ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ຂໍຮ້ອງ ໃຫ້ສະພາ ຮັບຜ່ານ ງົບປະມານ ໂດຍໄວ (ວີດີໂອ)


​ປະ​ທາ​ນາ​ທິ​ບໍ​ດີ ​ບາ​ຣັກ ໂອ​ບາ​ມາ
​ປະ​ທາ​ນາ​ທິ​ບໍ​ດີ ​ບາ​ຣັກ ໂອ​ບາ​ມາ
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ເຕືອນສະມາ
ຊິກລັດຖະສະພາວ່າ ພວກເຂົາເຈົ້າ ສ່ຽງທີ່ຈະເຮັດໃຫ້ປະເທດ
ຊາດ ກ້າວເຂົ້າໄປສູ່ສະພາບ ເສດຖະກິດຖົດຖອຍ ຄັ້ງໃໝ່ ຖ້າ
ພວກເຂົາເຈົ້າ ຫາກບໍ່ຍອມ ຮັບຜ່ານງົບປະມານ ແລະເພີ້ມເພ ດານທີ່ຈຳກັດໜີ້ສິນຂອງປະເທດ.

ການໃຫ້ຄວາມເຫັນ ຢູ່ໃນຄຳປາໄສ ປະຈຳສັບປະດາຂອງປະ
ທານາທິບໍດີ ໃນວັນເສົາມື້ນີ້ ມີຂຶ້ນບໍ່ເທົ່າໃດຊົ່ວໂມງຫລັງຈາກ
ສະພາຕໍ່າສະຫະລັດພາຍໃຕ້ການນຳພາຂອງພັກຣີພັບບລີກັນ ຮັບຮອງເອົາມາດຕະການອະນຸມັດການໃຊ້ຈ່າຍເປັນການຊົ່ວ ຄາວທີ່ຈະອຳນວຍໃຫ້ລັດຖະບານສະຫະລັດປະຕິບັດງານໄດ້
ຕໍ່ໄປ ແຕ່ຈະປ້ອງກັນບໍ່ໃຫ້ກົດໝາຍຮັກສາສຸຂະພາບທີ່ທ່ານໂອບາມາໄດ້ເຊັນໄປນັ້ນ ໄດ້ ຮັບເງິນສະໜັບສະໜຸນອີກຕໍ່ໄປ.



ມາດຕະການດັ່ງກ່າວ ເວລານີ້ຈະຖືກສົ່ງໄປຍັງສະພາສູງ ທີ່ຄວບຄຸມໂດຍພັກເດໂມແຄຣັດ ບ່ອນທີ່ມີທ່າທາງວ່າ ຄົງຈະບໍ່ມີການຮັບຮອງເອົານັ້ນ ຊຶ່ງພາໃຫ້ ມີຄວາມເປັນໄປໄດ້ທີ່ວ່າ ອາດຈະມີການປິດລັດຖະບານເປັນບາງສ່ວນເກີດຂຶ້ນ ຖ້າການຕົກລົງໃນເລື່ອງງົບປະມານ ຫາກບໍ່ສາມາດບັນລຸກັນໄດ້ ພາຍໃນທ້າຍເດືອນນີ້.

ໃນຄຳປາໄສນັ້ນ ປະທານາທິບໍດີໂອບາມາໄດ້ຕຳໜິຕິຕຽນຢ່າງແຮງຕໍ່ພວກຂວາຈັດໃນພັກ ຣີພັບບລີກັນທີ່ທ່ານເວົ້າວ່າ ຢາກຈະໃຫ້ມີການປິດລັດຖະບານແລະເຮັດໃຫ້ອາເມຣິກາຕົກ ຢູ່ໃນສະພາບຜິດສັນຍາ ບໍ່ສາມາດຈ່າຍໜີ້ສິນ ຖ້າພວກເຂົາເຈົ້າຫາກບໍ່ສາມາດ ຂັດຂວາງ ບໍ່ໃຫ້ກົດໝາຍຮັກສາສຸຂະພາບ ທີ່ຮູ້ກັນໃນນາມ Obamacare ສືບຕໍ່ໄດ້ຮັບເງິນສະໜັບ ສະໜຸນ.

ໃນຄຳປາໄສປະຈຳສັບປະດາຂອງພັກຣີພັບບລີກັນໃນວັນເສົາມື້ນີ້ຜູ້ປົກຄອງລັດ Nevada ທ່ານ Brian Sandoval ກ່າວວ່າ ແຜນການ ຂອງພັກທ່ານ ທີ່ຈະຕັດການຂາດດຸນງົບປະ ມານລົງນັ້ນ ແມ່ນດີກວ່າແຜນການຂອງປະທານາທິບໍດີ.

ທ່ານ Sandoval ເວົ້າວ່າ ບໍ່ຄືກັນກັບກຸງວໍຊິງຕັນ ລັດຂອງທ່ານຕ້ອງໄດ້ເຮັດໃຫ້ງົບປະມານ ຂອງຕົນສົມດຸນແລະບໍ່ສາມາດທີ່ຈະກູ້ຢືມເງິນມາຈ່າຍເພື່ອແກ້ໄຂບັນຫາຕ່າງໆ. ທ່ານກ່າວ ວ່າ ມັນເປັນການດີທີ່ສຸດ ທີ່ຈະຫຼຸດຂະໜາດຂອງລັດຖະບານລົງ ເຮັດໃຫ້ງົບປະມານສົມດຸນ ແລະເກັບພາສີໃຫ້ໜ້ອຍທີ່ສຸດເທົ່າທີ່ເປັນໄປໄດ້.

XS
SM
MD
LG