ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Obama ເດີນທາງ ກັບຄືນສູ່ ວໍຊິງຕັນແລ້ວ (ວີດີໂອກັບສະໄລດ໌)


Obama Wins Re-election
please wait

No media source currently available

0:00 0:02:12 0:00
ລິງໂດຍກົງ

ທ່ານ Obama ຊະນະ ການ​ເລືອກ​ຕັ້ງ​ ເປັນ​ສະ​ໄໝ​ທີ່ສອງ

ປະທານາທິບໍດີ Barack Obama ​ແລະ​ຄອບຄົວໄດ້​ກັບ​ຄືນ​ມາ
​ຍັງກຸງວໍ​ຊິງ​ຕັນ​ແລ້ວ​ໃນ​ຄືນວັນ​ພຸດວາ​ນນີ້ ຈາກ​ບ້ານ​ຂອງ​ທ່ານ
​ທີ່ນະຄອນ Chicagoຫຼັງຈາກທີ່​ໄດ້​ສະ​ເຫຼີ​ມສະຫຼອງການໄດ້​ຖືກ
​ເລືອກ​ຕັ້ງ​ເຂົ້າ​ສູ່​ທໍານຽບຂາວ ເປັນ​ສະ​ໄໝ​ທີ່ສອງ.

ຜົນ​ການ​ປ່ອນ​ບັດ​ທີ່​ສື່​ຕ່າງໆ​ປະກາດ​ອອກ​ມາ ສໍາລັບ​ການ​ເລືອກ​
ຕັ້ງ​ໃນ​ວັນ​ອັງຄານຜ່ານ​ມາ​ນັ້ນ ສະ​ແດງ​ວ່າ ທ່ານ Obama ສັງກັດ
​ພັກ Democrat ​ຊະນະ​ຄູ່​ແຂ່ງຈາກ​ພັກ Republican ​ທ່ານ Mitt
Romney ​ໂດຍ​ໄດ້​ຄະ​ແນນ​ສຽງຈາກ​ຄະນະ​ກໍາມະການ​ເລືອກ​ຕັ້ງ​
ຂອງ​ລັດ 303 ຕໍ່ 206 ສຽງ ຂະນະທີ່ຄະ​ແນນສຽງ​ຈາກ​ລັດ Florida
ນັ້ນ​ ຍັງໃກ້​ຄຽງກັນຫລາຍ​ ຈົນ​ຕັດສິນ​ບໍ່​ທັນ​ໄດ້​ເທື່ອ.
President Obama Delivers Acceptance Speech
please wait

No media source currently available

0:00 0:24:54 0:00
ລິງໂດຍກົງ

ປະທານາທິບໍດີ Obama ​ໄດ້ກ່າວ​ຂອບ​ໃຈ ​ຝູງ​ຊົນ​ທີ່ສະໜັບ​ສະ​ໜູນທ່ານ ໃນ​ນະ​ຄອນ
Chicago ແລະ​ບອກ​ພວກ​ເຂົາ​ເຈົ້າ ​ໃນ​ຄໍາ​ປາ​ໄສຮັບເອົາໄຊຊະນະຂອງ​ທ່ານ​ນັ້ນວ່າ
“ສິ່ງ​ທີ່​ດີ​ທີ່​ສຸດ​ນັ້ນ​ ຍັງ​ບໍ່​ທັນ​ມາຮອດ​ມາ​ເຖິງ​ເທື່ອ.” ທ່ານ​ປະທານາທິບໍດີ​ກ່າວ​ວ່າ ທ່ານ​ເຕັມ​ໃຈ
​ແລະ​ຕັ້ງ​ໜ້າ​ລໍຖ້າ​ໂອກາດ ທີ່​ຈະ​ໄດ້ໂອ້​ລົມ​ສົນທະນາ​ກັບທ່ານ Romney ໃນ​ດ້ານຕ່າງໆ​ທີ່​ທັງ​
ສອງ​ທ່ານສາມາດຈະເຮັດ​ວຽກ​ຮ່ວມ​ກັນ​ໄດ້​ນັ້ນ.

ທ່ານປະທານາທິບໍດີ ຍອມຮັບ​ວ່າ ມີຄວາມ​ແຕກ​ແຍກ​ທາງ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງໃນ​ປະ​ເທດ
​ແຕ່​ທ່ານ​ກໍກ່າວວ່າ ​ຊາວ​ອາ​ເມຣິກັນ​ທັງຫຼາຍ​ຍັງ​ມີ​ຄວາມ​ຫວັງ​ແລະ​ຄວາມ​ຝັນບາງ​ຢ່າງຮ່ວມ​ກັນ
ສໍາລັບປະ​ເທດ​ຊາດແລະ​ວ່າ ພວກເຂົາ​ເຈົ້າ​ ລຸກຢືນ​ຂຶ້ນ​ແລະກໍ​ລົ້ມ​ລົງ​ພ້ອມໆ​ກັນ​ໃນ​ຖານະ​ເປັນ​
ປະ​ເທດ​ດຽວ ​ແລະຊົນ​ຊາດ​ດຽວ.

ທ່ານ Obama ​ໄດ້ກ່າວ​ຂອບ​ໃຈ​ຕໍ່​ທ່ານ Romney ​ແລະ​ຜູ້​ສະມັກ​ເປັນ​ຮອງ​ປະທານາທິບໍດີ​
ຈາກພັກ Republican ທ່ານ Paul Ryan ​ແລະ​ກ່າວວ່າ ​ເຖິງ​ແມ່ນ​ວ່າ ​ໄດ້​ມີ​ການ​ຕໍ່ສູ້​ແຂ່ງຂັນ
​ກັນ​ຢ່າງ​ດຸ​ເດືອດ ແລະ​ບໍ່​ເຫັນ​ພ້ອມ​ກັນໃນ​ບາງ​ບັນຫາ​ກໍ​ຕາມ ​ແຕ່​ທັງ​ສອງ​ຝ່າຍ​ນັ້ນ ​ແມ່ນ​ມີ​
ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດຢ່າງ​ເລິກ​ເຊິ່ງ​ເຊັ່ນ​ດຽວ​ກັນ.

ທາງ​ຝ່າຍທ່ານ Romney ນັ້ນ ​ໄດ້​ກ່າວຄໍາ​ປາ​ໄສຍອມຮັບການ​ເສຍ​ໄຊ​ຂອງ​ທ່ານ ຕໍ່​ຝູງ​ຊົນ
​ທີ່ສະ​ໜັບສະ​ໜູນທ່ານ ຢູ່​ນະຄອນ Boston ລັດ Massachussetts ລັດທີ່​ທ່ານ Romney
​ເຄີຍ​ໄດ້ເປັນ​ຜູ້​ປົກຄອງ ​ແລະ​ເປັນ​ລັດ​ທີ່​ທ່ານ Obama ​ໄດ້​ຮັບ​ໄຊຊະນະ​ນັ້ນ.
Mitt Romney's Concession Speech
please wait

No media source currently available

0:00 0:07:25 0:00
ລິງໂດຍກົງ

XS
SM
MD
LG