ປະທານາທິບໍດີ Barack Obama ກ່າວໃນວັນພຸດມື້ນີ້ວ່າ ສະ
ຫະລັດ ຍິນດີ ທີ່ຣັດເຊຍ ຫັນປ່ຽນຄວາມພະຍາຍາມຫລາຍຂື້ນ
ໃນ ຊີເຣຍ ໄປປະເຊີນໜ້າກັບ ກຸມລັດອິສລາມ ແທນທີ່ຈະ “ຊຸກ
ຍູ້ຂື້ນ” ແກ່ປະທານາທິບໍດີ ຊີເຣຍ ທ່ານ Barsha al-Assad.
ທ່ານ Obama ຮ້ອງລັດອິສລາມ ວ່າ “ເປັນຕົ້ນຕໍການຂົ່ມຂູ່”
ແລະໃຫ້ຂໍ້ສັງເກດວ່າເປັນຜູ້ຍິງເຣືອບິນ ຣັດເຊຍຕົກໃນເດືອນ
ແລ້ວນີ້ ໃນອີຈິບ ທີ່ໄດ້ຊຸກຍູ້ໃຫ້ ປະທານາທິບໍດີ Putin ປ່ຽນ
ຄວາມເຈາະຈົງຂອງທ່ານ.
ພວກຫົວຮຸນແຮງລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ
ໃນການວາງລະເບີດໃສ່ເຮືອບິນໂດຍສານ ແລະ ທ່ານ Putin ໃນວັນອັງຄານວານນີ້ ກ່າວ
ວ່າ ກອງທັບຂອງທ່ານຈະໂຈມຕີຢ່າງໜັກໃນຊີເຣຍ “ເພື່ອໃຫ້ພວກກະທຳຜິດ ສຳນຶກວ່າ ການຕອບໂຕ້ທີ່ຫລີກຫລ້ຽງບ່ໄດ້.”
ບັນດາເຮືອບີນຖີ້ມລະເບີດຣັດເຊຍ ລະຍະໄກ ໄດ້ຖະຫລົ່ມທີ່ໝັ້ນລັດອິສລາມ ໃນເມືອງ
Raqqa ຢູ່ທາງພາກເໜືອຂອງຊີເຣຍ. ໂຄສົກທະນຽບຫ້າແຈ ທ່ານ Peter Cook ກ່າວ
ວ່າ ການໂຈມຕີດັ່ງກ່າວເປັນເທື່ອທຳອິດທີ່ ຣັດເຊຍ ໄດ້ແບ່ງປັນລາຍລະອຽດການບິນ
ລ່ວງໜ໊າ ກັບ ບັນດາຜູ້ບັນຊາການ ສະຫະລັດ ນັບແຕ່ສອງຝ່າຍໄດ້ຕົກລົງກ່ຽວກັບ
ຄວາມປອດໄພດ້ານການບິນ ທີ່ແນໃສ່ການຫລີກຫລ່ຽງຕຳກັນຢູ່ເທິ່ງຊີີເຣຍ.
ທ່ານ Cook ຍັງໄດ້ຢືນຢັນວ່າ ຣັດເຊຍ ໄດ້ອ້າງວ່າ ເຣືອບິນຖີ້ມລະເຍີດໄດ້ທຳລາຍເປົ້າ
ໝາຍໃຫຍ່ໆຫລາຍແຫ່ງ ໃນເມືອງ Raqqa. ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ອ້າງຄຳເວົ້າ
ວ່າ ເຮືອລົບຣັດເຊຍ ໄດ້ຍິງລູກສອນໄຟ cruise ປະມານ 20 ລູກໃນວັນອັງຄານວານນີ້
ຈາກ ທະເລ Caspian ໂຈມຕີເປົ້າໆ ໝາຍຢູ່ໃກ້ ແລະໃນເມືອງ Raqqa.