ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ຢ້ຽມຢາມ ເຂດສະຫງວນ ສຳລັບ ຊົນເຜົ່າພື້ນເມືອງ

ພວກນັກຟ້ອນ ຂອງຊົນເຜົ່າພື້ນເມືອງ ອິນເດຍແດງ ຈາກ 20 ເຂດ ໃນລັດດາໂກຕ້າເໜືອ ແລະໃຕ້ ສະແດງການຟ້ອນລຳ ຕ້ອນຮັບການໄປເຖິງ ຂອງ ປ. ໂອບາມາ ແລະພັນລະຍາ ທ່ານນາງ Michelle Obama ທີ່ເຂດສະຫງວນ Standing Rock (13 ມິຖຸນາ 2014)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາໄດ້ເດີນທາງເປັນ
ເທື່ອທຳອິດໄປຢ້ຽມຢາມເຂດສະຫງວນໄວ້ໃຫ້ຊົນເຜົ່າພື້ນເມືອງອາ
ເມຣິກັນ ນັບຕັ້ງແຕ່ທ່ານເຂົ້າຮັບຕຳແໜ່ງ.

ປະທານາທິບໍດີ ແລະພັນລະຍາຂອງທ່ານ ທ່ານນາງ Mitchelle
ໄດ້ເດີນທາງໄປຍັງເຂດ Standing Rock ຊຶ່ງເປັນເຂດສະຫງວນ
ຂອງປະເທດຊົນເຜົ່າ Sioux ຢູ່ທີ່ເມືອງ Cannon Ball ໃນລັດດາ
ໂກຕ້າເໜືອ ຊຶ່ງຕັ້ງຢູ່ໃນເຂດພາກເໜືອ ຕອນກາງຂອງສະຫະລັດ
ນັ້ນ.
ປະທານາທິບໍດີ Barack Obama ແລະສະຕີໝາຍເລກນຶ່ງ ທ່ານ Michelle Obama ພວມອອກຈາກເຮືອບິນ ປະຈຳຕຳແໜ່ງ Air Force One ໃນການຢ້ຽມຢາມ ເຂດສະຫງວນ ສຳລັບຊາວອິນເດຍແດງ Standing Rock ທີ່ເມືອງ Cannon Ball ໃນລັດ Dakota ເໜືອ
ປະທານາທິບໍດີ Barack Obama ແລະສະຕີໝາຍເລກນຶ່ງ ທ່ານ Michelle Obama ພວມອອກຈາກເຮືອບິນ ປະຈຳຕຳແໜ່ງ Air Force One ໃນການຢ້ຽມຢາມ ເຂດສະຫງວນ ສຳລັບຊາວອິນເດຍແດງ Standing Rock ທີ່ເມືອງ Cannon Ball ໃນລັດ Dakota ເໜືອ

ທ່ານໂອບາມາ ແມ່ນປະທານາທິບໍດີທີ່ຍັງຢູ່ໃນຕຳແໜ່ງຄົນທີ 4
ທີ່ໄດ້ເດີນທາງ ໄປຢ້ຽມຢາມເຂດສະຫງວນ ສຳລັບຊົນເຜົ່າພື້ນ
ເມືອງ ອາເມຣິກັນ.

ໂດຍກ່າວອ້າງເຖິງຕຳນານຂອງຫົວໜ້າເຜົ່າ Sitting Bull ນັ້ນ ປະທານາທິບໍດີໂອບາມາເວົ້າວ່າຂໍໃຫ້ສຸມຈິດໃຈຂອງພວກເຮົາ
ຮວມເຂົ້າກັນເພື່ອສ້າງໂອກາດທາງເສດຖະກິດເພີ້ມຂຶ້ນສຳລັບ
ປະເທດອິນເດຍ.

ພວກຊົນເຜົ່າພື້ນເມືອງຊາວອາເມຣິກັນ ທີ່ອາໄສຢູ່ໃນເຂດສະ
ຫງວນດັ່ງກ່າວ ປະເຊີນກັບລະດັບການສຶກສາຕ່ຳ ລະບົບຮັກ
ສາສຸຂະພາບທີ່ບໍ່ດີ ອັດຕາຄວາມທຸກຍາກສູງແລະບ້ານເຮືອນ
ທີ່ຢູ່ອາໄສບໍ່ໄດ້ມາດຕະຖານ.

ທຳນຽບຂາວໄດ້ປະກາດຂໍ້ລິເລີ້ມໃໝ່ ໃນວັນສຸກວານນີ້ ຮວມທັງການປະຕິຮູບ ຫ້ອງການ ການສຶກສາ ຂອງຊາວອິນເດຍແດງ ການດຳເນີນຄວາມພະຍາຍາມ ເພື່ອນຳເອົາລະບົບ ອິນເຕີແນັດ ຄວາມໄວສູງ ເຂົ້າໄປສູ່ໂຮງຮຽນແຫ່ງຕ່າງໆ ຂອງພວກຊົນເຜົ່າພື້ນເມືອງ ຕະ ຫຼອດທັງການຝຶກອົບຮົມ ພວກນາຍຄູນຳດ້ວຍ.
XS
SM
MD
LG