ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາຈະກ່າວຄໍາປາໃສ ຕໍ່ສະມັດຊາໃຫຍ່ ໃນອາທິດນີ້.


ເລື້ອງການແຜ່ຜາຍອາວຸດນີວເຄລຍຄາດວ່າ ຈະເປັນນຶ່ງໃນບັນຫາສໍາຄັນໆທີ່ປະທານາທິບໍດີ ບາຣັກ ໂອບາມາ ຈະກ່າວເຖິງໃນຄໍາປາໃສຂອງທ່ານ ຕໍ່ກອງປະຊຸມສະມັດຊາໃຫຍ່ຂອງ ສະຫະປະຊາຊາດ ໃນວັນພະຫັດ ທີ 23 ກັນຍານີ້.

ອີງ​ຕາມທ່ານ Robert Gibbs ​ເລຂານຸການ​ຝ່າຍຂ່າວ​ຂອງ​ທຳນຽບຂາວ ກໍ​ແມ່ນ​ວ່າ ​ເມື່ອຮອດຜຽນຂອງ​ທ່ານ​ຂຶ້ນ​ກ່າວ​ຄໍາປາ​ໃສຕໍ່ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດນັ້ນ ຫລາຍໆບັນຫາທີ່ທ່ານປະທາ​ນາ​ທິບໍດີ ​ໂອ​ບາ​ມາ​ ຈະຍົກ ເອົາມາ​ເວົ້ານັ້ນ ຈະ​ເປັນເລື້ອງທີ່ເຮົາ​ເຄີຍ​ໄດ້​ຍິນຢູ່​ເລື້ອຍໆ. ທ່ານ Gibbs ​ກ່າວ​ຕໍ່ສື່​ມວນ​ຊົນ​ເມື່ອ​ວັນ​ສຸກ​ຜ່ານມາ​ນັ້ນ ວ່າ ເລື້ອງການ​ແຜ່ຜາຍ​ນິວ​ເຄລຍຈະ​ຢູ່​ໃນ​ລະດັບ​ສູງຂອງ ບັນຊີ ຊຶ່ງທ່ານ​ກ່າວ​ເພີ້ມ​ເຕີມ​ວ່າ “ຫລາຍໆບັນຫາທີ່​ພວກ​ເຮົາ​ໄດ້ເວົ້າ​ເຖິງ ຢູ່ທີ່​ສະຫະ​ປະຊາ​ຊາດໃນ​ປີກາຍ​ນີ້ ຍັງ​ຄົງ ເປັນ​ບັນຫາ​ທີ່ຄ້າງ​ຄາ ​ແກ້​ໄຂ​ບໍ່​ທັນ​ໄດ້​ເທື່ອ​ ​ເຊ່ນ ບັນຫາ​ຄວາມ​ເປັນ​ຫ່ວງ​ກ່ຽວກັບອີຣ່ານ ແລະຄວາມເປັນ​ຫ່ວງ​ກ່ຽວ ກັບ​ເກົາຫລີ​ເໜືອ.”

ໃນ​ຄໍາ​ປາ​ໃສ​ຂອງ​ທ່ານ​ຕໍ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ ປີ 2009 ນັ້ນ ທ່ານ​ໂອ​ບາ​ມາໄດ້​ກ່າວ​ເຕືອນ ອີຣ່ານແລະເກົາຫລີເໜືອ ກ່ຽວກັບ​ກິດຈະ​ກໍາ​ດ້ານ​ນີວ​ເຄລຍຂອງເຂົາ​ເຈົ້າ.

“ແຕ່ຖ້າຫາກວ່າລັດຖະບານອິຣ່ານ ແລະເກົາຫລີເໜືອເລືອກທີ່ຈະບໍ່​ເອົາ​ຫົວຊາ​ຕໍ່ ມາດຕະຖານຂອງນາໆຊາດ ຖ້າຫາກວ່າພວກເຂົາເຈົ້າພາກັນໃຫ້​ຄວາມ​ສໍາຄັນ​ແກ່ ການສ້າງອາວຸດນິວເຄລຍຫລາຍກວ່າ ສະຖຽນລະພາບ ແລະຄວາມໝັ້ນຄົງໃນ ຂົງເຂດ ແລະໂອກາດສໍາລັບພວກປະຊາຊົນຂອງ​ເຂົາ​ເຈົ້າ​ເອງ. ຖ້າຫາກວ່າ ພວກເຂົາເຈົ້າບໍ່ຄໍານຶງເຖິງໄພອັນຕະລາຍຕ່າງໆຈາກການແຂ່ງຂັນອາວຸດນິວເຄລຍ ທີ່​ເພິ່ມທະວີ​ຂຶ້ນ​ນັບ​ມື້ ໃນທັງຂົງເຂດເອເຊຍຕາ​ເວັນ​ອອກ​ ແລະພາກຕາເວັນອອກ ກາງນັ້ນແລ້ວ ພວກເຂົາເຈົ້າກໍຈະຕ້ອງຮັບຜິດຊອບໃນເລື້ອງນີ້.”

