ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ໄປຢ້ຽມຢາມ ຄ້າຍທະຫານ ໃນໂອກາດບຸນ ຄຣິສມັສ


ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ແລະປະທານາທິບໍດີ Barack Obama ສະແດງ ຄວາມຂອບໃຈຕໍ່ພວກທະຫານ ແລະຄອບຄົວ ທີ່ຄ້າຍທະຫານມາຣີນ ຢູ່ລັດຮາວາຍ.
ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ແລະປະທານາທິບໍດີ Barack Obama ສະແດງ ຄວາມຂອບໃຈຕໍ່ພວກທະຫານ ແລະຄອບຄົວ ທີ່ຄ້າຍທະຫານມາຣີນ ຢູ່ລັດຮາວາຍ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາໄດ້​ສະ​ເຫຼີ​ມ
ສະຫລອງ​ວັນ​ຄຣິສມັສ ​ທີ່​ລັດ​ຮາ​ວາຍ​ ດ້ວຍ​ການ​ໄປ​ຢ້ຽມຢາມ
​ຄ້າຍ​ທະ​ຫານມາ​ຣີນ​ແຫ່​ງນຶ່ງ​ທີ່​ເກາະ​ດັ່ງກ່າວ​ພ້ອມ​ດ້ວຍ​ຄອບ
ຄົວ​ຂອງ​ທ່ານ.

ການ​ໄປ​ຢ້ຽມຢາມ ​ຄ້າຍ​ທະຫານ​ມາຣີນ ທີ່​ອ່າວ Kaneohe ຢູ່​
ລັດ​ຮາ​ວາຍ​ ໄດ້ກາຍ​ເປັນ​ປະ​ເພນີ​ ປະຈຳ​ປີ​ແລ້ວ.​ ປະທານາທິ
ບໍດີ​ໄດ້​ໄປ​ມີໜ້າ​ທີ່​ບ່ອນ​ກິນ​ເຂົ້າຂອງ​ຄ້າຍບ່ອນ​ທີ່​ທ່ານ​ໄດ້​ກ່າວ
​ເຖິງ​ທະຫານ​ອາ​ກາດ​ອາ​ເມຣິກັນ 6 ຄົນ​ເສຍ​ຊີວິດ​ໃນ​ການ​ໂຈມ​
ຕີ​ສະຫຼະຊີບເມື່ອ​ສັບປະດາ​ແລ້ວຢູ່​ນອກ​ຖານ​ທັບ​ອາກາດ Bag-
ram ​ໃນ​ອັຟກາ​ນິສຖານ.

ພວກ​ທະຫານແລະ​ຄອບຄົວ​ເຂົາ​ເຈົ້າ ໄດ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ບ່ອນ​ກິ​ນ​ເຂົ້າຂອງ​ຄ້າຍ​ເພື່ອ​ຕ້ອນຮັບ​ປະທານາທິບໍດີ ​ແລະ​ສະຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ Michelle ທີ່ໄດ້​ນຸ່ງ​ເຄື່ອງ​ແບບລຽບໆ​ທຳ​ມະ​ດາ ​ສຳລັບ​ອາກາດ​ຮ້ອນ​ຂອງ​ລັດ​ຮາ​ວາຍ.

ປະທານາທິບໍດີເວົ້າ​ວ່າ ການ​ໄປ​ຢ້ຽມຢາມ​ຄ້າຍ​ດັ່ງກ່າວ​ຂອງ​ທ່ານ​ໄດ້​ກາຍ​ມາ​ເປັນສິ່ງ​ນຶ່ງ​
ທີ່​ຄອບຄົວ​ຂອງ​ທ່ານ​ມັກ​ຢາກ​ເຮັດ​ໃນ​ລະຫວ່າງ​ວັນ​ພັກຍ້ອນ​ວ່າ​ມັນ​ໄດ້​ອຳນວຍ​ໃຫ້​ພວກ​
ທ່ານ​ສາມາດ​ກ່າວ​ຂອບ​ໃຈ​ຕໍ່​ພວກ​ທະຫານໆ​ຂອງ​ຊາດແລະ​ການ​ເສຍສະຫຼະຂອງ​ຄອບ
ຄົວ​ເຂົາ​ເຈົ້າ.

Obama Christmas
please wait
Embed

No media source currently available

0:00 0:01:02 0:00

XS
SM
MD
LG