ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີງຕາມທ່ານໂອບາມາ ສຫລ ຈະຮັກສາ ຄຳໝັ້ນສັນຍາ ໃນພັນທະ ຕໍ່ອົງການເນໂຕ


Obama: US Will Keep Honoring NATO Commitments
please wait

No media source currently available

0:00 0:02:00 0:00

ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ ທ່ານກຳລັງນຳສານໄປຍັງ ບັນດາຜູ້ນຳ ໃນທົ່ວໂລກ ວ່າ ປະທານາທິບໍດີຜູ້ທີ່ຈະເຂົ້າມາກຳຕໍ່າແໜ່ງໃໝ່ ຢາກຈະສືບຕໍ່ສາຍ
ພົວພັນ ແກນຫຼັກ ອັນປະກອບດ້ວຍ ກັບພວກປະເທດ ສະມາຊິກ ຂອງອົງການ ສົນທິສັນຍາ ແອັດແລນຕິກເໜືອ ຫຼື NATO ນຳ. ທ່ານໂອບາມາ ຈະພົບປະກັບ ບັນດາຜູ້ນຳຂອງໂລກ ໃນລະຫວ່າງ ການເດີນທາງ ໄປຕ່າງປະເທດ ເພື່ອຢ້ຽມຢາມ ປະເທດ ເຢຍຣະມັນ ກຣິສ ແລະ ເປຣູ. Mary Alice Salinas ນັກຂ່າວຂອງວີໂອເອ ລາຍງານ ມາຈາກທຳນຽບຂາວ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາ ສະເໜີທ່ານ.

ທ່ານປະທານາທິບໍດີ ບາຣັກ ໂອບາມາ ໄດ້ບອກບັນດານັກຂ່າວວ່າ ທ່ານກຳລັງຈະ ນຳເອົາຂໍ້ຄວາມສຳຄັນ ໃນສານໄປກ່າວຕໍ່ ບັນດາຜູ້ນຳຂອງໂລກ.....…ໂດຍອີງໃສ່ ການສົນທະນາ ກັບປະທານາທິບໍດີ ຜູ້ທີ່ຖືກເລືອກໃໝ່ ທ່ານ Donald Trump ເມື່ອບໍ່ດົນມານີ້.

ທ່ານກ່າວວ່າ ປະທານາທິບໍດີ ສະຫະລັດ ຄົນຕໍ່ໄປ ຢາກຈະຮັກສາໄວ້.....…ສາຍພົວພັນຍຸດທະສາດພ້ອມດ້ວຍອົງການ NATO.

ປະທານາທິບໍດີ ໂອບາມາ ເວົ້າວ່າ “ໜຶ່ງໃນຂໍ້ຄວາມດັ່ງກ່າວ ທີ່ຂ້າພະເຈົ້າ ຈະສາ
ມາດນຳໄປນັ້ນ ກໍຄື ພັນທະຂອງທ່ານທຣຳ ຕໍ່ອົງການ NATO ແລະ ຕໍ່ພັນທະມິດ
ຂ້າມມະຫາສະໝຸດ ແອັດແລນຕິກ. ຂ້າພະເຈົ້າ ຄິດວ່າ ອັນນັ້ນເປັນໜ້າທີ່ໆສຳຄັນ
ທີ່ສຸດອັນໜຶ່ງ ທີ່ຂ້າພະເຈົ້າສາມາດ ອຳນວຍຄວາມສະດວກໃຫ້ ໃນຂັ້ນຕອນນີ້ ລະຫວ່າງ ການເດີນທາງຄັ້ງນີ້ ເພື່ອໃຫ້ພວກເຂົາເຈົ້າຮູ້ວ່າ ຈະບໍ່ມີການອ່ອນກຳລັງ ລົງແຕ່ຢ່າງໃດ ໃນຄວາມມຸ້ງໝັ້ນ ຂອງພວກເຮົາ.”

ທ່ານທຣຳ ໄດ້ເຮັດໃຫ້ ບັນດາປະເທດ ສະມາຊິກຂອງອົງການ NATO ຕື່ນຕົກໃຈ ເມື່ອທ່ານສະເໜີແນະ ໃນລະຫວ່າງ ການໂຄສະນາຫາສຽງຂອງທ່ານ ວ່າ ບາງ
ປະເທດ ຕ້ອງຈ່າຍເງິນເພີ່ມຂຶ້ນ ສຳລັບການປົກປ້ອງຂອງສະຫະລັດ.

ທ່ານໂອບາມາ ບໍ່ຍອມ ໃຫ້ຄຳເຫັນ ກ່ຽວກັບການເລືອກເອົາ ທ່ານ Stephen Bannon ມາເປັນ ນັກວາງແຜນຍຸດທະສາດຂັ້ນສູງສຸດ ຂອງທ່ານທຣຳ.

ພວກນັກວິຈານ ກ່າວວ່າ ອະດີດຫົວໜ້າ ສື່ຂ່າວ Breitbart News ທີ່ໄດ້ກາຍເປັນ
ເລື່ອງຖົກຖຽງກັນ ແມ່ນເຊື່ອມໂຍງກັບ ບັນດາກຸ່ມ ຊາດນິຍົມ ຂອງຄົນຜິວຂາວ.

