ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ກ່າວວ່າ ສຫລ ພວມກ້າວ ເຂົ້າສູ່ປີໃໝ່ ດ້ວຍ ຄວາມໝັ້ນໃຈ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ສະຫະ
ລັດພວມກ້າວເຂົ້າສູ່ປີໃໝ່ດ້ວຍຄວາມໝັ້ນໃຈຄັ້ງໃໝ່ ທີ່ວ່າ ອາເມ
ຣິກາພວມທຳຄວາມກ້າວໜ້າຢ່າງສຳຄັນ ໃນບ່ອນທີ່ໄດ້ຮັບຜົນ.

ທ່ານໂອບາມາກ່າວຢູ່ໃນຄຳປາໄສປະຈຳສັບປະດາຂອງທ່ານໃນ
ວັນເສົາມື້ນີ້ວ່າ ບາດກ້າວຕ່າງໆທີ່ປະເທດຊາດໄດ້ເອົາເມື່ອເກືອບ
6 ປີກ່ອນ ເພື່ອກອບກູ້ເສດຖະກິດຂອງປະເທດນັ້ນໄດ້ຊ່ອຍເຮັດ
ໃຫ້ປີ 2014 ນີ້ ເປັນປີທີ່ເຂັ້ມແຂງທີ່ສຸດ ສຳຫລັບການເຕີບໂຕໃນ
ເລື່ອງວຽກເຮັດງານທຳ ນັບແຕ່ຊຸມປີ 1990 ເປັນຕົ້ນມາ.

ປະທານາທິບໍດີ ກ່າວວ່າ ເພື່ອຄ້ຳປະກັນ ໃຫ້ເສດຖະກິດຂອງປະ
ເທດ ສືບຕໍ່ຂະຫຍາຍໂຕນັ້ນ ພວກເຮົາຕ້ອງເຮັດໃຫ້ເປັນທີ່ແນ່ໃຈວ່າ ເສດຖະກິດຂອງພວກ
ເຮົາ ລະບົບຍຸຕິທຳຂອງພວກເຮົາ ແລະລັດຖະບານຂອງພວກເຮົາ ບໍ່ພຽງແຕ່ຮັບໃຊ້ຜູ້ຄົນ ພຽງບໍ່ເທົ່າໃດຄົນທໍ່ນັ້ນ ແຕ່ຮັບໃຊ້ ພວກເຮົາທັງມວນ. ທ່ານເວົ້າວ່າ ທ່ານຄາດຫວັງວ່າຈະ
ໄດ້ດຳເນີນງານຮ່ວມກັບ ລັດຖະສະພາຊຸດໃໝ່ ໃນປີໜ້ານີ້ ກ່ຽວກັບບູລິມະສິດຕ່າງໆ ແຕ່ ທ່ານກໍເວົ້າວ່າ ທ່ານຈະດຳເນີນການຕາມລຳພັງບ່ອນ ໃດທີ່ເຫັນວ່າ ມີຄວາມຈຳເປັນ.

ເສດຖະກິດສະຫະລັດ ເຕີບໂຕຫລາຍທີ່ສຸດ ນັບແຕ່ຊຸມປີ 1990 ມາ:

XS
SM
MD
LG