ປະທານາທິບໍດີ ສະຫະລັດ ທ່ານ Barack Obama ໄດ້ມາເດີນທາງ ມາເຖິງນະຄອນ ຫຼວງວຽງຈັນ ສປປ ລາວ ໃນຄືນວັນຈັນ ທີ 5 ວານນີ້. ຕອນສວຍມື້ນີ້ທ່ານໄດ້ພົບປະກັບປະທານປະເທດ ພະນະທ່ານບຸນຍັງວໍລະຈິດ ແລະຫລັງຈາກນັ້ນ ໃນເວລາບ່າຍ 2:00 ໂມງ ທ່ານໄດ້ມາກ່າວຄຳປາໄສ ທີ່ຫໍວັດທະນະທຳແຫ່ງຊາດ.
ທ່າມກາງຝົນຕົກຄ່ອຍໆເປັນລະຍະໆ ຖະໜົນສາມແສນໄທ ແລະອ້ອມບໍລິເວນ ຫໍວັດທະ ນະທຳແຫ່ງຊາດໄດ້ຖືກປິດລົງ ເພື່ອຮັກສາຄວາມປອດໄພ. ກ່ອນຕອນທ່ຽງວັນອັງຄານມື້ນີ້ ປະຊາຊົນລາວຫລາຍຮ້ອຍຄົນ ໄດ້ພາກັນລົງທະບຽນລ່ວງໜ້າ ມາຢືນລຽນແຖວຕາກຝົນ ເພື່ອລໍຖ້າເຂົ້າໄປຟັງຄຳປາໄສ ຂອງປະທານາທິບໍດີ ສະຫະລັດຄົນທຳອິດ ທ່ານ Barack Obama ທີ່ໄດ້ເດີນທາງມາຢ້ຽມ ສປປ ລາວ ເປັນຄັ້ງແລກແລະຄັ້ງປະຫວັດສາດເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28th 29th ທີ່ລັດຖະບານ ສປປ ລາວ ເປັນເຈົ້າພາບ. ປະຊາຊົນລາວເຫລົ່ານີີ້ ປະກອບດ້ວຍບັນດາລັດຖະກອນ ນັກທຸລະ ກິດ ນັກຮຽນ ແມ່ບ້ານ ໂດຍສະເພາະພວກສຸພາບສະຕີພາກັນນຸ່ງເຄຶ່ອງພື້ນເມືອງລາວຢ່າງງົດງາມ ເຂົ້າແຖວເປັນລະບຽບຮຽບຮ້ອຍ ລໍຖ້າເຂົ້າໄປນັ່ງຢູ່ໃນຫໍວັດທະນາທຳ ກ່ອນໜ້າກວ່ານຶ່ງຊົ່ວໂມງ ກ່ອນຂະບວນລົດ ປະທານາທິບໍດີ Barack Obama ມາເຖິງ.
ທ່ານຕຽງສັກ ອິນທະວົງ ອາຈານສອນພາສາອັງກິດທີ່ໂຮງຮຽນ International English Center ກໍແມ່ນຜູ້ນຶ່ງທີ່ໄດ້ມາເຂົ້າແຖວລໍຖ້າເຂົ້າໄປຟັງ ປະທານາທິບໍດີ Barack Obama ທ່ານໄດ້ກ່າວຕໍ່ ວີໂອເອວ່າ:
ບັນດານັກຮຽນຍິງທີ່ໜ້າຮັກ ພາກັນນຸ່ງເຄຶ່ອງແບບ ເສື້ອຂາວ ສີ້ນສີນໍ້າເງິນ ແລະເປຍຜົມ ພາກັນຢືນລໍຖ້າດ້ວຍຄວາມຕຶ່ນເຕັ້ນ ແລະໄດ້ໂອ້ລົມກັບ ວີໂອເອວ່າ:
ນອກນນັ້ນກໍມີນັກສຶກສາຈາກສະຖາບັນຕ່າງໆ ຄູອາຈານ ແລະບັນດາແຂກຜູ້ມີກຽດທີີ່ໄດ້ມາຮ່ວມ. ການໂອ້ລົມຂອງປະທານາທິບໍດີ ກັບພີ່ນ້ອງຊາວລາວ ປະມານ 20 ນາທີໄດ້ຜ່ານພົ້ນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍດີ.
ກະລຸນາເຂົ້າໄປຊົມວີດີໂອ ແລະຮູບພາບຢູ່ໜ້າ Facebook ຂອງວີໂອເອລາວ.