ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ (ວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 67 ຢູ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນນິວຢອກ (25 ກັນຍາ 2012)
ປະທານາທິບໍດີບາຣັກ ໂອບາມາ ກ່າວຄຳປາໄສ ຕໍ່ກອງປະຊຸມ ສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 67 ຢູ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນນິວຢອກ (25 ກັນຍາ 2012)
ປະທານາທິບໍດີບາຣັກ ໂອບາມາ ຂໍໃຫ້ພວກຜູ້ນຳຂອງໂລກ ກ່າວ
ປະນາມຢ່າງແຂງຂັນຕໍ່ອັນທີ່ທ່ານເອີ້ນວ່າການເມືອງທີ່ສ້າງຄວາມ ແບ່ງແຍກແລະຄວາມຮຸນແຮງ ແລະໃຫ້ປະເຊີນໜ້າກັບສາເຫດ ແຫ່ງຄວາມໂກດແຄ້ນທີ່ເລິກລົງໄປກວ່ານັ້ນ ຢູ່ໃນໂລກມຸສລິມ.

ປະທານາທິບໍດີໂອບາມາກ່າວວ່າ ການໂຈມຕີແບບດຽວກັນກັບທີ່
ໄດ້ສັງຫານ ເອກອັກຄະລັດຖະທູດສະຫະລັດ ປະຈຳລີເບຍ ທ່ານ
Chris Stevens ແລະ ຊາວອາເມຣິກັນ ອີກ 3 ຄົນນັ້ນແມ່ນເປັນ
ການໂຈມຕີ ບໍ່ພຽງແຕ່ຕໍ່ອາເມຣິກາທໍ່ນັ້ນ ແຕ່ຍັງເປັນການໂຈມຕີ
ຕໍ່ຫຼັກອຸດົມການທີ່ອົງການສະຫະປະຊາຊາດ ໄດ້ກໍ່ຕັ້ງຂຶ້ນມາ.

ທ່ານໂອບາມາໄດ້ເລີ້ມແລະສິ້ນສຸດຄຳປາໄສຂອງທ່ານດ້ວຍການ
ກ່າວເຖິງ ທ່ານ Stevens ນັ້ນວ່າ ເປັນບຸກຄົນທີ່ທໍາງານ ເພື່ອນຳເອົາປະຊາທິປະໄຕມາສູ່ ລີເບຍ ແລະເປັນຜູ້ສ້າງຂົວ ເພື່ອເຊື່ອມຕໍ່ວັດທະນະທຳຕ່າງໆ. ທ່ານເວົ້າວ່າ ສະຫະລັດຈະ ດຳເນີນງານແບບບໍ່ຮູ້ອິດເມື່ອຍເພື່ອນຳເອົາພວກຄາດຕະກອນທີ່ຮັບຜິດຊອບມາລົງໂທດ.

ທ່ານໂອບາມາເວົ້າວ່າ ພວກຜູ້ນຳຂອງໂລກຕ້ອງກ່າວຕໍ່ຕ້ານຄວາມຮູ້ສຶກທີ່ຊຸກຍູ້ໄປສູ່ການ ກໍ່ຄວາມຮຸນແຮງ.

ປະທານາທິບໍດີໂອບາມາເວົ້າວ່າ “ຖ້າພວກເຮົາ ຫາກມີຄວາມຈິງຈັງ ກ່ຽວກັບຫຼັກອຸ ດົມການເຫຼົ່ານັ້ນແລ້ວພວກເຮົາຕ້ອງໄດ້ເວົ້າອອກມາດ້ວຍຄວາມຈິງໃຈກ່ຽວກັບ ສາເຫດ ທີ່ເລິກລົງໄປກວ່ານັ້ນ ຂອງວິກິດການ. ຍ້ອນພວກເຮົາ ປະເຊີນໜ້າກັບ ທາງເລືອກລະຫວ່າງກຳລັງທີ່ຈະຂັບດັນພວກເຮົາໃຫ້ເກີດຄວາມແບ່ງແຍກແລະ ຄວາມຫວັງທີ່ພວກເຮົາມີຮ່ວມກັນ. ມື້ນີ້ພວກເຮົາຕ້ອງກ່າວຢືນຢັນວ່າ ອະນາຄົດ ຂອງພວກເຮົາ ຈະໄດ້ຮັບການຕັດສິນໃຈ ໂດຍຜູ້ຄົນຄືກັນກັບທ່ານ Chris Ste-
vens ແລະບໍ່ແມ່ນໂດຍ ພວກທີ່ສັງຫານທ່ານ. ມື້ນີ້ ພວກເຮົາຕ້ອງປະກາດວ່າ ຄວາມຮຸນແຮງ ແລະການບໍ່ອະນຸໂລມຜ່ອນຜັນໃນທຳນອງນີ້ ຈະບໍ່ມີບ່ອນ ຢູ່ໃນ ອົງການສະຫະປະຊາຊາດຂອງພວກເຮົາ.”


