ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຮຽກຮ້ອງ ໃຫ້ຣັດເຊຍ ເຄົາລົບ ການຢຸດຍິງ ໃນ​ຢູ​ເຄ​ຣນ


ນາຍົກລັດຖະມົນຕີຣັດເຊຍ ທ່ານ ດີມິທຣີ ແມັດເວແດບວ໌ (ຂວາ) ໂອ້ລົມກັບປະທານາທິບໍດີ ບາຣັກ ໂອບາມາ ຢູ່ກອງປະຊຸມສຸດຍອດ ເອເຊຍຕາເວັນອອກ ຄັ້ງທີ 9 ໃນນະຄອນຫລວງ ເນປີດໍ, ວັນທີ 13 ພະຈິກ 2014.
ນາຍົກລັດຖະມົນຕີຣັດເຊຍ ທ່ານ ດີມິທຣີ ແມັດເວແດບວ໌ (ຂວາ) ໂອ້ລົມກັບປະທານາທິບໍດີ ບາຣັກ ໂອບາມາ ຢູ່ກອງປະຊຸມສຸດຍອດ ເອເຊຍຕາເວັນອອກ ຄັ້ງທີ 9 ໃນນະຄອນຫລວງ ເນປີດໍ, ວັນທີ 13 ພະຈິກ 2014.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້
ຣັດເຊຍ ເຄົາລົບການຢຸດຍິງ ທີ່ລົງນາມກັນເມື່ອເດືອນກັນຍາ
ຜ່ານມາ ລະຫວ່າງລັດຖະບານ Kyiv ແລະ ພວກກະບົດທີ່ໄດ້ຮັບ
ການໜຸນຫລັງ ຈາກມົສກູ ໃນພາກຕາເວັນອອກ ຂອງຢູເຄຣນ.

ຮອງທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ
ທ່ານ Ben Rhodes ກ່າວວ່າ ປະທານາທິບໍດີໂອບາມາ ໄດ້ກ່າວ
ເຖິງເລື່ອງນີ້ ກັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin ໃນລະຫວ່າງການໂອ້ລົມກັນແບບ ບໍ່ເປັນທາງການ ທີ່ກອງປະຊຸມ
ສຸດຍອດ ຢູ່ທີ່ນະຄອນຫຼວງປັກກິ່ງ.

ນອກນັ້ນ ທ່ານ Rhodes ຍັງກ່າວຕໍ່ພວກນັກຂ່າວວ່າ ປະທານາທິບໍດີໂອບາ ມາຈະຫາລື
ກ່ຽວກັບວິກິດການໃນຢູເຄຣນ ກັບພວກຜູ້ນຳຂອງຢູໂຣບ ຢູ່ຂ້າງ ນອກຂອງກອງປະຊຸມ
ສຸດຍອດຂອງກຸ່ມຈີ 20 ທີ່ນະຄອນ Brisbane ປະເທດ ອອສເຕຣເລຍ ໃນອາທິດໜ້ານີ້.

ຄະນະສັງເກດການຂອງອົງການເນໂຕ້ ແລະ ຂອງຢູໂຣບ ລາຍງານວ່າ ມີການສົ່ງ ລົດຖັງ
ທະຫານ ແລະ ອາວຸດຂອງຣັດເຊຍ ຂ້າມຊາຍແດນເຂົ້າໄປ ໃນໄລຍະສອງ ສາມມື້ຜ່ານ
ມານີ້.

ມົສກູໄດ້ປະຕິເສດຊ້ຳແລ້ວຊ້ຳອີກວ່າ ບໍ່ມີການພົວພັນທາງທະຫານ ຢ່າງເປັນທາງ ການ
ໃດໆ ຢູ່ໃນຢູເຄຣນ ແລະ ໄດ້ກ່າວເຖິງທະຫານຣັດເຊຍ ທີ່ຮ່ວມສູ້ລົບກັບພວກກະບົດນັ້ນວ່າ
ເປັນອາສາສະໝັກ.

ຢູ່ທີ່ກອງປະຊຸມສຸກເສີນ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນວັນພຸດວານນີ້
ເອກອັກຄະລັດຖະທູດ ຂອງຢູເຄຣນ ປະຈຳສະຫະປະຊາຊາດ ກ່າວວ່າ ຄວາມຢັບຢັ້ງ
ຂອງ Kyiv ແມ່ນເຫດຜົນດຽວເທົ່ານັ້ນ ທີ່ສົງຄາມຍັງບໍ່ລະເບີດຂຶ້ນ. ທ່ານ Yuriy Sergeyev ໄດ້ຕັ້ງຄຳຖາມວ່າ ວັງເຄຣັມລິນວາງແຜນ ທີ່ຈະທຳ ການຮຸກຮານ ດ້ວຍກຳລັງອາວຸດ ຢູ່ໃນພາກຕາເວັນອອກຂອງຢູເຄຣນ ຫລືບໍ່.

UKRAINE VOSOTVO
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG