ໜຶ່ງອາທິດຫລັງຈາກເທີກີໄດ້ຍິງເຮືອບິນລົບຣັດເຊຍຕົກ ທີ່ໄດ້ກໍ່
ໃຫ້ເກີດ ຄວາມເຄັ່ງຕືງນັ້ນ ປະທານາທິບໍດີ ສະຫະລັດ ທ່ານ
Barack Obama ໄດ້ຮຽກຮ້ອງໃຫ້ຫລຸດຜ່ອນຄວາມເຄັ່ງຕຶງລົງ
ລະຫວ່າງປະເທດທັງສອງ ແລະມີຄວາມປຸ້ມລຸມສາມັກຄີກັນກ່ຽວ
ກັບບັນຫາຂັດແຍ້ງໃນຊີເຣຍ.
ທ່ານ Obama ກ່າວວ່າ “ພວກເຮົາທັງໝົດມີສັດຕູອັນດຽວກັນ
ແລະນັ້ນແມ່ນກຸ່ມລັດອິສລາມຫຼື ISIL ແລະ ຂ້າພະເຈົ້າຢາກໃຫ້
ເປັນທີ່ແນນອນວ່າ ພວກເຮົາຍັງສືບຕໍ່ເພັ່ງເລັງໃສ່ໄພຂົ່ມຂູ່ດັ່ງ
ກ່າວ. ແລະຂ້າພະເຈົ້າຢາກໃຫ້ເປັນທີ່ແນ່ນອນວ່າ ພວກເຮົາ
ຍັງສືບຕໍ່ເພັ່ງເລັງໃສ່ຄວາມຕ້ອງ ການ ທີ່ຈະໃຫ້ມີການແກ້ໄຂທາງດ້ານການເມືອງບາງຢ່າງ ຢູ່ໃນຊີເຣຍ.
ປະທານາທິບໍດີ ສະຫະລັດ ກ່າວໃນວັນອັງຄານ ຫລັງຈາກໄດ້ໂອ້ລົມກັບຄູ່ຕຳແໜ່ງຝ່າຍ
ເທີກີ ທ່ານ Recep Tayyip Erdogan ຢູ່ນອກກອງປະຊຸມ ກ່ຽວກັບດິນຟ້າອາກາດ
ສະຫະປະຊາຊາດ. ການພົບປະໄດ້ມີຂື້ນໜຶ່ງອາທິດຫລັງຈາກເທິກີ ໄດ້ຍິງເຮືອບິນລົບ
ອາຍພົ່ນ SU-24 ຂອງ ຣັດເຊຍຕົກ ທີ່ໄດ້ບິນລ່ວງລໍ້າເຂດນ່ານຟ້າຂອງຕົນ.
ຣັດເຊຍ ໄດ້ເນັ້ນໜັກວ່າ ເຮືອບິນບໍ່ໄດ້ຂ້າມເຂົ້າໄປໃນເຂດຊາຍແດນເທິກີ ແລະໄດ້ຕອບ
ໂຕ້ ໂດຍການລົງໂທດທາງດ້ານເສດຖະກິດ ຕໍ່ Ankara.
ທ່ານ Obama ໄດ້ກ່າວຢ້ຳຊໍ້າແລ້ວຊໍ້າອີກ ຢູ່ທີ່ນະຄອນປາຣີ ເຖິງການໃຫ້ຄວາມສະໜັບ
ສະໜູນແກ່ ພັນທະມິດສະຫະລັດ.
ຜູ້ນຳ ສະຫະລັດ ກ່າວວ່າ “ສະຫະລັດ ໃຫ້ການສະໜັບສະໜູນຕໍ່ສິດທິໃນການປ້ອງກັນ
ໂຕເອງ ເຂດນ່ານຟ້າ ແລະເຂດນໍ້າແດນດິນຂອງເທີກີ. ແລະພວກເຮົາໝັ້ນໝາຍທີ່ສຸດ
ຕໍ່ຄວາມໝັ້ນຄົງແລະອະທິປະໄຕຂອງ ເທິກີ.”
ໃນພາກສ່ວນຂອງທ່ານນັ້ນ ປະທານາທິບໍດີເທິກີ ທ່ານ Erdogan ໄດ້ຮຽກຮ້ອງໃຫ້ມີນຳ
ໃຊ້ພາສາການທູດ ເພື່ອແກ້ໄຂໃນອັນທີ່ທ່ານຮ້ອງວ່າ ບັນຫາຢູ່ໃນຂົງເຂດ.