ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ກຊ ການຕ່າງປະເທດອີຣ່ານ ເອີ້ນ ມາດຕະການລົງໂທດ ຊຸດໃໝ່ ຕໍ່ອີຣ່ານ ວ່າ ເປັນການຜິດກົດໝາຍ


ປ. ອີຣ່ານ ທ່ານ Hassan Rouhani ກ່າວຖະແຫລງຕໍ່ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງ Tehran ຂອງອີຣ່ານເມື່ອວັນທີ 17 ມັງກອນ, 2016.
ປ. ອີຣ່ານ ທ່ານ Hassan Rouhani ກ່າວຖະແຫລງຕໍ່ກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງ Tehran ຂອງອີຣ່ານເມື່ອວັນທີ 17 ມັງກອນ, 2016.

ກະຊວງການຕ່າງປະເທດ ອີຣ່ານ ໄດ້ເອີ້ນມາດຕະການລົງ
ໂທດຊຸດໃໝ່ ຂອງສະຫະລັດ ທີ່ແນເປົ້າໝາຍໃສ່ ໂຄງການ
ລູກສອນໄຟຂີປະນາວຸຸດຂອງປະເທດຕົນນັ້ນ ວ່າຜິດກົດໝາຍ.

ໂຄສົກຂອງກະຊວງດັ່ງກ່າວ ທ່ານ Hossein Jaber Ansari
ໄດ້ກ່າວ ໃນວັນຈັນມື້ນີ້ ວ່າ ອີຣ່ານ ຈະຕອບໂຕ້ດ້ວຍການສົ່ງ
ເສີມ ຄວາມພະຍາຍາມ ໃນໂຄງການລູກສອນໄຟຂີປະນາວຸດ
ທີ່ຖືກຕ້ອງຕາມກົດໝາຍຂອງຕົນ ແລະ ຜັນຂະຫຍາຍ ຄວາມ
ອາດສາມາດດ້ານການປ້ອງກັນປະເທດນຳດ້ວຍ.

ອີຣ່ານໄດ້ຖືກປະນາມຈາກສະຫະລັດ ແລະ ບັນດານປະເທດ
ມະຫາອຳນາດ ຕາເວັນຕົກ ສຳລັບການທົດລອງລູກສອນໄຟຂີປະນາວຸດ ເມື່ອທ້າຍປີ
ກາຍນີ້ ຊຶ່ງບັນດາປະເທດເຫຼົ່ານັ້ນ ກ່າວວ່າ ເປັນການລະເມີດຕໍ່ຂໍ້ຕົກລົງ ຂອງສະພາ
ຄວາມໝັ້ນຄົງ ອົງການສະຫະປະຊາຊາດ. ອີຣ່ານໄດ້ປົກປ້ອງການທົດລອງນັ້ນ ວ່າ
ເປັນເລື້ອງ ຂອງຄວາມໝັ້ນຄົງແຫ່ງຊາດ ຂອງຕົນ.

ສະຫະລັດ ໄດ້ປະກາດ ໃຊ້ມາດຕະການລົງໂທດສະບັບໃໝ່ ໃນວັນອາທິດວານນີ້
ຕໍ່ພົນລະເມືອງອີຣ່ານ 5 ຄົນ ແລະ ເຄືອຂ່າຍ ຂອງບໍລິສັດຕ່າງໆ ທີ່ກ່ຽວພັນກັບກິດ
ຈະກຳ ດ້ານລູກສອນໄຟ ທີ່ໄດ້ຖືກຫ້າມນັ້ນ.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວວ່າ ລັດຖະບານຂອງທ່ານຈະ ບັງຄັບໃຊ້
ມາດຕະການລົງໂທດຕ່າງໆ ຕໍ່ໂຄງການລູກສອນໄຟຂີປະນາວຸດຂອງອີຣ່ານ “ຢ່າງແຂງຂັນ.”

Obama Hails Release of US Prisoners, Iran Nuke Developments
please wait

No media source currently available

0:00 0:02:22 0:00

XS
SM
MD
LG