ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ພຶດສະພາ ໒໐໒໓

ປ.ໂອບາມາ ສັນຍາ ທີ່ຈະ ປະຕິຮູບ ຫ້ອງການ ເກັບພາສີ (ວີດິໂອ)


ປະທານາທິບໍດີ Barack Obama ໃຫ້ຄໍາໜັ້ນສັນຍາ ທີ່ຈະ ປົວແປງຫ້ອງການເກັບພາສີ ສະຫະລັດ.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ​ໄດ້​ໃຫ້​ຄໍາ
​ໝັ້ນ​ສັນຍາ ທີ່​ຈະ​ປົວ​ແປງ​ການ​ກະທໍາ​ຜິດ​ຂອງ​ຫ້ອງການເກັບ
​ພາສີ​ຂອງລັດຖະບານ ​ໃນ​ຂະນະ ​ທີ່ກ່າວປ້ອງ​ກັນ​ການ​ສືບສວນ
ກ່ຽວ​ກັບ​ການ​ຮົ່ວ​ໄຫລຂອງ​ຄວາມ​ລັບ​ດ້ານ​ຄວາມ​ປອດ​ໄພ​ຂອງ
​ປະ​ເທດທີ່​ນໍາ​ໄປ​ສູ່​ການ​ຍຶດ​ເອົາ​ບັນ​ທຶກ​ໂທລະສັບຂອງ​ອົງການ
​ຂ່າວ ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງນັ້ນ.

ຢູ່​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ​ທີ່ທໍານຽບຂາວໃນ​ວັນ​ພະຫັດ​ວານ
ນີ້ ທ່ານ Obama ກ່າວ​ວ່າ ທ່ານ​ບໍ່​ຮູ້ເລື່ອງ ກ່ຽວ​ກັບ​ການກະທໍາ
​ຜິດ​ຂອງ​ເຈົ້າ​ໜ້າ​ທີ່​ເກັບ​ພາສີ ທີ່​ແນ ເປົ້າ​ໝາຍໃສ່ບັນດາກຸ່ມນິຍົມ
​ແນວທາງ​ເດີມຈົນ​ກວ່າ​ວ່າເລື່ອງ​ດັ່ງກ່າວໄດ້​ຮົ່ວ​ໄຫລ​ອອກ​ມາສູ່​ສື່
​ມວນ​ຊົນ​ໃນ​ອາທິດ​ແລ້ວ​ນີ້. ປະທານາທິບໍດີກ່າວ​ວ່າ ຈຸດ​ເພັ່ງ​ເລັງໃນ​ທັນ​ທີ​ຂອງ​ທ່ານ ກໍ​ຄືໃຫ້​ເປັນ​ທີ່​ແນ່ນອນ​ວ່າ ບັນຫາຂອງຫ້ອງການ​ເກັບ​ພາສີ ຫລື (IRS) ​ໄດ້​ຮັບ​ການ​ປົວ​ແປງ​ແລະ​ຫ້ອງການ​ດັ່ງກ່າວບໍ່​ສາມາດ ​ທີ່​ຈະ​ເຫັນ​ພ້ອມ​ກັບ ແນວ​ຄິດທາງການ​ເມືອງນຶ່ງ ຫຼາຍກວ່າ​ອີກ​ຝ່າຍ​ນຶ່ງ.

ປະທານາທິບໍດີ​ ​ໂອ​ບາ​ມາ ກ່າວວ່າ:

“ຂ້າພະ​ເຈົ້າ​ມີ​ຄວາມ​ໂກດ​ແຄ້ນ ກ່ຽວ​ກັບ​ເລຶ່ອງນີ້ ​ເພາະວ່າ ຂ້າພະ​ເຈົ້າ ​ເປັນຜູ້​ທີ່​ຮູ້​ກັນດີ​ຂອງ​ສາທາ​ລະນະ ຖ້າ​ຫາກ​ວ່າ ລັດຖະບານ​ໃນ​ອະນາ​ຄົດ ​ເລີ້ມ​ໃຊ້​ກົດ ໝາຍ​ເກັບ​ພາສີ ທີ່​ສະໜັບສະໜຸນ​ພັກ​ນຶ່ງ ​ເໜືອກ​ວ່າ​ອີກພັກ​ນຶ່ງ ຫລື ​ແນວ​ຄິດ​ດ້ານການເມືອງນຶ່ງ​ ​ເໜືອກ​ວ່າ​ອີກ​ແນວ​ຄິດ​ນຶ່ງ ມັນ​ເປັນ​ທີ່​ຈະ​ແຈ້ງ​ວ່າ ພວກ​ເຮົາ​ຕ່າງ​ກໍຕົກ​ຢູ່​ໃນ​ອັນຕະລາຍ​ທັງ​ໝົດ.ປະທານາທິບໍດີ​ ​ກ່າວເພີ້​ມ​ເຕີ​ມອີກ​ວ່າ
ທ່ານ​ມີ​ຄວາ​ມໃວ້ວາງ​ໃຈຢ່າງ​ແນ່ນອນ​ຕໍ່ ລັດຖະມົນຕີ​ກະຊວງ​ຍຸຕິ​ທໍາ ທ່ານ Eric Holder ຜູ່​ທີ່​ໄດ້​ສັ່ງ​ໃຫ້​ສືບສວນ​ການ​ກະທໍາ​ຜິດກ່ຽວ​ກັບ​ເລື່ອງ​ນີ້.

ຫົວໜ້າ​ຫ້ອງການ IRS ຊົ່ວຄາວ ທ່ານ Steven Miller ​ໄດ້​ຖືກ​ໄລ່​ອອກ​ຈາກໜ້າ​ທີ່ ໃນ​ວັນ​ພຸດ​ທີ່​ຜ່ານ​ມາ ​ເພາະ​ເລື່ອງ​ນອງ​ນັນ​ດັ່ງກ່າວ. ຜູ້​ນຳ​ໃນ​ສະພາ​ສູງ​ຂອງພັກຣີພັບ​ບລິ​ກັນ ທ່ານ Mitch McConnell ກ່າວໃນ​ວັນ​ພະຫັດ​ວານ​ນີ້​ວ່າ ມັນ​ເປັນ “​ບາດກ້າວ​ສັນຍາ​ລັກທີ່​ສໍາຄັນ” ​ແຕ່​ວ່າການ​ສືບສວນຢ່າງ​ລະອຽດກ່ຽວ ກັບ IRS ທີ່​ຜິດພາດນັ້ນ ຕ້ອງດໍາ​ເນີນ​ຕໍ່ໄປ​.

ທ່ານ Obama ​ໄດ້ແຕ່ງຕັ້ງໃຫ້​ເຈົ້າ​ໜ້າ​ທີ່​ງົບປະມານທໍານຽບຂາວ ທ່ານ Daniel Werfel ​ເຂົ້າ​ຮັບ​ໃຊ້ເປັນຫົວໜ້າຫ້ອງການ IRS ​ຊົ່ວຄາວຈົນ​ເຖິງ​ທ້າຍ​ເດືອນ​ກັນຍາ.

ວີດິໂອ - ຜູ້ແທນພັກຣີພັບບລິກັນ ສອບປາກຄໍາ ທ່ານ Steven Miller ທີ່ຖືກປົດ ອອກຈາກ ຕໍາແໜ່ງຫົວໜ້າພາງ ຂອງ IRS:

Republican Lawmakers Hammer Outgoing IRS Commissioner
please wait

No media source currently available

0:00 0:02:17 0:00
ລິງໂດຍກົງ

ກ່ຽວຂ້ອງກັນ

XS
SM
MD
LG