ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ໂອບາມາ ຮຽກຮ້ອງ ໃຫ້ບັນດານັກຂ່າວ ຮັບຜິດຊອບ ການຫາ ຂໍ້ມູນຂ່າວ ຢ່າງຮອບຄອບ


ປະທານາທິບໍດີ ທ່ານ ບາຣັກ ໂອບາມາ ກ່າວໃນລະຫວ່າງງານກິນລ້ຽງມອບລາງວັນ ທີ່ມະຫາວິທະຍາໄລ Syracuse ສຳລັບການລາຍງານທາງດ້ານການເມືອງທີ່ດີເດັ່ນ ທີ່ຫໍປະຊຸມ Andrew W. Mellon ໃນນຄອນຫຼວງວໍຊິງຕັນ. 28 ມີນາ, 2016.
ປະທານາທິບໍດີ ທ່ານ ບາຣັກ ໂອບາມາ ກ່າວໃນລະຫວ່າງງານກິນລ້ຽງມອບລາງວັນ ທີ່ມະຫາວິທະຍາໄລ Syracuse ສຳລັບການລາຍງານທາງດ້ານການເມືອງທີ່ດີເດັ່ນ ທີ່ຫໍປະຊຸມ Andrew W. Mellon ໃນນຄອນຫຼວງວໍຊິງຕັນ. 28 ມີນາ, 2016.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ຮຽກຮ້ອງໃຫ້ ບັນດານັກຂ່າວ “ພະຍາຍາມຢ່າງສຸດຂີດໃນການຫາຂໍ້ມູນ ແລະ ຊັກ​ຖາມເພີ່ມເຕີມ” ໃນການກ່າວ ຄຳປາໄສ​ເມື່ອ​ແລງ​ວັນ​ຈັນວານນີ້ ໂດຍເນັ້ນຢ້ຳເຖິງຄວາມສຳຄັນຂອງເສລີພາບ ໃນການສະເໜີຂ່າວ ໃນ ອາເມຣິກາ.

ທ່ານ ໂອບາມາ ໄດ້ກ່າວວ່າ ຄຳຖາມລະດັບສູງ ທີ່ທ່ານໄດ້ຖືກຖາມ ຕອນລົມກັບບັນດາ ຜູ້ນຳໂລກ ​ກໍແມ່ນ ມັນເກີດຫຍັງຂຶ້ນກັບການ ເມືອງຂອງ ສະຫະລັດ. ທ່ານໄດ້ກ່າວວ່າ ການໂຄສະນາຫາສຽງ ເອົາຕຳແໜ່ງປະທານາທິບໍດີ ໄດ້ມີ “ການໃຊ້ສຳນວນຄຳເວົ້າທີ່ ສ້າງຄວາມແຕກແຍກ ແລະ ຫຼາຍຄັ້ງມີຄຳເວົ້າຫຍາບຄາຍ” ທີ່ໄດ້ ທຳລາຍຄວາມເປັນປະຊາທິປະໄຕ ແລະ ສັງຄົມ.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກຣີພັບບລີ ກັນ ທ່ານ Donald Trump ກ່າວໃນລະຫວ່າງການໂຄສະນາຫາສຽງ ໃນນຄອນຫຼວງ ວໍຊິງຕັນ. 21 ມີນາ 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ຈາກພັກຣີພັບບລີ ກັນ ທ່ານ Donald Trump ກ່າວໃນລະຫວ່າງການໂຄສະນາຫາສຽງ ໃນນຄອນຫຼວງ ວໍຊິງຕັນ. 21 ມີນາ 2016.

