ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ.ໂອບາມາ ຮຽກຮ້ອງ ໃຫ້ຕໍ່ອາຍຸ ກົດບັດ ທະນາຄານ ຂາເຂົ້າ-ຂາອອກ ສຫລ


ປະທານາທິບໍດີ ສຫລ ທ່ານ ບາຣັກ ໂອບາມາ
ປະທານາທິບໍດີ ສຫລ ທ່ານ ບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ມີທຸລະ
ກິດຂະໜາດນ້ອຍ ຫລາຍແບບບໍ່ເຄີຍມີມາກ່ອນ ຂາຍຜະລິດພັນ
ຂອງພວກເຂົາເຈົ້າ ຢູ່ໃນຕ່າງປະເທດ ແຕ່ນັ້ນອາດຈະມີການປ່ຽນ
ແປງໂດຍທັງໝົດ ຖ້າຫາກສະພາ ບໍ່ເອົາມາດຕະການ.

ປະທານາທິບໍດີີໂອບາມາກ່າວໃນຄຳປາໄສປະຈຳສັບປະດາຂອງ
ທ່ານ ໃນວັນເສົາມື້ນີ້ວ່າ ນອກຈາກວ່າສະພາຈະຕໍ່ອາຍຸກົດບັດທະ
ນາຂາເຂົ້າຂາອອກ ຂອງສະຫະລັດແລ້ວ ເກືອບ 300,000 ທຸລະ
ກິດ ອາດຈະສູນເສຍຕະຫລາດ ຢູ່ໃນຕ່າງປະເທດຂອງພວກເຂົາ
ເຈົ້າ. ທະນາຄານດັ່ງກ່າວສະໜອງເງິນກູ້ຢືມ ເງິນກູ້ຢືມແບບຄ້ຳປະ
ກັນ ແລະປະກັນໄພສິນເຊື່ອ ໃຫ້ແກ່ລູກຄ້າຕ່າງປະເທດ ທີ່ຊື້ຜະລິດຕະພັນສະຫະລັດ.

ທ່ານເວົ້າວ່າສະມາຊິກສະພາໄດ້ຕໍ່ອາຍຸກົດບັດຂອງທະນາຄານດັ່ງກ່າວມາແລ້ວ 16 ເທື່ອ ຍ້ອນວ່າທະນາຄານນີ້ ເຮັດໜ້າທີ່ແລະໄດ້ຮັບເງິນຕອບແທນຢູ່ໃນຕົວຂອງມັນເອງ.

ສະມາຊິກສະພາຂອງພັກຣີພັບບລີກັນບາງຄົນ ທີ່ໃຫ້ການສະໜັບສະໜຸນທະນາຄານ ໃນ
ອະດີດຜ່ານມາ ເວລານີ້ ບໍ່ຕ້ອງການທີ່ຈະຕໍ່ອາຍຸ ໃຫ້ທະນາຄານດັ່ງກ່າວອີກ.

ປະທານາທິບໍດີໂອບາມາ ເວົ້າວ່າ ຖ້າສະພາຫາກບໍ່ດຳເນີນການແລ້ວ ທຸລະກິດຫລາຍໆ ພັນບໍລິສັດ ກໍຈະໄດ້ຮັບຄວາມເສຍຫາຍຢ່າງສິ້ນເຊີງ ໂດຍບໍ່ຈຳເປັນ.

ໃນຄຳປາໄສປະຈຳສັບປະດາ ຂອງພັກຣີພັບບລີກັນນັ້ນ ທ່ານ Reliance Priebus ປະ ທານຂອງພັກ ກ່າວວ່າ ຈະມີການໃຊ້ຈ່າຍ ຂອງລັດຖະບານໜ້ອຍລົງ ການຮັກສາສຸຂະ ພາບທີ່ສາມາດປັບຕົວໄດ້ແລະການສຶກສາທີ່ດີຂຶ້ນ ພາຍໃຕ້ການຄວບຄຸມສະພາທັງສອງ ຂອງພັກຣີພັບບລີກັນ. ພັກຣີພັບບລີກັນ ຕ້ອງການຊະນະອີກ 6 ບ່ອນນັ່ງ ໃນການເລືອກ ຕັ້ງໃນເດືອນພະຈິກປີນີ້ ຈຶ່ງຈະໄດ້ເຂົ້າຄວບຄຸມສະພາສູງຄືນອີກ.

XS
SM
MD
LG