ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຮຽກຮ້ອງ ໃຫ້ຜູ້ສະມັກ ປ. ອັຟການິສຖານ ຢູ່ໃນ ຄວາມສະຫງົບ (ວີດີໂອ)


ຸຜູ້ສະມັກເລືອກຕັ້ງ ປະທານາທິບໍດີ ທ່ານ Abdullah Abdullah ກຳລັງເສີຍຜົມ ກ່ອນຈະຖະແຫລງ ຕໍ່ບັນດານັກຂ່າວ
ຸຜູ້ສະມັກເລືອກຕັ້ງ ປະທານາທິບໍດີ ທ່ານ Abdullah Abdullah ກຳລັງເສີຍຜົມ ກ່ອນຈະຖະແຫລງ ຕໍ່ບັນດານັກຂ່າວ

ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ໂທລະສັບ​
ໃຫ້ໄປຫາຜູ້​ສະມັກ​ທັງ​ສອງ ໃນບັນຫາຂັດແຍ້ງກ່ຽວກັບການເລືອກ
​ຕັ້ງປະທານາທິບໍດີຮອບ​ຕັດສິນຊີ້ຂາດຂອງອັ​ຟກາ​ນິສຖານໂດຍຂໍ​
ໃຫ້​ພວກທ່ານ​ປ່ອຍ​ໃຫ້ຂັ້ນຕອນໃນການ ສືບສວນ ກ່ຽວກັບການ
ກ່າວ​ອ້າງທີ່​ວ່າ ມີການ​ສໍ້ໂກງ​ຄະແນນນັ້ນ ດຳເນີນຕໍ່​ໄປ.

ຢູ່​ໃນ​ການໂທລະສັບດັ່ງກ່າວ​ນັ້ນ ທ່ານ Obama ​ໄດ້​ເຕືອນ ທ່ານ
Abdullah Abdullah ​ແລະ ທ່ານ Ashraf Ghani ວ່າ ຄວາມ​
ຮຸນ​ແຮງ ຫລື ການ​ເອົາ “ມາດ​ຕະການ​ນອກເໜືອລັດຖະທຳມະ
ນູນ” ນັ້ນ​ຈະ​ເປັນ​ຜົນ​ສະທ້ອນ​ໃນ​ບັ້ນ​ສຸດ​ທ້າຍ ຕໍ່​ການ​ຕັດການ
ຊ່ວຍ​ເຫ​ລື​ອຂອງສະຫະລັດ ​ແກ່ອັຟການິສຖານ ທີ່ປະສົບ ກັບ
ໄພສົງຄາມນັ້ນ.

ລັດຖະມົນຕີ ຕ່າງປະ​ເທດ ສະຫະລັດ ທ່ານ John Kerry ມີກຳນົດຈະໄປ​ຢ້ຽມ ຢາມນະຄອນ
Kabul ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້ໃນ​ຄວາມ​ພະຍາຍາມ​ເພື່ອຫາທາງ ແກ້​ໄຂ​ບັນຫາການ​ກ່າວ
ຫາ ກ່ຽວກັບການ​ສໍ້​ໂກງຄະແນນ ໃນການ​ເລືອກ​ຕັ້ງ​ຮອບ​ສອງ ​ໃນ​ວັນ​ທີ 14 ​ເດືອນ​ມິຖຸນາ
ຜ່ານມານີ້. ຜົນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ​ໄດ້​ສ​ະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Abdullah ​ໄດ້​ເສຍ​ໃຫ້​ແກ່​ທ່ານ Ghani ດ້ວຍຄະແນນ 1 ລ້ານ​ສຽງ.

​ແຕ່​ທ່ານ Abdullah ​ໄດ້ກ່າວ​ໃນ​ອັງຄານ​ມື້ວານ​ນີ້​ວ່າ ທ່ານ​ເປັນ​ຜູ້​ໄດ້​ຮັບໄຊຊະ ນະ “​ໂດຍ
​ປາດ​ສະ​ຈາກ​ຄວາມ​ສົງ​ໄສ​ໃດໆ” ​ແລະ​ໄດ້​ສາບານ​ວ່າ ຈະ​ບໍ່​ຮັບ​ເອົາ​ອັນ​ທີ່​ທ່ານ​ຮ້ອງ​ວ່າ
“ລັດຖະບານທີ່​ສໍ້​ໂກງ​.” ທ່ານກ່າວ​ວ່າ ທ່າ​ນຈະ​ລໍຖ້າພົບກັບ ທ່ານ Kerry ກ່ອນ​ທີ່​ທ່ານ​ຈະ​ເອົາ​ບາດກ້າວ​ໃດໆ.

ບັນດາ​ຜູ້​ສະໜັບ​ສະ​ໜູນ ທ່ານ Abdullah ຈຳນວນ​ນຶ່ງ ຮວມ​ທັງ​ຄູ່​ຮ່ວມສະມັກ ​ ​ໄດ້​ຂົ່ມຂູ່​ທີ່​
ຈະຈັດ​ຕັ້ງລັດຖະບານ “ຄຽງຄູ່” ຂຶ້ນ ທີ່​ເຮັດ​ໃຫ້ບັນດາ​ເຈົ້າ​ໜ້າ​ທີ່ ສະ ຫະລັດ ປະນາມຢ່າງ​
ແຮງ ​ແລະ​ຢ້ານ​ຈະ​ເກີດຄວາມ​ບໍ່​ທຸ່ນ​ທ່ຽງຕື່ມຂຶ້ນ.

Obama, Rasmussen Meet As Multiple Crises Face NATO
please wait

No media source currently available

0:00 0:02:29 0:00

XS
SM
MD
LG