ແຕ່ທ່ານໂອບາມາ ກ່າວວ່າ ບັນດາຜູ້ປ່ອນບັດອອກສຽງໄປແລ້ວ.

ປະທານາທິບໍດີ ໂອບາມາ ເວົ້າວ່າ “ທ່ານດໍໂນລ ທຣຳ ຈະເປັນປະທານາທິບໍດີ ຄົນ
ຕໍ່ໄປ, ເປັນປະທານາທິບໍດີ ຜູ້ທີ 45 ຂອງສະຫະລັດ ແລະ ມັນຈະຂຶ້ນຢູ່ກັບເພິ່ນເອງ ທີ່ຈະຈັດຕັ້ງທີມງານ ທີ່ທ່ານຄິດວ່າ ຈະທຳງານໃຫ້ທ່ານເປັນຢ່າງດີ ແລະ ສະທ້ອນ
ເຖິງນະໂຍບາຍຕ່າງໆ ຂອງເພິ່ນ. ແລະພວກທີ່ບໍ່ໄດ້ປ່ອນບັດເອົາເພິ່ນ ຕ້ອງໄດ້ຮັບ
ຮູ້ວ່າ ອັນນັ້ນເປັນວິທີທາງ ຂະບວນການປະຊາທິປະໄຕ.”

ໄຊຊະນະ ເມື່ອວັນທີ 8 ເດືອນພະຈິກ ຜ່ານມາຂອງທ່ານທຣຳ ໄດ້ກໍ່ໃຫ້ເກີດມີການ ປະທ້ວງຂຶ້ນ ໃນທົ່ວປະເທດ.

ໄຊຊະນະຂອງເພິ່ນ ໄດ້ເຮັດໃຫ້ພັກເດໂມແຄຣັດ ຕົກຕະລຶງ.

ປະທານາທິບໍດີ ໂອບາມາ ເວົ້າວ່າ “ຂ້າພະເຈົ້າຄິດວ່າ ມັນເປັນເລື່ອງທີ່ດີ ສຳລັບພັກ ເດໂມແຄຣັດ ທີ່ໄດ້ຜ່ານຜ່າການທົບທວນຄືນ ເຖິງຂໍ້ບົກຜ່ອງ ໃນບາງສ່ວນ. ຂ້າພະ ເຈົ້າຄິດວ່າ ມັນເປັນເລື່ອງ ທີ່ສຳຄັນສຳລັບຂ້າພະເຈົ້າເອງ ທີ່ບໍ່ຄວນເປັນບຸກຄົນ ທີ່ມີອິດທິພົນ ໃນການສົນທະນາກັນ. ຂ້າພະເຈົ້າຄິດວ່າ ພວກເຮົາຢາກຈະເຫັນ ສຽງໃໝ່ ແລະ ແນວຄິດໃໝ່ ຕ່າງໆເຫຼົ່ານັ້ນ ເກີດຂຶ້ນ.”

ທ່ານໂອບາມາ ກ່າວວ່າ ທ່ານໄດ້ຊຸກຍູ້ໃຫ້ ທ່ານທຣຳ ຕິດຕໍ່ຫາພວກມີສິດປ່ອນບັດ ອອກສຽງ ຜູ້ທີ່ບໍ່ໄດ້ເລືອກເອົາ ເພິ່ນ......…ໂດຍກ່າວວ່າ ມັນຈະເຮັດໃຫ້ວຽກງານ ຂອງເພິ່ນງ່າຍຂຶ້ນ ເວລາເພິ່ນເຂົ້າມາເຖິງ ວໍຊິງຕັນ.

President Barack Obama says he is carrying a message to leaders around the world that the incoming president wants to continue core relationships, including with NATO members.Obama will be meeting with global leaders during overseas visits to Germany, Greece and Peru.Mary Alice Salinas reports from the White House.

President Barack Obama told journalists he is delivering a critical message to global leaders……based on his recent conversation with President-elect Donald Trump.

He said the future U.S. president wants to maintain ….…core strategic relationships, including with NATO.

((PRESIDENT BARACK OBAMA))
"One of the messages I will be able to deliver is his commitment to NATO and the trans-Atlantic alliance. I think that's one of the most important functions I can serve at this stage during this trip is to let them know that there's no weakening of resolve."

Trump had rattled NATO members when he suggested during the campaign that some must pay more for U.S. protection.

Obama declined to comment on Trump's choice for top strategist, Stephen Bannon.

Critics say the former head of the controversial outlet Breitbart News is linked to white nationalist groups.

But Obama said the voters have spoken.

((PRESIDENT BARACK OBAMA))
"Donald Trump will be the next president, the 45th president of the United States, and it will be up to him to set up a team that he thinks will serve him well and reflects his policies. And those who didn't vote for him have to recognize that that's how democracy works."

Trump's November 8 victory sparked protests around the country.
His win stunned Democrats.

((PRESIDENT BARACK OBAMA))
"I think it's a healthy thing for the Democratic Party to go through some reflection. I think it's important for me not to be big-footing that conversation. I think we want to see new voices and new ideas emerge."

Obama said he urged Trump to reach out to voters who did not support him……saying it will make his job easier when he arrives in Washington.

XS
SM
MD
LG