ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ໂອ​ບາ​ມາ ຢ້ຽມຢາມ ສະຖານ​ທີ່ ​ອະນຸລັກ ຊີວະນາໆພັນ​ ທາງ​ທະ​ເລ


US Obama
please wait
Embed

No media source currently available

0:00 0:00:58 0:00

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ພົບ​ເຫັນຢ່າງ​ໃກ້ຊິດ ​ໃນ​ວັນ​ພະຫັດ​ມື້​ນີ້ ສະຖານ​ທີ່​ຄຸ້ມ​ຄອງຫຼືອະນຸລັກ​ສິ່ງ​ທີ່​ມີ​ຊີວິດ​ທາງ​ທະເລທີ່​ໃຫຍ່​ສຸດນຶ່ງ​ສັບປະດາຫຼັງຈາກ ທີ່​ທ່ານ​ໄດ້​ລົງ​ນາມ​ໃນ​ການ​ຂະຫຍາຍເຂດ​ປົກ​ປ້ອງ​ຄຸ້ມ​ຄອງທີ່ຢູ່​ທາງ​ຕາ​ເວັນ​ອອກສຽງ​ເໜືອ ຂອງ​ໝູ່​ເກາະ​ຮາ​ວາຍ.

ກ່ອນ​ໜ້າການ​ເດີນທາງ​ຢ້ຽມຢາມ ສະຖານ​ທີ່​ຄຸ້ມ​ຄອງ​ທາງ​ທະ​ເລ ​ແຫ່ງ​ຊາດ​ Papaha-naumokuakea ທ່ານ​ໂອ​ບາ​ມາ ​ໄດ້​ບອກ​ກັບ​ພວກຜູ້ນຳຂອງ​ບັນດາ​ປະ​ເທດ​ເກາະ​ປາຊິ​ຟິກ
ທີ່ໄປ​ເຕົ້າ​ໂຮມ​ກັນວ່າ ການ​ປົກ​ປັກຮັກສາຫຼືອະນຸລັກ ​ແມ່ນ​ກະ​ແຈ​ສຳຄັນ​ຂອງ​ພາກສ່ວນ​ຂອງ​ການ​ເປັນ​ປະທານາທິບໍດີ​ຂອງ​ທ່ານ.

“ນີ້ແມ່ນ​ສະຖານ​ທີ່​ເປົ່າ​ແປນ ​ແລະ​ຈະ​ເປັນ​ທີ່​ຈະ​ໄດ້​ປົວ​ແປງ ​ແລະ​ຈາກ​ນີ້​ຕໍ່ໜ້າ ມັນ​ຈະ​ເປັນ​ການ​ຮັກສາ​ໄວ້​ເພື່ອ​ອະນຸຊົນ​ຮຸ່ນ​ຫຼັງ​ຕໍ່​ໄປ.”

ທຳນຽບຂາວ ກ່າວ​ວ່າ ການ​ປົກ​ປັກ​ຮັກສາ​ຂອງ​ພື້ນ​ທີ່ ຂອງ​ເນື້ອ​ທີ່​ກວມ​ເອົາ 362 ພັນ ກິ​ໂລ​ແມັດ​ມົນທົນ ຊຶ່ງເປັນທີ່​ພັກ​ພາ​ອາ​ໄສ​ສັດ​ນາໆພັນທາງ​ທະ​ເລ ຫຼາຍ​ກວ່າ 7 ພັນ ຊະນິດ ນຶ່ງ​ສ່ວນ​ສີ່ ຂອງ​ຊະນິດ​ທີ່ີຫາ​ບໍ່​ໄດ້​ໃນ​ທີ່​ໃດໆ​ໃນ​ໂລກ.

ທ່ານ​ໂອ​ບາ​ມາ ​ໄດ້​ກ່າວເພີ້​ມຕື່ມໃນ​ແລງວັນ​ພຸດ​ວາ​ນນີ້ ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອ​າກາດ ​ໂດຍ​ກ່າວ​ວ່າ ບໍ່​ມີ​ປະ​ເທດ​ໃດ​ຈະ​ເຄຍຊິນ​ຈາກ​ການ​ຂົ່ມຂູ່​ນີ້ ​ແລະ​ວ່າ ທັງ​ໝົດ​ໂລກ​ຈະ​ຕໍ່ສູ້​ບັນຫາ​ນີ້​ຮ່ວມ​ກັນ.

“ຂ້າພະ​ເຈົ້າ​ຄິດ​ວ່າ ມີ​ບາງ​ພວກທີ່​ເຂົ້າ​ໃຈສະຖານະ​ການ​ນີ້​ດີກ​ວ່າ​ບັນດາ​ຜູ້ນຳ​ຂອງ​ປະ​ເທດເກາະປາ​ຊິກ​ຟິກ ​ເພາະວ່າ ພວກ​ເຂົາ​ເຈົ້າ​ໄດ້​ປະຈັກ​ຢ່າງ​ແທ້​ຈິງ​ເຖິງ​ຜົນ​ກະ​ທົນ​ທີ່​ວ່າ​ນີ້. ການ​ທີ່​ມີ​ອຸ​ນນະ​ພູມ​ສູງ​ຂຶ້ນ​ແລະ ລະດັບ​ນ້ຳ​ທະ​ເລ ​ແມ່ນ​ໄດ້​ຂຶ້ນ​ສູ່​ລະດັບ​ທີ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ບັນດາ​ປະ​ເທດພວກເຈົ້າ.”

ປະທາ​ນາທີ​ບໍດີ ຈະ​ເດີ​ນທາງ​ຕໍ່ໄປ ​ຍັງ​ຈີນ ​ເພື່ອ​ກອງ​ປະຊຸມ​ສຸດ​ຍອດກຸ່ມ G-20 ບ່ອນ​ທີ່​ທ່ານ​ໄດ້​ກ່າວ​ວ່າ ​ການ​ປ່ຽນ​ແປງ​ດິນ​ຟ້າ​ອ​າກາດຈະ​ເປັນ​ຫົວ​ຂໍ່ສຳຄຕັນ​ໃນ​ລາຍການ​ທີ່​ວ່າ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG