ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ມີ 'ພື້ນຖານທີ່ເຂັ້ມແຂງ' ເພື່ອ ຟື້ນຕົວຄືນ ຈາກ 'ຄວາມເຈັບປວດ' ຍ້ອນ ການຍິງກັນຕາຍ


ປະທານາທິບໍດີ ບາຣັກ ໂອບາມາ ກ່າວຖະແຫລງ ຢູ່ທີ່ກອງ
ປະຊຸມຖະແຫລງຂ່າວ ຫຼັງຈາກເຂົ້າຮ່ວມ ກອງປະຊຸມສຸດຍອດ NATO ໃນນະຄອນຫຼວງ Warsaw ຂອງ Poland, ໂດຍ
ກ່າວວ່າ “ຂ້າພະເຈົ້າເຊື່ອໝັ້ນ ຢ່າງໜັກແໜ້ນ ວ່າ ອາເມຣິກາ ບໍ່ໄດ້ແບ່ງແຍກກັນ ດັ່ງທີ່ ພວກຄົນບາງສ່ວນແນມເຫັນ.”, ວັນທີ 9 ກໍລະກົດ 2016.
ປະທານາທິບໍດີ ບາຣັກ ໂອບາມາ ກ່າວຖະແຫລງ ຢູ່ທີ່ກອງ ປະຊຸມຖະແຫລງຂ່າວ ຫຼັງຈາກເຂົ້າຮ່ວມ ກອງປະຊຸມສຸດຍອດ NATO ໃນນະຄອນຫຼວງ Warsaw ຂອງ Poland, ໂດຍ ກ່າວວ່າ “ຂ້າພະເຈົ້າເຊື່ອໝັ້ນ ຢ່າງໜັກແໜ້ນ ວ່າ ອາເມຣິກາ ບໍ່ໄດ້ແບ່ງແຍກກັນ ດັ່ງທີ່ ພວກຄົນບາງສ່ວນແນມເຫັນ.”, ວັນທີ 9 ກໍລະກົດ 2016.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ຊອກຫາທາງເພື່ອສ້າງ ຄວາມເຊື່ອໝັ້ນ ໃຫ້ແກ່ຊາວອາເມຣິກັນ ທີ່ໄດ້ຖືກສັ່ນສະເທືອນຂວັນເສຍ ໂດຍອັນທີ່ທ່ານໄດ້ຮັບຮູ້ວ່າ ເປັນ “ສັບປະດາທີ່ເຈັບປວດ” ຫຼັງຈາກທີ່ມີການ ຍິງຊາວອາເມຣິກັນເຊື້ອສາຍອາຟຣິກາ 2 ຄົນ ເສຍຊີວິດໂດຍເຈົ້າໜ້າທີ່ ຕຳຫຼວດ ແລະ ການລອບຍິງທີ່ເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດ 5 ຄົນ ເສຍຊີວິດ ຢູ່ໃນເມືອງ Dallas ຂອງລັດ Texas.

ທ່ານໂອບາມາ ໄດ້ກ່າວຖະແຫລງເມື່ອວັນເສົາວານນີ້ ຢູ່ທີ່ກອງປະຊຸມສຸດ ຍອດອົງການ NATO ໃນນະຄອນຫຼວງ Warsaw ແຕ່ທ່ານໄດ້ອຸທິດ ກອງ ປະຊຸມຖະແຫລງຂ່າວ ສ່ວນໃຫຍ່ ໃຫ້ແກ່ເຫດການທີ່ເກີດຂຶ້ນຢູ່ທາງປະເທດ ຂອງຕົນ. ປະທານາທິບໍດີ ໄດ້ຕັດການເດີນທາງໄປຍັງຢູໂຣບ ໃຫ້ສັ້ນລົງໜຶ່ງມື້ ແລະ ຈະກັບຄືນມາຍັງນະຄອນຫຼວງວໍຊິງຕັນ ໃນຕອນແລງວັນອາທິດມື້ນີ້. ທ່ານກ່າວວ່າ ທ່ານວາງແຜນຈະເດີນທາງໄປຍັງເມືອງ Dallas ໃນສອງ ສາມມື້ທີ່ຈະມາເຖິງນີ້ ໂດຍການເຊື້ອເຊີນຂອງເຈົ້າຄອງກຳແພງເມືອງ Dallas ທ່ານ Mike Rawlings.

ເຈົ້າຄອງກຳແພງເມືອງ Dallas ທ່ານ Mike Rawlings ຢ້ຽມຢາມ ອະນຸສອນສະຖານຊົ່ວຄາວ ຂອງລົດຕຳຫຼວດ ເພື່ອເປັນກຽດແກ່ ບັນດາຕຳຫຼວດເມືອງ Dallas ທີ່ຖືກຂ້າຕາຍ, ຢູ່ຕໍ່ໜ້າກອງບັນຊາການໃຫຍ່ ໃນເມືອງ Dallas, ວັນທີ 9 ກໍລະກົດ 2016.
ເຈົ້າຄອງກຳແພງເມືອງ Dallas ທ່ານ Mike Rawlings ຢ້ຽມຢາມ ອະນຸສອນສະຖານຊົ່ວຄາວ ຂອງລົດຕຳຫຼວດ ເພື່ອເປັນກຽດແກ່ ບັນດາຕຳຫຼວດເມືອງ Dallas ທີ່ຖືກຂ້າຕາຍ, ຢູ່ຕໍ່ໜ້າກອງບັນຊາການໃຫຍ່ ໃນເມືອງ Dallas, ວັນທີ 9 ກໍລະກົດ 2016.

