ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ໄດ້ 'ປະເມີນຕ່ຳເກີນໄປ' ຜົນກະທົບ ຈາກການແຊກແຊງຂອງຣັດເຊຍ ໃນການເລືອກຕັ້ງຂອງ ສຫຣ


ປະທານາທິບໍດີ ບາຣັກ ໂອບາມາ ໃຫ້ຄຳເຫັນ ກ່ອນໜ້າ
ການລົງນາມ ໃນກົດໝາຍ ຮັກສາບັນຫາ ໃນຍຸກ ສະໄໝ ສັດຕະວັດທີ 21 ຢູ່ໃນຫ້ອງປະຊຸມ ຢູ່ຟາກທິດໃຕ້ ຂອງຕຶກ
ອາຄານ ສຳນັກງານ ປະທານາທິບໍດີ ຂອງສະຖານທີ່ ທຳນຽບ
ຂາວ ໃນນະຄອນຫຼວງວໍຊິງຕັນ.
ປະທານາທິບໍດີ ບາຣັກ ໂອບາມາ ໃຫ້ຄຳເຫັນ ກ່ອນໜ້າ ການລົງນາມ ໃນກົດໝາຍ ຮັກສາບັນຫາ ໃນຍຸກ ສະໄໝ ສັດຕະວັດທີ 21 ຢູ່ໃນຫ້ອງປະຊຸມ ຢູ່ຟາກທິດໃຕ້ ຂອງຕຶກ ອາຄານ ສຳນັກງານ ປະທານາທິບໍດີ ຂອງສະຖານທີ່ ທຳນຽບ ຂາວ ໃນນະຄອນຫຼວງວໍຊິງຕັນ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວ ຫຼັງຈາກທີ່ອົງການສືບລັບ ສະຫະລັດ ໄດ້ສະຫລຸບແລ້ວວ່າ ຣັດເຊຍ ໄດ້ແຊກແຊງເຂົ້າໃນການເລືອກຕັ້ງ ປະທານາທິບໍດີ ເມື່ອເດືອນພະຈິກ ວ່າ ສິ່ງທີ່ຄ້າຍຄືກັນນີ້ ອາດເກີດຂຶ້ນໄດ້ອີກ ແລະ
ວ່າ ມັນມີຄວາມສຳຄັນຍິ່ງທີ່ລັດຖະສະພາ ແລະ ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ທ່ານດໍໂນລ ທຣ້ຳ ຈະຕ້ອງຮັບປະກັນວ່າ ການມີອິດທິພົນເຊັ່ນນີ້ ແມ່ນໃຫ້ “ຫລຸດ ຜ່ອນລົງ.”

ພາບຖ່າຍ ສ່ວນນຶ່ງ ຂອງບົດລາຍງານ ສະບັບທີ່ບໍ່ເປັນລັບຕໍ່ໄປ ການປະເມີນຜົນ ຂອງປະຊາຄົມ ອົງການສືບລັບ ກ່ຽວກັບ ຄວາມພະຍາຍາມແຊກແຊງເຂົ້າໃນຂະບວນການ ການເມືອງ ຂອງຣັດເຊຍ, ໃນວໍຊິງຕັນ, ວັນທີ 6 ມັງກອນ 2017.
ພາບຖ່າຍ ສ່ວນນຶ່ງ ຂອງບົດລາຍງານ ສະບັບທີ່ບໍ່ເປັນລັບຕໍ່ໄປ ການປະເມີນຜົນ ຂອງປະຊາຄົມ ອົງການສືບລັບ ກ່ຽວກັບ ຄວາມພະຍາຍາມແຊກແຊງເຂົ້າໃນຂະບວນການ ການເມືອງ ຂອງຣັດເຊຍ, ໃນວໍຊິງຕັນ, ວັນທີ 6 ມັງກອນ 2017.


ບົດສະຫລຸບລາຍງານ ສະບັບທີ່ບໍ່ເປັນຄວາມລັບຕໍ່ໄປ ຂອງອົງການສືບລັບ ໄດ້ຖືກ ເປີດເຜີຍ ໃນວັນສຸກຜ່ານມາ ທີ່ໄດ້ກ່າວວ່າ ປະທານາທິບໍດີ Vladimir Putin ຂອງ ຣັດເຊຍ “ໄດ້ສັ່ງໃຫ້ໃຊ້ອິດທິພົນ ໃນການໂຄສະນາຫາສຽງ” ຂອງການເລືອກຕັ້ງ ໂດຍໃຫ້ມັກທ່ານທຣ້ຳ ຫຼາຍກວ່າ ທ່ານນາງ Hillary Clinton ຄູ່ແຂ່ງຂອງທ່ານນັ້ນ.