ທ່ານປະນາທາທິບໍດີໄດ້ກ່າວວ່າ “ເມື່ອເຈົ້າໜ້າທີ່ຂອງເຮົາໄດ້ຖືກ ເລືອກເອົາ ແລະ ການໂຄສະນາຫາສຽງດ້ານການເມືອງຂອງ ພວກເຮົາ ກາຍເປັນການບໍ່ມີຂອບເຂດຈຳກັດໂດຍຊິ້ນເຊີງຈາກ ເຫດຜົນ ແລະ ຂໍ້ເທັດຈິງ ແລະ ການວິເຄາະ, ເມື່ອມັນບໍ່ສົນວ່າ ແມ່ນຫຍັງເປັນຄວາມຈິງ ແລະ ແມ່ນຫຍັງທີ່ມັນບໍ່ແມ່ນ, ທີ່ອາດ ແມ່ນທັງໝົດ ແຕ່ເປັນໄປບໍ່ໄດ້ສຳລັບພວກເຮົາທີ່ຈະໃຫ້ການ ຕັດສິນໃຈທີ່ດີ ໃນຖານະຂອງຄົນລຸ້ນຫຼັງ.”

ຜົນທີ່ອອກມາ, ອີງຕາມ ທ່ານ ໂອບາມາ​ແລ້ວ ກໍແມ່ນວ່າ “ຂໍ້ອ້າງທີ່ ບໍ່ມີມູນຖານ ເປັນໄປໂດຍບໍ່ໄດ້ຮັບການຄັດຄ້ານ.”

ທ່ານໄດ້ຍອມຮັບວ່າ ຄວາມກົດດັນທາງດ້ານການເງິນ ທີ່ໄດ້ເຮັດ ໃຫ້ອົງການຂ່າວຕ່າງໆຕ້ອງຕັດຊັບພະຍາກອນ ແລະ ພະນັກງານ ລົງ, ແຕ່ໄດ້ຮຽກຮ້ອງໃຫ້ພວກເຂົາເຈົ້າ ອະນຸຍາດໃຫ້ບັນດານັກ ຂ່າວພະຍາ ຍາມຢ່າງສຸດຂີດເພື່ອຫາຂໍ້ມູນ ກ່ຽວກັບ ບັນຫາຕ່າງໆທີ່ບໍ່ “​ໂດດ​ເດັ່ນ” ແຕ່ຄວນ ໄດ້​ໃຫ້ຄວາມສົນໃຈ​ໃນ​ດ້ານ​ຄຸນຄ່າ.

ທ່ານ ໂອບາມາ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ຜູ້ມີສິດອອກສຽງໃນການເລືອກຕັ້ງທີ່ມີຄວາມ ຮູ້ຮອບຄອບ ແມ່ນຂຶ້ນກັບພວກເຈົ້າ. ແລະ ຄວາມເປັນປະຊາທິປະໄຕຂອງພວກເຮົາກໍຂຶ້ນ ກັບຜູ້ມີສິດອອກສຽງທີ່ມີຄວາມ ຮູ້ຢ່າງຮອບຄອບ.”

ທ່ານໄດ້ອ້າງອີງຢ່າງເປີດເຜີຍ ໃສ່ຜູ້ນຳໜ້າໃນການແຂ່ງຂັນຈາກພັກຣີພັບບລີກັນ ທ່ານ Donald Trump, ຜູ້ທີ່ໄດ້ໃຊ້ການປະກົດຕົວທາງສື່ມວນຊົນຫຼາຍຄັ້ງເພື່ອສົ່ງເສີມການໂຄສະ ນາຫາສຽງຂອງທ່ານ ໂດຍບໍ່ໄດ້ເສຍຄ່າໃຊ້ຈ່າຍໃນການໂຄສະນາ.

ທ່ານ ໂອບາມາ ກ່າວວ່າ ຜູ້ທີ່ມີສິດອອກສຽງ “ຈະໄດ້ຮັບການບໍລິການທີ່ດີກວ່າ ຖ້າເງິນຫຼາຍ ພັນລ້ານໂດລາ ໃນເສລີພາບຂອງການສື່ຂ່າວ ມາພ້ອມກັບຄວາມຮັບຜິດຊອບ ຢ່າງຈິງຈັງ, ໂດຍສະເພາະເມື່ອບັນດານັກການເມືອງ ປະກາດແຜນການທີ່ບໍ່ສາມາດ ປະຕິບັດການໄດ້ ຫຼື ໃຫ້ການສັນຍາທີ່ບໍ່ສາມາດຮັກສາໄວ້ໄດ້.”

XS
SM
MD
LG