ໃນໄລຍະ​ນຶ່ງປີທີ່​ຕິດຕາມ​ມາ​ນັ້ນ ກໍຍັງ​ບໍ່ມີ​ຮ່ອງຮອຍ​ຢ່າງ​ເປີດ​ເຜີຍ​ໃດໆ ທີ່​ສະ​ແດງໃຫ້ເຫັນ ວ່າ ​ເກົາ​ຫລື​ເໜືອພ້ອມ​ທີ່​ຈະ​ກັບ​ຄືນເຂົ້າມາຮ່ວມການ​ເຈ​ລະ​ຈາ​ 6 ຝ່າຍ​ກ່ຽວກັບ​ໂຄງການ ນິວ​ເຄລຍຂອງ​ຕົນ​ນັ້ນ​. ລັດຖະບານພຽງຢາງໄດ້​ຍ່າງ​ອອກ​ໜີຈາກ​ກອງ​ປະຊຸມ ​ໃນ​ເດືອນເມສາ 2009.

ສໍາລັບອິຣ່ານນັ້ນ ສະຫະ​ປະຊາ​ຊາດໄດ້ນໍາໃຊ້ມາດ​ຕະ​ການລົງ​ໂທ​ດຊຸດທີ 4 ​ໃນ​ເດືອນ​ມິຖຸ ນາຜ່ານ​ມາ ຫລັງ​ຈາກທີ່​ອິຣ່ານໄດ້​ປະຕິ​ເສດບໍ່​ຍອມ​ຢຸດ​ເຊົາ​ການ​ກັ່ນທາດ​ຢູ​ເຣນຽມ​ໃໝ່​ເພື່ອ ​ເສີມ​ສະມັດ​ຕະພາບ ​ໃຫ້​ສາມາດ​ນໍາ​ໃຊ້​ເຂົ້າໃນ​ການ​ຜະລິດ​ອາວຸດ​ໄດ້​ນັ້ນ.

ທາງ​ຝ່າຍສະຫະຣັດ​ ກໍໄດ້​ທໍາຄວາມ​ຄືບໜ້າ​ຫລາຍຂຶ້ນ ໃນປີຜ່ານມາໃນການ​ເຮັດວຽກຮ່ວມ ກັນ​ກັບຣັດ​ເຊຍ ​ເພື່ອ​ລົດຄັງ​ແສງອາວຸດ​ນິວເຄລຍຂອງ​ອະ​ດີດຄູ່ແຂ່ງ​ສົງຄາມ​ເຢັນ ສອງປະ​ເທດ​ນີ້​ລົງ ຊຶ່ງ​ເລື້ອງ​ນີ້​ກໍ​ເປັນ​ຈຸດ​ສໍາຄັນ​ອັນ​ນຶ່ງ ໃນ​ຄໍາ​ປາ​ໃສ​ຂອງ​ທ່ານ​ໂອ​ບາ​ມາ​ຕໍ່​ອົງການ​ສະຫະ​ປະຊາ​ຊາດ​ ​ເມື່ອ​ປີຜ່ານມາ​ນີ້ ຊຶ່ງ​ທ່ານ​ໄດ້ກ່າວ​ວ່າ:

“ພວກເຮົາຈະສືບ​ຕໍ່​ພະຍາຍາມ​ໃຫ້​ບັນລຸຂໍ້ຕົກລົງໃໝ່ສະບັບນຶ່ງ ກັບຣັດເຊຍ ເພື່ອ ຫລຸດຜ່ອນຫົວລະເບີດຂີປະນາວຸດ ແລະຖານຍິງຕ່າງໆ ລົງ​ໃຫ້​ໄດ້ຢ່າງຫລວງ ຫລາຍ​ສົມຄວນ.”