ທ່ານໂອບາມາ ໄດ້ບອກລາຍການຂ່າວ ABC ໃນການໃຫ້ສຳພາດ ທີ່ຖ່າຍທອດ ອອກອາກາດ ເມື່ອວັນອາທິດວານນີ້ ວ່າ ທ່ານໄດ້ສັ່ງໃຫ້ປະເມີນຜົນອີກ “ເພື່ອຮັບ ປະກັນວ່າ ພວກເຮົາເຂົ້າໃຈວ່າ ອັນນີ້ເປັນສິ່ງທີ່ທ່ານປູຕິນ ໄດ້ເຮັດຕະຫຼອດມາ ຢູ່ໃນຢູໂຣບ ໃນເບື້ອງຕົ້ນ ຢູ່ໃນອະດີດເຄືອຂ່າຍສະຫະພາບໂຊຫວຽດ ບ່ອນທີ່ ມີພວກຄົນສ່ວນຫຼາຍປາກເວົ້າພາສາຣັດເຊຍ ແຕ່ໄດ້ມີເພີ້ມຫຼາຍຂຶ້ນ ຢູ່ໃນປະເທດ ຕາເວັນຕົກ ທີ່ເປັນປະຊາທິປະໄຕ.”

ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ກ່າວຄຳປາໄສ ໃນລະຫວ່າງ ກອງປະຊຸມ ສະພາກຸ່ມສັງຄົມພົນລະເຮືອນ ແລະກຸ່ມປົກປ້ອງສິດທິມະນຸດ ຢູ່ທີ່ວັງ Kemlin ໃນນະຄອນຫຼວງ Moscow ຂອງຣັດເຊຍ, ວັນທີ 8 ທັນວາ 2016.
ປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ກ່າວຄຳປາໄສ ໃນລະຫວ່າງ ກອງປະຊຸມ ສະພາກຸ່ມສັງຄົມພົນລະເຮືອນ ແລະກຸ່ມປົກປ້ອງສິດທິມະນຸດ ຢູ່ທີ່ວັງ Kemlin ໃນນະຄອນຫຼວງ Moscow ຂອງຣັດເຊຍ, ວັນທີ 8 ທັນວາ 2016.


ທ່ານປະທານາທິບໍດີ ຜູ້ຊຶ່ງສະໄໝທີສອງຂອງທ່ານ ຈະສິ້ນສຸດລົງໃນວັນທີ 20 ມັງກອນ ຈະມາເຖິງນີ້ ໄດ້ກ່າວຕື່ມວ່າ ທ່ານໄດ້ປະເມີນຕ່ຳເກີນໄປ ທີ່ການໃຫ້ຂໍ້ມູນຜິດ ແລະ ການລັກ ເຈາະຂໍ້ມູນ ຈະສົ່ງຜົນກະທົບຕໍ່ສັງຄົມທີີ່ເປີດເຜີຍ ໄດ້ຫຼາຍປານນີ້ ເປັນໄປໄດ້ ແລະ “ສອດແຊກພວກເຂົາເຈົ້າເອງ ເຂົ້າໄປໃນການປະຕິບັດ ດ້ານປະຊາທິປະໄຕ ໃນ
ທາງທີ່ຂ້າພະເຈົ້າຄິດ ວ່າ ເລັ່ງລັດຫຼາຍຂຶ້ນ.”

ທ່ານໂອບາມາ ໄດ້ກ່າວອີກວ່າ ຕ້ອງການເວລາຕື່ມ ແລະ ຕ້ອງໄດ້ໃຊ້ທຶນຮອນຫຼາຍ ເພື່ອຮັບປະກັນ ຄວາມປອດໄພທາງໄຊເບີ້ ແລະ ທ່ານຫວັງວ່າ ສະຖານະການ ຈະບໍ່ ຖືກມອງເຫັນໄປ ໃນທາງທີ່ລຳອຽງ.

Washington Digests Russia Hacking Report
please wait

No media source currently available

0:00 0:02:24 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG