ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ວ່າ ສຫລ ຕໍ່ສູ້ ພວກກະບົດ ລັດອິສລາມ ຮ່ວມກັບ ພັນທະມິດ (ວີ​ດີ​ໂອ)


ປ. ໂອບາມາ ກ່າວຄຳປາໄສ ຕໍ່ປະເທດຊາດ ທີ່ທຳນຽບຂາວ
(10 ກັນຍາ 2014)
ປ. ໂອບາມາ ກ່າວຄຳປາໄສ ຕໍ່ປະເທດຊາດ ທີ່ທຳນຽບຂາວ (10 ກັນຍາ 2014)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ການ
ຕໍ່ສູ້ຕ້ານພວກຫົວຮຸນແຮງ ລັດອິສລາມ ໃນຊີເຣຍ ແລະອີຣັກ ບໍ່ ແມ່ນການຕໍ່ສູ້ຂອງສະຫະລັດ ແຕ່ພຽງຜູ້ດຽວຕາມລຳພັງ. ປະທາ ນາທິບໍດີກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານ ( in his
weekly address
)ໃນວັນເສົາມື້ນີ້ວ່າ ສະຫະລັດພວມທຳການ ຕໍ່ສູ້ກັບພວກກະບົດຈຸດັ່ງກ່າວ ໂດຍໄດ້ຮັບຄວາມຊ່ວຍເຫຼືອ ສະ
ໜັບສະໜຸນ ຈາກບັນດາປະເທດພັນທະມິດ ແລະພາຄີທັງຫຼາຍ.

ປະທານາທິບໍດີເວົ້າວ່າ ກຳລັງທະຫານອາເມຣິກັນທີ່ທ່ານໄດ້ສັ່ງ
ໃຫ້ເດີນທາງໄປອີີຣັກນັ້ນ ຈະຊ່ວຍໃຫ້ການສະໜັບສະໜຸນຕໍ່ກຳ ລັງຂອງອີຣັກແລະຊາວເຄີດ ໃນການຝຶກແອບ ການສືບລັບແລະອຸບປະກອນທີ່ພວກເຂົາ ເຈົ້າຕ້ອງການ ເພື່ອຕໍ່ສູ້ກັບພວກກໍ່ການຮ້າຍເຫຼົ່ານີ້ ທາງພາກພື້ນດິນ.

ຜູ້ນຳຂອງສະຫະລັດເວົ້າວ່າ ຍ້ອນສະຫະລັດກຳລັງນຳພາໃນທິດທາງທີີ່ຖືກຕ້ອງຈຶ່ງມີຫຼາຍ ປະເທດເຂົ້າຮ່ວມແນວໂຮມ ຮວມທັງບັນດາປະເທດອາຣັບນຳດ້ວຍ.

ປະທານາທິບໍດີໂອບາມາ ເວົ້າວ່າ ການໂຈມຕີ ຕ້ານການຂົ່ມຂູ່ ຂອງພວກຫົວຮຸນແຮງ ລັດ ອິສລາມ ກຳລັງສະແດງໃຫ້ໂລກເຫັນ ກ່ຽວກັບການນຳພາທີ່ດີທີ່ສຸດ ຂອງອາເມຣິກາ.

XS
SM
MD
LG