ປະທານາທິບໍດີ​ໂອ​ບາ​ມາ ​ແລະ​ປະທານາທິບໍດີຣັດ​ເຊຍ ທ່ານ Dmitry Medvedev ​ໄດ້​ເຊັນ​ສັນຍາ​ສົນທິສັນຍາ START ສະ​ບັບ​ໃໝ່​ເມື່ອ​ ​ເດືອນ​ເມສາ​ຜ່ານ​ມານິ້ ຢູ່​ນະຄອນ ຫລວງ Prague ຂອງ​ສາທາລະນະລັດ ​Czech. ຄະນະກໍາມະການພົວພັນຕ່າງປະເທດ ຂອງສະພາສູງສະຫະລັດ ໄດ້ຮັບຮອງ​ເອົາສົນທິສັນຍາສະບັບດັ່ງກ່າວ ໃນວັນພະຫັດຜ່ານ ມານີ້.​ ແຕ່ຂໍ້ຕົກລົງສະບັບ​ນີ້​ກໍຍັງຕ້ອງໄດ້ຮັບສັດຕະຍາບັນຈາກສະພາສູງສະຫະລັດຄົບ​ຊຸດ ແລະ ສະພາດູມາຂອງຣັດເຊຍຄົບ​ຊຸດເສຍ​ກ່ອນ ຈຶ່ງ​ຈະ ມີ​ຜົນ​ປະຕິບັດ​ໄດ້.

ທ່ານ Robert Gibbs ​ເລຂານຸການ​ຝ່າຍຂ່າວຂອງທໍານຽບຂາວ ກ່າວວ່າ ສົນທິສັນຍາ ສະບັບ​ນີ້ ກໍຈະ​ເປັນຈຸດເດັ່ນໃນຄໍາປາໃສຂອງປະທານາທິບໍດີໂອບາມາ ​ເຊັ່ນ​ກັນ.

ດັ່ງທີ່ປະທານາທິບໍດີໄດ້ໃຫ້ຄໍາໝັ້ນສັນຍາໄວ້​ໃນປີກາຍນີ້ ລັດຖະບານຂອງທ່ານໄດ້​ເສັດ​ສິ້ນ​ການທົບທວນຄືນ​ເບິ່ງ​ທ່າ​ທີ​ດ້ານນີວເຄລຍຂອງ​ຕົນ​ໃໝ່ເຊັ່ນກັນ ແລະກໍໄດ້ເປັນເຈົ້າພາບຈັດ ກອງປະຊຸມສຸດຍອດວ່າດ້ວຍຄວາມປອດໄພຂອງວັດຖຸ ນີວເຄລຍ ຫລືປ້ອງ​ກັນບໍ່​ໃຫ້​ມີ​ວັດຖຸ​ນິວ​ເຄລຍ ທີ່​ບໍ່​ມີ​ການ​ຄວບ​ຄຸມ​ນັ້ນ ຢູ່​ໃນ​ໂລກ​ນີ້. ແຕ່ທາງສະພາສູງສະຫະລັດກໍຍັງບໍ່ໄດ້ໃຫ້ ສັດຕະຍາບັນ​ແກ່ສົນທິສັນຍາຫ້າມທົດລອງນີວເຄລຍແບບຄົບຖ້ວນຮອບດ້ານນັ້ນ​ເທື່ອ.

ນອກ​ນີ້​ແລ້ວ ປະທານາທິບໍດີໂອບາມາກໍ​ຄົງ​ຈະ​ອຸທິດພາກສ່ວນນຶ່ງ​ຂອງຄໍາ​ປາ​ໃສຂອງທ່ານ ຕໍ່ອົງການສະຫະປະຊາຊາດນັ້ນ ​ເພື່ອ​ເວົ້າ​ເຖິງເລື້ອງຂັ້ນຕອນການດໍາເນີນງານສ້າງສັນຕິ ພາບໃນພາກຕາເວັນອອກກາງ ​ເຊັ່ນ​ດຽວກັນ​ກັບທີ່ທ່ານໄດ້ເຮັດໃນປີກາຍນີ້ ຊຶ່ງທ່ານໂອບາ ມາ​ໄດ້ກ່າວວ່າ

