ປະທານາທິບໍດີ ສະຫະລັດ ທ່ານ Barack Obama ໄດ້ໄປຢ້ຽມ
ຢາມເມືອງ Moore ທີ່ຖືກພາຍຸຫົວກຸດທໍາລາຍ ຢູ່ພາກກາງຕອນ
ໃຕ້ຂອງ ລັດ Oklahoma ຊຶ່ງທ່ານໄດ້ໃຫ້ຄວາມອົບອຸ່ນ ແລະສະ
ເໜີໃຫ້ການຊ່ວຍເຫລືອລະຍະຍາວ ຂອງລັດຖະບານກາງ ແກ່
ບັນດາຜູ້ລອດຊີວິດ ຈາກພາຍຸທີ່ເຮັດໃຫ້ມີຜູ້ເສຍຊີວິດ 24 ຄົນ
ໃນອາທິດແລ້ວນີ້.
ຂະນະທີ່ຢືນຢູ່ຂ້າງຊາກຫັກພັງຂອງໂຮງຮຽນປະຖົມແຫ່ງນຶ່ງ ຢູ່
ເມືອງ Moore ໃນວັນອາທິດວານນີ້ ທ່ານ Obama ກ່າວວ່າ ມັນ
“ເປັນທີ່ເຂົ້າໃຈຍາກ” ກ່ຽວກັບຄວາມເສຍຫາຍ ຈາກພາຍຸຫົວກຸດ
ທີ່ມີຄວາມ ແຮງຂະໜາດ EF-5 ທີ່ບໍ່ສູ້ເກີດຂຶ້ນ ຊຶ່ງມີຄວາມແຮງ
ສຸດໃນລະດັບ ຂອງພາຍຸຫົວກຸດຢູ່ໃນສະຫະລັດນັ້ນ. ສິບຄົນທີ່
ເສຍຊີວິດໄປນັ້ນແມ່ນເດັກນ້ອຍ ຮວມທັງພວກນັກຮຽນອີກ7 ຄົນ
ທີ່ຢູ່ໃນໂຮງຮຽນແຫ່ງນັ້ນ ໃນເວລາພາຍຸພັດເຂົ້າມາ.
ພາຍຸຫົວກຸດລູກນີ້ ຍັງເຮັດໃຫ້ 377 ຄົນໄດ້ຮັບບາດເຈັບ ແລະ
ສ້າງຄວາມເສຍຫາຍໃຫ້ແກ່ 1,200 ຫລັງຄາເຮືອນ ໂຮງຮຽນ
ປະຖົມອີກນຶ່ງຫລັງ ແລະໂຮງໝໍນຶ່ງຫລັງ. ຄວາມເສຍຫາຍ ຄາດຄະເນວ່າ ຕົກເປັນປະມານ
2 ພັນລ້ານໂດລາ.
ໂດຍມີຜູ້ປົກຄອງລັດ Oklahoma ທ່ານນາງ Mary Fallin ແລະ ເຈົ້າໜ້າທີ່ຄົນອຶ່ນໆ ຢືນຢູ່ຄຽງຂ້າງນັ້ນ ທ່ານ Obama ໄດ້ຮຽກຮ້ອງ ໃຫ້ຜູ້ຄົນພາກັນບໍລິຈາກເງິນ ໃຫ້ແກ່ ສະພາກາແດງອາເມຣິກັນ ເພື່ອຊ່ວຍເຫລືອເມືອງ Moore ໃຫ້ຟື້ນໂຕຄືນມາໃໝ່.
ທ່ານຍັງໄດ້ໃຫ້ຄໍາໝັ້ນສັນຍາວ່າ ຊາວເມືອງຜູ້ທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກນັ້ນ ຈະໄດ້ຮັບການຊ່ວຍເຫລືອຈາກ FEMA ຫລືຫ້ອງການຄຸ້ມຄອງໄພສຸກເສີນ ຂອງລັດຖະບານ
ກາງ.
ທ່ານໂອບາມາ ຍັງໄດ້ພົບປະກັບຊາວເມືອງຜູ້ລອດຊີວິດມາໄດ້ ແລະໄປຢ້ຽມຢາມສະຖານີ
ລົດດັບເພິງ ທີ່ໄດ້ຖືກໃຊ້ເປັນສູນກາງບັນຊາການພວກພະນັກງານສຸກເສີນ ທີ່ທ່ານຍ້ອງຍໍສັນລະເສີນວ່າ ໄດ້ຊ່ວຍຫລາຍໆຊີວິດໄວ້ໄດ້ນັ້ນ.