ປະທານາທິບໍດີໂອບາມາເອີ້ນຮູບເງົາຕໍ່ຕ້ານອິສລາມທີ່ກໍ່ໃຫ້ເກີດຄວາມຮຸນແຮງຢູໃນຫຼາຍ
ປະເທດນັ້ນວ່າ “ຫຍາບຄາຍແລະໜ້າລັງກຽດ” ແລະໝິ່ນປະໝາດ ຕໍ່ຊາວມຸສລິມ ແລະຕໍ່ ສະຫະລັດນຳດ້ວຍ. ແຕ່ໃນຂະນະດຽວກັນ ທ່ານກໍໄດ້ກ່າວປ້ອງກັນການຄຸ້ມຄອງສິດເສລີ ພາບໃນການປາກເວົ້າຢ່າງເສລີ ຢູ່ໃນສະຫະລັດ.

ນອກນັ້ນ ທ່ານຍັງໄດ້ກ່າວຢໍ້າ ເຖິງການສະໜັບສະໜຸນຂອງສະຫະລັດ ຕໍ່ອັນທີ່ທ່ານເອີ້ນ ວ່າ “ກຳລັງແຫ່ງການປ່ຽນແປງ” ຢູ່ໃນບັນດາປະເທດໃນພາກຕາເວັນອອກກາງ ແລະອາ ຟຣິກາເໜືອທີ່ພວມມີການຫັນປ່ຽນຍ້ອນການລຸກຮືຂຶ້ນໃນລະດູບານໃໝ່ຂອງຊາວອາຣັບ ນັ້ນ.

ກ່ຽວກັບເລື່ອງຊີເຣຍ ປະທານາທິບໍດີໂອບາມາ ກ່າວວ່າ ລັດຖະບານຂອງປະທານາທິບໍດີ Bashar al-Assad ຕ້ອງສິ້ນສຸດລົງ ແຕ່ໂລກຕ້ອງດຳເນີນງານຮ່ວມກັນ ເພື່ອຄໍ້າປະກັນ ໃຫ້ມີການປ່ຽນແປງແບບສັນຕິ.

ປະທານາທິບໍດີໂອບາມາກ່າວວ່າ “ຢູ່ໃນຊີເຣຍ ຈອມຜະເດັດການທີ່ສັງຫານໝູ່ ປະ ຊາຊົນຂອງຕົນ ຈະຕ້ອງບໍ່ມີອະນາຄົດ. ຖ້າຫາກມີເຫດຜົນ ທີ່ພາໃຫ້ມີການຮ້ອງ ຮຽນປະທ້ວງຢູ່ໃນໂລກທຸກມື້ນີ້ຄືການປະທ້ວງແບບສັນຕິນັ້ນ ມັນກໍແມ່ນອຳນາດ ການປົກຄອງທີ່ທໍລະມານເດັກນ້ອຍແລະຍິງຈະຫຼວດໃສ່ຕຶກຫໍພັກຕ່າງໆ. ແລະ ພວກເຮົາຕ້ອງໄດ້ສືບຕໍ່ພົວພັນເພື່ອຄໍ້າປະກັນວ່າ ສິ່ງທີ່ເລີ້ມດ້ວຍການຮຽກຮ້ອງ ເອົາສິດທິຂອງປະຊາຊົນນັ້ນ ຈະບໍ່ສິ້ນສຸດລົງ ດ້ວຍວົງຈອນຂອງຄວາມຮຸນແຮງ ທາງດ້ານສາສະໜາ.”

ທ່ານໂອບາມາເວົ້າວ່າ “ລະດູການແຫ່ງຄວາມກ້າວໜ້າ” ບໍ່ໄດ້ມີການຈຳກັດຢູ່ແຕ່ໃນໂລກ ອາຣັບທໍ່ນັ້ນ. ທ່ານໄດ້ກ່າວອ້າງເຖິງການປ່ຽນແປງແບບສັນຕິ ຢູ່ອາຟຣິກາ ແລະຢູ່ໃນມຽນ ມາແລະກ່າວຕື່ມວ່າ ຄວາມວຸ້ນວາຍເມື່ອໄວໆມານີ້ຍັງສະແດງໃຫ້ເຫັນວ່າ ປະຊາທິປະໄຕ ເປັນວຽກງານອັນໜັກໜ່ວງ.

ທ່ານໂອບາມາເວົ້າວ່າ “ປະຊາທິປະໄຕທີ່ແທ້ຈິງນັ້ນໝາຍເຖິງວ່າປະຊາຊົນຈະຕ້ອງ ບໍ່ຖືກຈັບເຂົ້າຄຸກ ຍ້ອນສິ່ງທີ່ພວກເຂົາເຈົ້າເຊື່ອ ແລະທຸລະກິດຕ່າງໆ ຈະສາມາດ ເປີດໄດ້ໂດຍບໍ່ຕ້ອງມີການໃຫ້ເງິນສິນບົນ. ປະຊາທິປະໄຕທີ່ແທ້ຈິງແມ່ນຂຶ້ນຢູ່ກັບ ສິດເສລີພາບຂອງປະຊາຊົນ ໃນການສະແດງອອກ ສິ່ງທີ່ຢູ່ໃນໃຈ ຂອງພວກເຂົາ
ເຈົ້າແລະໂຮມຊຸມກັນໂດຍປາສະຈາກຄວາມຢ້ານກົວແລະຂຶ້ນຢູ່ກັບການປົກຄອງ ດ້ວຍຕົວບົດກົດໝາຍ ແລະຂະບວນການທາງກົດໝາຍ ທີ່ໃຫ້ການຄໍ້າປະກັນສິດ ເສລີພາບຂອງທຸກໆຄົນ. ເວົ້າອີກໄນນຶ່ງ ກໍແມ່ນວ່າ ປະຊາທິປະໄຕທີ່ແທ້ຈິງ ກໍຄື ອິດສະຫຼະພາບທີ່ແທ້ຈິງນັ້ນ ແມ່ນວຽກງານອັນໜັກໜ່ວງ”
.

