ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ.ໂອບາມາ ຮຽກຮ້ອງໃຫ້ ພັກຣີພັບບລີກັນ ເຮັດວຽກ ໜັກຂຶ້ນ ເພື່ອ ຊາວອາເມຣິກັນ (ວີດີໂອ)


ປ. ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ (3 ພຶດສະພາ 2014)
ປ. ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ (3 ພຶດສະພາ 2014)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ປະ
ເທດຊາດຈະດີຂຶ້ນຖ້າຫາກພັກຣີພັບບລີກັນຢູ່ໃນລັດຖະສະພາ ຫາກເຮັດວຽກເຮັດການໜັກຂຶ້ນ ໃນການສະໜອງໂອກາດໃຫ້ ແກ່ຊາວອາເມຣິກັນທຸກໆຄົນ.

ປະທານາທິບໍດີໂອບາມາ ກ່າວໃນຄຳປາໄສປະຈຳສັບ ປະດາ
ຂອງທ່ານໃນວັນເສົາມື້ນີ້ວ່າ ພັກຣີພັບບລີກັນ ໄດ້ລົງຄະແນນ
ສຽງຫລາຍກວ່າ 50 ເທື່ອ ເພື່ອທັບມ້າງ ກົດໝາຍຮັກສາສຸຂະ
ພາບລາຄາຖືກ ທີ່ຮູ້ກັນ ໃນອີກຊື່ນຶ່ງວ່າ Obamacare ຊຶ່ງໄດ້ ສະໜອງປະກັນໄພສຸຂະພາບໃຫ້ແກ່ຜູ້ຄົນຫຼາຍໆລ້ານຄົນນັ້ນ.
ທ່ານໂອບາມາເວົ້າວ່າ ຈົ່ງວາດພາບເບິ່ງຖ້າພວກເຂົາເຈົ້າຫາກ
ລົງຄະແນນສຽງ 50 ເທື່ອ ກ່ຽວກັບຮ່າງກົດໝາຍ ສ້າງວຽກເຮັດງານທຳຢ່າງແທ້ຈິງ.

ປະທານາທິບໍດີກ່າວວ່າ ທ່ານໄດ້ດຳເນີນການ 20 ເທື່ອ ຕາມລຳພັງໃນປີນີ້ ເພື່ອສ້າງວຽກ ເຮັດງານທຳ ແລະຂະຫຍາຍໂອກາດສຳລັບຊາວອາເມຣິກັນ.

ເບິ່ງ ປ.ໂອບາມາ ກ່າວຄຳປາໄສ ປະຈຳສັບປະດາ

ໃນຄຳປາໄສຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາສູງ Marco Rubio ຈາກລັດຟລໍຣິດາ ກ່າວວ່າ ປະທານາທິບໍດີຄວນທຳການລົງໂທດໜັກກວ່ານີ້ ຕໍ່ຣັດເຊຍກ່ຽວກັບເລື່ອງຢູເຄຣນ.

ເບິ່ງຄຳປາໄສ ປະຈຳສັບປະດາ ຂອງພັກຣີພັບບລີກັນ
XS
SM
MD
LG