“ມັນເຖິງເວລາແລ້ວທີ່ຈະທໍາການເຈລະຈາກັນຄືນໃໝ່ ທີ່​ບໍ່​ມີການ​ວາງ ເງື່ອນໄຂ ລ່ວງ​ໜ້າໃດໆ ທີ່ຈະ​ຫາ​ທາງແກ້ໄຂບັນຫາທີ່​ມີ​ສະຖານະພາ​ບຖາວອນຕ່າງໆ: ຄືບັນ​ຫາຄວາມໝັ້ນຄົງສໍາລັບຊາວອິສຣາແອລ ແລະຊາວປາ​ເເລສ​ໄຕ​ນ໌ ບັນຫາຊາຍ ແດນ ພວກອົບພະຍົບ ແລະນະຄອນເຢຣູຊາແລມ.”

ຍ້ອນ​ການ​ໄກ່ເກັ່ຍຂອງສະຫະລັດ ເມື່ອບໍ່ນານມານີ້ ທັງສອງຝ່າຍກໍໄດ້ເລີ່ມການເຈລະຈາກັນ ບັ້ນໃໝ່ອີກບັ້ນນຶ່ງ ໂດຍມີເປົ້າໝາຍທີ່ຈະຕົກລົງກັນ​ ໃນບັນຫາສຳຄັນຕ່າງໆ ທັງໝົດໃຫ້​ໄດ້ພາຍໃນນຶ່ງປີ. ​ແລະທ່ານໂອບາມາກໍຄົງຈະກ່າວເຖິງການພົວພັນຂອງອາເມຣິກາຢູ່ໃນອີຣັກ ເໝືອນດັ່ງທີ່​ໄດ້​ເວົ້າໃນປີ 2009 ນັ້ນ ຊຶ່ງ​ທ່ານ​ໄດ້ກ່າວວ່າ

“ພວກເຮົາໄດ້ຖອນກອງພົນລົບອາເມລິກັນອອກຈາກຫົວເມືອງຕ່າງໆ ຂອງອີຣັກ ແລະໄດ້ກໍານົດ​ເອົາເດືອນສິງຫາ ປີໜ້ານີ້ ​ເປັນ​ວັນເສັ້ນຕາຍ ສໍາລັບຖອນກອງພົນ ລົບຂອງພວກເຮົາທັງ​ໝົດອອກ​ໄປຈາກດິນ​ແດນຂອງອີຣັກ.”

ແລະ​ສະຫະລັດ​ກໍ​ໄດ້​ປະຕິບັດ​ສໍາເລັດຕາມ​ກໍານົດເສ້ນ​ຕາຍ​ທີ່ໄດ້ຕັ້ງ​ໄວ້ນັ້ນ. ສ່ວນກຳລັງທະ ຫານສະຫະລັດ ທີ່​ຍັງປະຈໍາການຢູ່ໃນອີຣັກຕໍ່ໄປອີກປະມານ 50,000 ຄົນນັ້ນ ກໍ​ແມ່ນ​ຈະປະກອບພາລະກິດຂອງພົນລະເຮືອນ ແຕ່ກໍກຽມພ້ອມທີ່ຈະທໍາການສູ້ລົບໄດ້ ຖ້າຫາກມີ ຄວາມຈໍາເປັນ.

ນອກ​ເວລາ​ຂອງກອງປະຊຸມສະມັດຊາໃຫຍ່ນັ້ນ ທ່ານໂອບາມາຍັງ​ຈະພົບ​ປະ​ຫາລື​ກັນສອງ ຝ່າຍກັບພວກຜູ້ນໍາໂລກຄົນ​ອື່ນໆ​ອີກ​ຫລາຍ​ຄົນ ​ໃນ​ນັ້ນກໍ​ມີນາຍົກລັດຖະມົນຕີຈີນ ທ່ານເຫວິນ ເຈ້ຍບາວ ກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານນາໂອໂຕ໊ະ ຄັນ ຊຶ່ງ​ທ່ານ​ໂອບາມາ ຈະພົບປະ​ກັນ​ຄົນ​ລະ​ເທື່ອ​ກັບ​ສອງ​ທ່ານ​ນີ້. ນອກຈາກນັ້ນແລ້ວ ທ່ານໂອບາມາ ກໍຍັງຈະພົບປະກັບພວກ ຜູ້ນໍາຂອງສະມາຄົມອາຊ່ຽນ ນໍາອີກ.

XS
SM
MD
LG