ນອກນັ້ນ ທ່ານໂອບາມາຍັງໄດ້ກ່າວເຖິງການປະເຊີນໜ້າກັບອີຣ່ານ ກ່ຽວກັບໂຄງການນິວ ເຄລຍຂອງປະເທດດັ່ງກ່າວ ຊຶ່ງສະຫະລັດ ອິສຣາແອລ ແລະປະເທດອື່ນໆ ເຊື່ອວ່າ ມີຈຸດ ປະສົງເພື່ອສ້າງອາວຸດນິວເຄລຍນັ້ນ. ແຕ່ອີຣ່ານເວົ້າວ່າ ໂຄງການນິວເຄລຍຂອງຕົນມີຈຸດ ປະສົງໃນທາງສັນຕິ.

ເຖິງແມ່ນທ່ານບໍ່ໄດ້ກ່າວເຖິງ “ເສັ້ນຕາຍ” ສຳຫຼັບອີຣ່ານທີ່ອາດພາໃຫ້ມີການປະຕິບັດງານ ທາງທະຫານຕໍ່ສະຖານທີ່ນິວເຄລຍຂອງອີຣ່ານນັ້ນກໍຕາມແຕ່ທ່ານໂອບາມາກໍເວົ້າວ່າ ໂອ ກາດສຳຫຼັບການແກ້ໄຂທາງດ້ານການທູດ ບໍ່ແມ່ນວ່າຈະບໍ່ມີເວລາຈຳກັດ ແລະສະຫະລັດ ກໍຈະດຳເນີນການ ໃນສິ່ງທີ່ຕົນຈໍາເປັນຕ້ອງໄດ້ກະທຳ ເພື່ອຂັດຂວາງບໍ່ໃຫ້ອີຣ່ານມີອາວຸດ ນິວເຄລຍຢູ່ໃນຄວາມຄອບຄອງ.

ປະທານາທິບໍດີໂອບາມາເວົ້າວ່າ “ຈົ່ງຢ່າໄດ້ເຂົ້າໃຈຜິດ ແລະຄິດວ່າ ປະເທດອີຣ່ານ ທີ່ມີອາວຸດນິວເຄລຍນັ້ນ ແມ່ນບັນຫາທ້າທາຍທີ່ສາມາດຄວບຄຸມໄດ້. ອີຣ່ານທີ່ມີ ອາວຸດນິວເຄລຍ ຈະເປັນໄພຂົ່ມຂູ່ທີ່ຈະທຳລາຍອິສຣາແອລ ແລະຄວາມໝັ້ນຄົງ ຂອງບັນດາປະເທດໃນເຂດອ່າວເປີເຊຍຕະຫລອດທັງສະຖຽນລະພາບຂອງເສດ
ຖະກິດໃນໂລກ.”


ກ່ອນຈະເດີນທາງອອກ ຈາກນະຄອນນິວຢອກ ປະທານາທິບໍດີໂອບາມາ ຍັງໄດ້ໄປກ່າວ ຄຳປາໄສຕໍ່ກອງປະຊຸມຂອງອົງການ Clinton Global Initiative ທີ່ຢູ່ພາຍໃຕ້ການນຳ ພາຂອງອະດີດປະທານາທິບໍດີສະຫະລັດ ທ່ານ Bill Clinton ນັ້ນ.

ທ່ານ Mitt Romney ຜູ້ສະມັກປະທານາທິບໍດີຂອງພັກຣີພັບບລີກັນກໍໄດ້ກ່າວຄຳປາໄສຕໍ່ ອົງການດັ່ງກ່າວນີ້ຄືກັນ ໂດຍຮຽກຮ້ອງໃຫ້ນຳໃຊ້ວິທີໃໝ່ ໃນການໃຫ້ຄວາມຊ່ອຍເຫຼືອແກ່ ຕ່າງປະເທດ ຂອງສະຫະລັດ. ທ່ານໄດ້ຕຳໜິຕິຕຽນໂດຍທາງອ້ອມ ນະໂຍບາຍຕໍ່ພາກຕາ ເວັນອອກກາງຂອງທ່ານໂອບາມາ ໂດຍກ່າວວ່າ ຊາວອາເມຣິກັນມີຄວາມກັງວົນໃຈກ່ຽວ ກັບເຫດການທີ່ເກີດຂຶ້ນຢູ່ທີ່ນັ້ນ.

XS
SM
MD
LG