ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ເວົ້າວ່າ ສະຫະລັດ ຈະບໍ່ຄວາມລັງເລໃຈໃດໆໃນພັນທະຂອງຕົນ ໃນການປ້ອງກັນເກົາຫລີໃຕ້.
ໃນຄໍາປາໃສຕອນນຶ່ງຂອງທ່ານ ທີ່ກ່າວໃນຄ້າຍທະຫານສະຫະລັດໃນ ນະຄອນຫລວງ ໂຊລ ໃນໂອກາດລະນຶກເຖິງ ວັນນັກຮົບເກົ່າຂອງອາເມຣິກາ ທ່ານ ໂອບາມາໄດ້ກ່າວ ສັນລະເສີນພວກທະຫານຢູ່ທີ່ນັ້ນ ຊຶ່ງທ່ານເວົ້າວ່າ ການທີ່ພວກເຂົາເຈົ້າປະຈໍາຢູ່ທີ່ນັ້ນ ແມ່ນເພື່ອຊ່ວຍປົກປ້ອງປະຊາທິປະໄຕ.
ທ່ານ ໂອບາມາຍັງໄດ້ກ່າວປະນາມ ເກົາຫລີເໜືອ ທີ່ໄດ້ສືບຕໍ່ດໍາເນີນ ຕາມ ເສັ້ນທາງ ທີ່ທ່ານວ່າເປັນການເອົາຕົນເອງຖະຫລໍາເລິກ ໃນການຖືກໂດດດ່ຽວຈາກປະເທດອື່ນໃນໂລກ. ທ່ານໄດ້ຮຽກຮ້ອງໃຫ້ປະເທດຄອມມີວ ນິສເກົາຫລີເໜືອ ໃຫ້ພົວພັນກັບປະຊາຄົມສາມກົນ ກ່ຽວກັບໂຄງການນີວເຄລຍ ຖ້າບໍ່ດັ່ງນັ້ນ ກໍຈະເຮັດໃຫ້ຊີວິດຂອງປະຊາຊົນຂອງຕົນ ຍິ່ງພົບຄວາມຫຍຸ້ງຍາກເພີ້ມຂຶ້ນ.
ທ່ານ ໂອບາມາກ່າວອີກວ່າ ແຫລມເກົາຫລີ ໄດ້ສະແດງໃຫ້ໂລກເຫັນຄວາມແຕກຕ່າງກັນຢ່າງຈະແຈ້ງກ່ຽວກັບສັງຄົມທີ່ເປີດ ແລະສັງຄົມທີ່ປິດ. ທ່ານກ່າວຢໍ້າວ່າ ເກົາຫລີເໜືອຍັງມີໂອກາດທີ່ຈະປ່ຽນແປງເສັ້ນທາງຂອງຕົນ.