ໃຈ ສຳ​ລັບ​ການ​ປະຕິບັດ​ໜ້າ​ທີ່ ຂອງ​ພວກ​
ເຂົາເຈົ້າ ທ່າ​ນ​ເອີ້ນ​ພວກ​ເຂົາ​ເຈົ້າ​ວ່າ​ເປັນ “ວິລະ​ບຸຣຸດ ຢ່າງ​
ແທ້​ຈິງ”
.

ປ. ໂອບາມາ ໄດ້ຖືກຕ້ອນຮັບ ໂດຍເອກອັກຄະລັດຖະທູດ ປະຈຳ ອັຟການິສຖານ ທ່ານ James Cunningham ແລະ ນາຍພົນ Joseph Dunfore ຜູ້ບັນຊາການ ກຳລັງ ຮັກສາຄວາມປອດໄພ ນາໆຊາດ.
ປ. ໂອບາມາ ໄດ້ຖືກຕ້ອນຮັບ ໂດຍເອກອັກຄະລັດຖະທູດ ປະຈຳ ອັຟການິສຖານ ທ່ານ James Cunningham ແລະ ນາຍພົນ Joseph Dunfore ຜູ້ບັນຊາການ ກຳລັງ ຮັກສາຄວາມປອດໄພ ນາໆຊາດ.

ທ່ານ ​ໂອ​ບາ​ມາ ​ເວົ້າວ່າ ພວກເຂົ້າໄດ້​ປະຕິບັດ​ໜ້າ​ທີ່ ໃນອັຟກາ​ນິສຖານ ຢ່າງ​ຄົບ​ຖ້ວນ ​ແລະ​ໄດ້ຂ້າພວກຜູ້ນຳ​ຂອງ Al-Qaida ຢູ່​ໃນ​ເຂດ​ຊົນ​ເຜົ່າ​ຕ່າງໆ ຫັນ​ປ່ຽນ​ກຳລັງ​ເຄື່ອ​ນ​ໄຫວຂອງ​ພວກ Taliban ​ແລະ ​ປົກ​ປ້ອງ​ຊີວິດ​ປະຊາຊົນ​ທີ່ຢູ່​ທາງ​ບ້ານ​ດ້ວຍ​ການ​ສະກັດ​ກັ້ນການ​ໂຈມ​ຕີ​ ຕ່າງໆ​ຈາກ​ຂົງ​ເຂດ​ດັ່ງກ່າວ.

ທ່ານ ​ເວົ້າຕື່ມວ່າ ທ່ານ​ຫວັງ​ວ່າ​ ຂໍ້​ຕົກລົງຄວາມ​ໝັ້ນຄົງ ລະຫວ່າງ ສະຫະ​ລັດ​ກັບ​ອັຟການ ຈະ​ໄດ້​ຖືກ​ລົງ​ນາມໂດຍ​ທັນ​ທີ ​ໃນ​ເມື່ອ​ປະທາ​ນາ​ທິບໍດີ​ຜູ້​ໃໝ່​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ທາງ​ການ​.

ກ່ອນ ​ທີ່​ຈະ​ເດີນທາງ ອອກ​ຈາກ​ອັຟກາ​ນິສຖານ ທ່ານ ​ໂອ​ບາ​ມາ ຮຽກຮ້ອງ​ເຖິງ ​ປະທາ​ນາ​ທິບໍດີ ທ່ານ Hamid Karzai ​ເພື່ອ​ຍ້ອງຍໍ​ຜົນສຳ​ເລັດ​ຂອງ​ກອງ​ກຳ​ລັງຮັກສາ​ຄວາມ​ປອດ​ໄພ​ຕ່າງໆ ​ແລະ ຜົນສຳ​ເລັດ​ຂອງ​ການ​ເລືອກ​ຕັ້ງ ປະທາ​ນາ​ທິບໍດີ ໃນ​ຄັ້ງທຳ​ອິດ ​ແລະ ສະແດງ​ການ​ສະໜັບສະໜຸນ ສຳລັບຂະ​ບວນການເຈລະຈາ ​ປະນີປະນອມ​ ການນຳຂອງ ອັຟການ ກັບ Taliban.
ເບິ່ງວີດີໂອເລື້ອງນີ້.
please wait

No media source currently available

0:00 0:01:15 0:00
XS
SM
MD
LG