ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ສະຫະລັດ ປັບປຸງ ການຮັກສາ ສຸຂະພາບ ນັກລົບເກົ່າ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ຈະເຮັດໃຫ້ ເປັນການງ່າຍຂຶ້ນ ສຳລັບ ພວກນັກລົບເກົ່າ ອະເມຣິກັນ ທີ່ຈະໄດ້ຮັບ ການປິ່ນປົວ ໂຣກຄວາມສັບສົນ ທາງຈິດ ທີ່ເກີດຈາກ ການປະສົບເຫດຮ້າຍ ທີ່ກະທົບກະເທືອນຈິດໃຈ ທີ່ເອີ້ນຫຍໍ້ ເປັນພາສາອັງກິດວ່າ PTSD ຊຶ່ງຄັ້ງນຶ່ງ ເຄີຍຖືກັນວ່າ ເປັນເລື່ອງທີ່ຕ້ອງຫ້າມ ທີ່ຈະສົນທະນາຫາລືກັນ.

ໃນຄຳປາໄສ ປະຈຳສັບປະດາ ຂອງທ່ານ ໃນວັນເສົາມື້ນີ້ ທ່ານໂອບາມາ ເວົ້າວ່າ ກະຊວງກິດຈະການ ນັກລົບເກົ່າ ຂອງສະຫະລັດ ໄດ້ຍຸຕິການປະຕິບັດ ທີ່ດຳເນີນມາ ເປັນເວລານຶ່ງປີ ທີ່ເຮັດໃຫ້ ເປັນການຍາກ ສຳລັບພວກນັກລົບເກົ່າ ທີ່ຈະໄດ້ຮັບ ການປິ່ນປົວ ກ່ຽວກັບໂຣກນີ້. ພວກເຂົາເຈົ້າ ບໍ່ຈຳເປັນ ຈະຕ້ອງມີຫຼັກຖານ ເພື່ອພິສູດ ກ່ຽວກັບວ່າ ເຫດການ ທີ່ສະເພາະເຈາະຈົງ ໃດນຶ່ງ ພາໃຫ້ເຂົາເຈົ້າ ມີສະພາບດັ່ງກ່າວ.

ທ່ານໂອບາມາເວົ້າວ່າ ທ່ານໄດ້ຂະຫຍາຍ ການປິ່ນປົວ ພະຍາບານ ສຳລັບ ພວກນັກລົບເກົ່າ ຕະຫຼອດທັງ ການດຳເນີນງານ ເພື່ອຫາທາງປ້ອງກັນ ແລະຍຸຕິ ການບໍ່ມີເຮືອນຊານຢູ່ ໃນໝູ່ພວກນັກລົບເກົ່າ ທີ່ກັບມາຈາກສົງຄາມ.

ການສຶກສາໃນປີ 2008 ໂດຍບໍລິສັດ RAND ຊຶ່ງເປັນກຸ່ມສຶກສາຄົ້ນຄວ້າ ແນະນຳນະໂຍບາຍ ທີ່ມີສຳນັກງານ ຢູ່ກຸງວໍຊິງຕັນ ແຈ້ງວ່າ ເກືອບ 1 ສ່ວນ 5 ຂອງພວກນັກລົບເກົ່າ ຈາກສົງຄາມອີຣັກ ແລະ ອັຟການິສຖານ ມີລາຍງານວ່າ ມີອາການ ເປັນໂຣກຈິດ PTSD ຫລືໂຣກຊຶມເສົ້າ ຢ່າງຮ້າຍແຮງ.

XS
SM
MD
LG