ເມືອງດັ່ງກ່າວ ຍັງຢູ່ໃນສະພາບທີ່ຄັບຂັນ ໃນວັນເສົາວານນີ້ ໂດຍສະເພາະ ຫຼັງຈາກທີ່ຕຳຫຼວດເມືອງດາລັສ ໄດ້ຮັບການຂົ່ມຂູ່ລັບ ຕໍ່ພວກເຈົ້າໜ້າທີ່ ຕຳຫຼວດທົ່ວເມືອງດັ່ງກ່າວ. ການຂົ່ມຂູ່ໄດ້ເຮັດໃຫ້ ທາງການ ປິດລົງ ກອງ ບັນຊາການໃຫຍ່ຕຳຫຼວດ ແລະ ສອງສາມແຖວອາຄານ ອ້ອມຮອບ ຕຶກ ຂອງສຳນັກງານດັ່ງກ່າວ ເພື່ອເປັນ “ມາດຕະການລະມັດລະວັງ” ອີງຕາມ ຖະແຫລງການຂອງຕຳຫຼວດ.

Dallas Honors Fallen Officers
please wait

No media source currently available

0:00 0:00:57 0:00

ຢູ່ໃນປະເທດ ໂປແລນ ທ່ານໂອບາມາ ໄດ້ເປີດການກ່າວຄຳປາໃສຂອງທ່ານ ດ້ວຍຜົນສະທ້ອນຂອງການຍິງສັງຫານໃນເມືອງດາລັສ ໂດຍກ່າວວ່າ “ຂ້າ ພະເຈົ້າເຊື່ອໝັ້ນ ຢ່າງໜັກແໜ້ນ ວ່າ ອາເມຣິກາ ບໍ່ໄດ້ແບ່ງແຍກກັນ ດັ່ງທີ່ ພວກຄົນບາງສ່ວນໄດ້ແນມເຫັນ.” ທ່ານໄດ້ກ່າວວ່າ ສະຫະລັດ ມີພື້ນຖານ ການເສີມສ້າງ ເພື່ອຮັບມືກັບບັນຫາຕ່າງໆອັນແທ້ຈິງທີ່ສຸດ ທີ່ປະເຊີນໜ້າຕົນ ລວມທັງຄວາມເຄັ່ງຕຶງ ລະຫວ່າງ ພວກພິທັກກົດໝາຍ ແລະ ປະຊາຄົມກຸ່ມ ນ້ອຍຕ່າງໆ.

ເມື່ອຖືກຖາມກ່ຽວກັບວ່າ ທ່ານຈະອະທິບາຍ ລັກສະນະຂອງຜູ້ຍິງຕຳຫຼວດ ດາລັສ ຈັ່ງໃດ ທ່ານໂອບາມາ ໄດ້ເອີ້ນຜູ້ກ່ຽວວ່າ “ເປັນບຸກຄົນ ທີ່ເສຍຫົວ.”

ຜູ້ຍິງຕຳຫຼວດ ດາລັສ ແມ່ນບໍ່ໄດ້ເປັນຕົວແທນຂອງພວກຄົນຜິວດຳ ເປັນຄຳ ເວົ້າ ຂອງປະທານາທິບໍດີ ພຽງເປັນຊາຍຄົນນຶ່ງ ຜູ້ທີ່ໄດ້ສັງຫານພວກຄົນ ຢູ່ທີ່ ໂບດຊາວອາເມຣິກັນເຊື້ອສາຍອາຟຣິກາ ທີ່ເປັນປະວັດສາດເມື່ອປີກາຍນີ້ ຢູ່ໃນເມືອງ Charleston ແມ່ນບໍ່ໄດ້ເປັນຕົວແທນຂອງພວກຄົນຜິວຂາວ ແລະ ອາເມຣິກັນເຊື້ອສາຍມຸສລິມ ຜູ້ທີ່ສັງຫານ 49 ຄົນ ຢູ່ທີ່ບາບັນເທີງໃນ ເມືອງ Orlando ເມື່ອເດືອນແລ້ວນີ້ ບໍ່ໄດ້ເປັນຕົວແທນ ຂອງຊາວອາເມຣິກັນເຊື້ອ ສາຍມຸສລິມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Obama: 'I Firmly Believe America is not as Divided as Some Have Suggested'
please wait

No media source currently available

0:00 0:01:35 0:00
XS
SM
MD
LG