ປະທານາທິບໍດີບາຣັກ ໂອບາມາ ກ່າວວ່າ ສະຫະລັດແລະ
ຢູໂຣບຈະຕ້ອງທຳການເຄື່ອນໄຫວຮ່ວມກັນໃນການລົງໂທດ
ຕໍ່ຣັດເຊຍກ່ຽວກັບພຶດຕິກຳຕ່າງໆຂອງຣັດເຊຍໃນຢູເຄຣນ
ທີ່ທ່ານກ່າວວ່າ ເປັນໄພຂົ່ມຂູ່ຕໍ່ເອກະລາດແລະອະທິປະໄຕ
ຂອງຢູເຄຣນນັ້ນ.
ໃນການຖະແຫຼງ ໃນວັນອາທິດມື້ນີ້ ທີ່ມາເລເຊຍ ປະທານາ
ທິບໍດີ ໂອບາມາ ກ່າວວ່າ ສະຫະຣັດແລະຢູໂຣບຕ້ອງທຳ
ການເຄື່ອນໄຫວຮ່ວມກັນ ເພື່ອສະແດງໃຫ້ຣັດເຊຍເຫັນວ່າ
ໂລກມີຄວາມສາມັກຄີກັນ ໃນການເລີ້ມ ການລົງໂທດເຫຼົ່ານີ້.
ທ່ານໂອບາມາ ກ່າວວ່າ ໄດ້ມີຂໍ້ຕົກລົງກັນກັບຣັດເຊຍ ເພື່ອຜ່ອນຄາຍວິກິດການລົງ
ແຕ່ “ຣັດເຊຍບໍ່ໄດ້ສະແດງຮ່ອງຮອຍໃຫ້ການຊ່ອຍເຫຼືອໃນເລື້ອງນີ້ເລີຍ.”
ໃນວັນເສົາວານນີ້ ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ຮຽກ
ຮ້ອງຂໍການສະໜັບສະໜຸນຈາກຣັດເຊຍ “ໂດຍບໍ່ມີເງື່ອນໄຂໃດໆລ່ວງໜ້າ” ໃນ
ຄວາມພະຍາຍາມຕ່າງໆ ເພື່ອປ່ອຍໂຕ ພວກນັກສັງເກດການຢູໂຣບທີ່ຖືກຈັບໂຕ
ໄປໃນວັນສຸກຜ່ານມາໂດຍພວກມືປືນທີ່ນິຍົມຣັດເຊຍຈຸນຶ່ງ ໃນພາກຕາເວັນອອກ
ຂອງຢູເຄຣນນັ້ນ.
ເຈົ້າໜ້າທີ່ອະວຸໂສ ຂອງກະຊວງການຕ່າງປະເທດສະຫະລັດທ່ານນຶ່ງກ່າວວ່າ ທ່ານ
Kerry ໄດ້ທຳຄວາມຮຽກຮ້ອງດັ່ງກ່າວ ຜ່ານທາງໂທລະສັບຕໍ່ທ່ານ Sergei Lavrov
ຄູ່ຕຳແໜ່ງຝ່າຍຣັດເຊຍ. ໃນເວລາຕໍ່ມາ ທາງມົສກູກ່າວວ່າ ຕົນກຳລັງດຳເນີນການ
ໃນອັນທີ່ເອີ້ນວ່າ “ມາດຕະການທຸກຢ່າງເພື່ອແກ້ໄຂສະຖານະການດັ່ງກ່າວ”
ແຕ່ກໍໄດ້ຖິ້ມໂທດໃສ່ບັນດາເຈົ້າໜ້າທີ່ຢູເຄຣນທີ່ບໍ່ໄດ້ຮັບປະກັນຄວາມປອດໄພໃຫ້
ແກ່ທີມນັກສັງເກດການນັ້ນ.

ພາບຫຼ້າສຸດ ຈາກ ຢູເຄຣນ
1/11
A Ukrainian police officer stands guard at a checkpoint that was attacked by unknown men outside the Black Sea port of Odessa, Ukraine, April 25, 2014.
2/11
A pro-Russian armed man smokes as he guards near the mayor's office in Slovyansk, Ukraine, April 25, 2014.
3/11
A Ukrainian soldier sits atop of his armored vehicle at a check point near the village of Artemiovska, near Slovyansk, Ukraine, April 24, 2014.
4/11
Ukrainian security force officers are deployed at a checkpoint set on fire and left by pro-Russian separatists near Slovyansk, April 24, 2014.
5/11
A Pro-Russian supporter walks at the seized office of the SBU state security service in Luhansk, eastern Ukraine, April 24, 2014.
8/11
Ukrainian presidential candidate Yulia Tymoshenko speaks during a briefing in Luhansk, eastern Ukraine April 24, 2014.
9/11
People carry the coffin of local politician Volodymyr Rybak, allegedly tortured and killed by pro-Russia separatists, during his funeral in the village of Horlivka, in eastern Ukraine, April 24, 2014.
Previous slide
Next slide