ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາປະນາມການ ວາງລະເບີດຢູ່ອູການດາ


ທ່ານໂອບາມາປະນາມການ ວາງລະເບີດຢູ່ອູການດາ
ທ່ານໂອບາມາປະນາມການ ວາງລະເບີດຢູ່ອູການດາ

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ການວາງລະເບີດຢູ່ ອູການດາ ທີ່ເຮັດໃຫ້ຜູ້ຄົນທີ່ກຳລັງເບິ່ງການແຂ່ງຂັນ ເຕະບານໂລກ ຮອບຊິງຊະນະເລີດທາງໂທລະພາບ 76 ຄົນເສຍຊີວິດນັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ກຸ່ມ​ຫົວ​ຕໍ່ສູ້​ທີ່​ມັກ​ຄວາມ​ຮຸນ​ແຮງ​ນັ້ນ ມີວິ​ໄສ​ທັດ​ແຫ່ງ​ການ ທຳລາຍລ້າງຜານແລະ ຄວາມ​ຕາຍ ສຳລັບອາຟຣິກາ.

ໃນການໃຫ້ສຳພາດແກ່ບໍລິສັດກະຈາຍສຽງອາຟຣິກາໃຕ້ ທີ່ກຳນົດຈະອອກອາກາດໃນວັນພຸດມື້ນີ້ ປະທານາທິບໍດີໂອບາມາ ໄດ້ສົມທຽບຄວາມ ແຕກຕ່າງຂອງ ​ວິ​ໄສ​ທັດດັ່ງກ່າວ ໃສ່ກັບວິ​ໄສ​ທັດທີ່ຢາກໃຫ້ອາຟຣິກາມີຄວາມສາມັກຄີແລະທຳ​ຄວາມກ້າວໜ້າ​ທັນ​ສະ​ໄໝ​ນັ້ນ. ນອກນີ້ ທ່ານຍັງເວົ້າວ່າ ການວາງລະເບີດຮ້າຍແຮງທີ່ວ່ານີ້ສະແດງໃຫ້ເຫັນວ່າ ພວກມຸສລິມຫົວຮຸນແຮງ ທີ່ອ້າງເອົາຄວາມຮັບຜິດຊອບ ບໍ່ໄດ້ຫຼິງເຫັນຜົນທີ່ຈະຕິດຕາມມາ ໃນໄລຍະຍາວ ຂະນະທີ່ພວກເຂົາ ເຮັດສົງຄາມທາງດ້ານອຸດົມການ ແລະສັງຫານຜູ້ທີ່ບໍ່ມີຄວາມຜິດ.

ກຸ່ມຫົວຮຸນແຮງ AL-SHABAB ຂອງໂຊມາເລຍກ່າວວ່າ ຕົນເປັນຜູ້ຢູ່ເບື້ອງຫຼັງ ການວາງລະເບີດໂຈມຕີ 2 ຄັ້ງທີ່ນະຄອນຫຼວງກຳປາລາ ຂອງອູການດາ. ກຸ່ມກໍ່ ການຮ້າຍກຸ່ມ​ນີ້ທີ່ເປັນເຄືອຂ່າຍຂອງກຸ່ມອາລກາຍດາເວົ້າວ່າ ການໂຈມຕີທີ່ວ່ານີ້ ແມ່ນເພື່ອເປັນການແກ້ແຄ້ນ ຕໍ່ການປະກອບສ່ວນຂອງອູການດາ ເຂົ້າໃນກຳລັງ ຮັກສາສັນຕິພາບຂອງສະຫະພາບອາຟຣິກາ ທີ່ໃຫ້ການສະໜັບສະໜຸນ ແກ່ລັດ ຖະບານໂຊມາເລຍ ແລະການໂຈມຕີເພີ້ມຕື່ມ ຈະຕິດ ຕາມມາ.

XS
SM
MD
LG