ປະທານາທິບໍດີ ສະຫະລັດ ທ່ານ Barack Obama ໄດ້ໃຊ້ສິດ
ຢັບຢັ້ງຫຼືວີໂຕ້ ຮ່າງກົດໝາຍທີ່ຈະລົບລ້າງພາກສ່ວນໃຫຍ່ ຂອງ
ປະກັນໄພສຸຂະພາບລາຄາຖືກ ທີ່ເປັນລາຍເຊັນຂອງທ່ານ ໃນ
ການບັນລຸຄວາມສຳເລັດ ຢູ່ພາຍໃນປະເທດ ຊຶ່ງເປັນທີ່ຮູ້ກັນໃນ
ອີກຊື່ງນຶ່ງວ່າ Obamacare ນັ້ນ. ຮ່າງກົດໝາຍນີ້ ຍັງຈະບໍ່ໃຫ້
ທຶນ ແກ່ອົງການວາງແຜນຄອບຄົວຕ່າງໆທີ່ເຮັດວຽກກ່ຽວກັບ
ການຄຸມກຳເນີດນຳດ້ວຍ.
ທ່ານ Obama ກ່າວຢູ່ໃນຖະແຫລງຂ່າວວ່າ “ເພາະວ່າຄວາມ
ເສຍຫາຍ ຂອງຮ່າງກົດໝາຍນີ້ ຈະກໍ່ໃຫ້ເກີດຕໍ່ສຸຂະພາບ ແລະ
ຄວາມປອດໄພ ດ້ານການເງິນຂອງຊາວອາເມຣິກັນຫລາຍລ້ານ
ຄົນ ມັນສົມຄວນແລ້ວທີ່ຂ້າພະເຈົ້າຕ້ອງໃຊ້ສິດຢັບຢັ້ງ.”
ຖະແຫລງຂ່າວກ່າວຕໍ່ໄປອີກວ່າ “ກົດໝາຍປະກັນໄພສຸຂະພາບລາຄາຖືກ ໄດ້ ກຳນົດກົດລະບຽບຕ່າງໆທີ່ຍຸຕິທຳຫຼາຍຂຶ້ນແລະໃຫ້ການປ້ອງກັນຢ່າງເຂັ້ມແຂງ ແກ່ຜູ້ບໍລິໂພກ ທີ່ໄດ້
ເຮັດໃຫ້ການຮັກສາສຸຂະພາບສາມາດຈ່າຍໄດ້.”
ຮ່າງກົດໝາຍດັ່ງກ່າວນີ້ ຈະທັບມ້າງພື້ນຖານອັນສຳຄັນ ຂອງກົດໝາຍປະກັນ ໄພສຸຂະ
ພາບ ຮວມທັງບັງຄັບໃຫ້ຜູ້ຄົນສ່ວນໃຫຍ່ທີ່ຊື້ປະກັນໄພແລະສ່ວນໃຫຍ່ ຂອງບັນດານາຍ
ຈ້າງ ສະເໜີໃຫ້ປະກັນໄພແກ່ພວກພະນັກງານ.
ນອກນັ້ນຍັງຊອກຫາຊ່ອງທາງຈະຕັດເງິນປະມານ 450 ລ້ານໂດລາຕໍ່ປີ ທີ່ລັດ ຖະບານ
ກາງຈ່າຍໃຫ້ແກ່ອົງການວາງແຜນຄອບຄົວ ຊຶ່ງປະກອບເປັນປະມານນຶ່ງ ສ່ວນສາມ
ຂອງງົບປະມານອົງການດັ່ງກ່າວ.
ຮ່າງກົດໝາຍນີ້ ແມ່ນເບິ່ງກັນຢ່າງກວ້າງຂວາງວ່າ ເປັນການທົດສອບຄວາມສາ ມາດ
ຂອງບັນດາສະມາຊິກພັກຣີພັບບລິກກັນ ທີ່ຈະຮັບຜ່ານລັດຖະສະພາກ່ອນ ໜ້າການ
ເລືອກຕັ້ງຂອງສະຫະລັດ ໃນທ້າຍປີນີ້ ເວລາຕຳແໜ່ງປະທານາທິບໍດີ ບ່ອນນັ່ງໃນສະ
ພາທັງໝົດ ແລະໜຶ່ງສ່ວນສາມຂອງບ່ອນນັ່ງໃນສະພາສູງ ຈະມີ ການເລືອກຕັ້ງກັນນັ້ນ.
ປະທານສະພາຕໍ່າ ທີ່ສັງກັດພັກຮີພັບບລິກັນ ທ່ານ Paul Ryan ກ່າວຕອບ ຜ່ານທາງ
ວີດີໂອ ວ່າ “ບັດນີ້ ພວກເຮົາໄດ້ສະແດງໃຫ້ເຫັນວ່າ ມີເສັ້ນທາງອັນ ແຈ້ງຂາວ ທີ່ຈະລົບ
ລ້າງກົດໝາຍ Obamacare ໂດຍປາດສະຈາກ 60 ຄະແນນສຽງຢູ່ໃນສະພາສູງ.”