ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຮຽກຮ້ອງ ໃຫ້ສະພາສູງ ຊ່ອຍເຫລືອ Puerto Rico


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ຮຽກຮ້ອງ​ໃຫ້​ສະພາ​ສູງ ສົ່ງ​ຮ່າງ​ກົດ ໝາຍ​ໃຫ້​ຄວາມ​ຊ່ອຍເຫ​ລື​ອ​ແກ່ Puerto Rico ຄຸ້ມ​ຄອງ​ວິ​ກິດ​ການ​ໜີ້ສິນເປັນ​ຈຳນວນ​ຫຼວງຫຼາຍ​ຂອງ​ຕົນ ​ໄປ​ໃຫ້​ທ່ານ​ຢ່າງ​ວ່ອງ​ໄວ.

ປະທານາທິບໍດີ​ໂອບ​າມາ ກ່າວ​ໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ​ໃນ​ວັນ​ເສົາ​ມື້ນີ້ວ່າ ທາງ​ສະພາ​ຕ່ຳ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ທີ່​ໄດ້​ຮັບ​ການ​ສະໜັບສະ​ໜຸນ​ຈາກ​ທັງ​ສອງ​ ພັກ​ການ​ເມືອງເພື່ອ​ແກ້​ໄຂ​ວິ​ກິດ​ການ​ດັ່ງກ່າວ​ແລ້ວ ແລະບັດນີ້ທາງສະພາສູງຈະຕ້ອງໄດ້ ດຳເນີນການຢ່າງໄວວາກ່ຽວກັບເລື້ອງນີ້.

ທ່ານກ່າວວ່າ Puerto Rico ກຳລັງ​ປະ​ເຊີນ​ກັບ​ການ​ຈ່າຍ​ໜີ້ອີກ 2 ພັນ​ລ້ານ​ໂດ​ລາທີ່​ຕົນ ​ບໍ່ສາມາດ​ຈ່າຍ​ໄດ້.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ມີ​ວິທີ​ດຽວ​ເທົ່າ​ນັ້ນທີ່ Puerto Rico ຈະ​ສາມາດຫລຸດ​ພົ້ນຈາກ​ວິ​ກິດການນີ້ໄດ້ ແລະນັ້ນກໍຄືຈັດ​ແຈງ​ໃໝ່​ໃນ​ດ້ານ​ໜີ້ສິນ​ແລະຊອກ​ຫາ​ຊ່ອງ​ທາງແບບ​ຍືນ​ຍົງ​ໃນ​ດ້ານ​ງົບປະມານ ​ໄປ​ສູ່​ການ​ເຕີບ​ໂຕ ​ແລະ​ໂອກາດສຳລັບ​ປະຊາຊົນ​ຂອງ ຕົນ.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ມີແຕ່ລັດຖະສະພາ​ເທົ່າ​ນັ້ນ ສາມາດ​ມອບ​ເຄື່ອງມື ​ທີ່ Puerto Rico ຕ້ອງການເພື່ອ​ຈະ​ດຶງ​ເອົາ​ຕົນ​ເອງອອກ​ຈາກ​ວິ​ກິດ​ການ​ນີ້.

ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ ຊາວ Puerto Rico ​ແມ່ນ​ເປັນ​ປະຊາ​ຊົນ​ອາ​ເມຣິກັນ ຄື​ກັນ​ກັບ ປະຊາຊົນ​ຢູ່​ທີ່​ລັດ Maine ຫຼື Oklahoma ຫຼື New Mexico ນີ້​ເອງ.

Puerto Rico ​ເປັນ​ດິນ​ແດນ​ທີ່​ບໍ່​ໄດ້​ມີ​ການຈັດຕັ້ງ​ແບບ​ບໍລິສັດຂອງ​ສະຫະລັດ​ໂດຍ​ມີ​ສະຖານະ​ພາບ​ເປັນ​ເຂດ​ປົກຄອງ​ຕົນ​ເອງ​ທີ່​ເອີ້ນວ່າ commonwealth.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG