ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໃນວັນພຸດ
ວານນີ້ ໄດ້ກາຍເປັນປະທານາທິບໍດີ ທີ່ຍັງຢູ່ໃນຕຳແໜ່ງ ຄົນ
ທຳອິດ ທີ່ໄດ້ຂ້າມເຂົ້າໄປໃນເຂດຂົ້ວໂລກເໜືອ ໃນຂະນະທີ່
ທ່ານມ້ວນທ້າຍການເດີນທາງຢ້ຽມຢາມລັດອາລາສກ້າທີ່ແນ
ໃສ່ ເພື່ອເນັ້ນໜັກເຖິງຜົນກະທົບ ໃນການປ່ຽນແປງຂອງດິນ
ຟ້າອາກາດ.
ໃນລະຫວ່າງການຢ້ຽມຢາມລັດ ທີ່ຕັ້ງຢູ່ໃນພາກຕາເວັນຕົກ
ສຽງເໜືອສຸດຂອງສະຫະລັດເປັນເວລາ 3 ມື້ ທ່ານໂອບາມາ
ໄດ້ກ່າວຢ້ຳຊ້ຳແລ້ວຊ້ຳອີກວ່າ ສະຫະລັດຊຶ່ງເປັນປະເທດທີ່
ປ່ອຍມົນລະພິດຄາບອນ ຫຼາຍເປັນອັນດັບ 2 ຂອງໂລກນັ້ນ
ບໍ່ໄດ້ດຳເນີນການພຽງພໍ ເພື່ອປົກປ້ອງຄຸ້ມຄອງສິ່ງແວດລ້ອມ.
ປະທານາທິບໍດີໂອບາມາ ກ່າວຕໍ່ປະຊາຊົນ ທີ່ເມືອງ Kotzebue ຊຶ່ງເປັນເມືອງນ້ອຍໆທີ່ ສອກຫລີກຫ່າງໄກໃນເຂດຂົ້ວໂລກເໜືອທີ່ພວມສູ້ຊົນຮັບມືກັບຕາຝັ່ງເຈື່ອນຍ້ອນລະດັບ ນ້ຳທະເລສູງຂຶ້ນນັ້ນໂດຍເວົ້າວ່າ “ຂ້າພະເຈົ້າໄດ້ພະຍາຍາມທີ່ຈະເຮັດໃຫ້ເຂດອື່ນໆຂອງ ປະເທດຮູ້ສຶກຕື່ນຕົວກ່ຽວກັບການປ່ຽນແປງຂອງດິນຟ້າອາກາດແຕ່ວ່າພວກທ່ານກຳລັງ ປະສົບພົບພໍ້ດ້ວຍຕົນເອງ.”
ປະທານາທິບໍດີໂອບາມາ ກ່າວວ່າ ອຸນຫະພູມໃນເຂດຂົ້ວໂລກເໜືອພວມສູງຂຶ້ນໄວເປັນ
2 ເທົ່າ ກວ່າເຂດອື່ນໆຂອງໂລກ ຊຶ່ງເຮັດໃຫ້ປະຊາຊົນ ໃນເຂດດັ່ງກ່າວ ຕົກຢູ່ໃນຄວາມ ສ່ຽງຫຼາຍເປັນພິເສດຈາກການເປື່ອຍຂອງນ້ຳກ້ອນແລະດິນເຈື່ອນ
ທ່ານເວົ້າວ່າ “ສິ່ງທີ່ກຳລັງເກີດຂຶ້ນຢູ່ທີ່ນີ້ ແມ່ນເປັນການເຕືອນສຳລັບອາເມຣິກາມັນຄວນ ຈະເປັນການເຕືອນສຳລັບໂລກນຳດ້ວຍ. ພວກເຮົາບໍ່ໄດ້ເຄື່ອນໄຫວ ທີ່ໄວພໍ. ຜົນກະທົບ ແມ່ນບໍ່ສາມາດຕ່າວປີ້ນໄດ້ ຖ້າພວກເຮົາບໍ່ໄດ້ເຮັດຫຍັງລົງໄປ.”
ກ່ອນໜ້ານີ້ ຜູ້ນຳຂອງສະຫະລັດ ໄດ້ພົບປະກັບບັນດາຜູ້ນຳຊົນເຜົ່າ ແລະຊາວປະມົງ ທີ່
ເມືອງ Dillingham ຊຶ່ງເປັນສູນກາງຫາປາຊາລມອນຊີ້ນແດງ ຫຼື sockeye ໃນເຂດປາ
ຊີຟິກຕອນເໜືອທີ່ໃຫຍ່ທີ່ສຸດໃນໂລກ. ທ່ານໄດ້ຮຽນຮູ້ວິທີຈັບປາຊາລມອນແບບດັ້ງເດີມ ດ້ວຍມອງແລະໄປຢ້ຽມຫ້ອງຮຽນພວກເດັກນ້ອຍຊາວອາເມຣິກັນພື້ນເມືອງສະແດງ ການ ຟ້ອນລຳໃຫ້ເບິ່ງ.
ປະທານາທິບໍດີໂອບມາ ໄດ້ໃຫ້ຄວາມສຳຄັນເປັນພິເສດ ກ່ຽວກັບການເດີນທາງໄປຢ້ຽມ ຢາມລັດອາລາສກ້າ ທີ່ແນໃສ່ ເພື່ອເສີມສ້າງການສ້າງສະໜັບສະໜູນ ຕໍ່ນະໂຍບາຍສິ່ງ
ແວດລ້ອມຂອງທ່ານໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສະມາຊິກລັດ ຖະສະພາສະຫະລັດບາງທ່ານໄດ້ຄັດຄ້ານຕໍ່ນະໂຍບາຍເຫຼົ່ານັ້ນ ໂດຍກ່າວວ່າ ໄພຂົ່ມຂູ່ ຈາກການປ່ຽນແປງຂອງດິນຟ້າອາກາດແມ່ນ ເວົ້າໂຍກເກີນຄວາມເປັນຈິງ.