ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳສະຫະລັດ ພົບປະກັບ ຜູ້ນຳຕູນີເຊຍ


ປະທານາທິບໍດີບາຣັກໂອບາມາ ພົບປະກັບນາຍົກລັດຖະມົນຕີຕູນີເຊຍ ທ່ານ Beji Caid Essebsi ທີ່ທຳນຽບຂາວ (7 ຕຸລາ 2011)
ປະທານາທິບໍດີບາຣັກໂອບາມາ ພົບປະກັບນາຍົກລັດຖະມົນຕີຕູນີເຊຍ ທ່ານ Beji Caid Essebsi ທີ່ທຳນຽບຂາວ (7 ຕຸລາ 2011)

ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາກ່າວຕໍ່ນາຍົກລັດຖະມົນຕີຕູນີເຊຍທ່ານ Beji
Caid Essebsi ວ່າ ບົດບາດທີ່ສຳຄັນຂອງປະເທດທ່ານ ໃນການລຸກຮືຂຶ້ນໃນລະດູບານໃໝ່
ຂອງຊາວອາຣັບຫຼື Arab Spring ນັ້ນ ແມ່ນເປັນທີ່ໜ້າຈັບໃຈ.

ໃນການພົບປະເທື່ອທຳອິດຢູ່ທີ່ທຳນຽບຂາວ ກັບຜູ້ນຳຄົນນຶ່ງຈາກປະເທດທີ່ມີການລຸກຮືຂຶ້ນ
ໃນລະດູບານໃໝ່ຂອງຊາວອາຣັບນັ້ນທ່ານໂອບາມາກ່າວຕໍ່ຜູ້ນຳຂອງຕູນີເຊຍວ່າຕູນີເຊຍໄດ້ ກາຍເປັນແຮງບັນດານໃຈ ໃຫ້ແກ່ພວກເຮົາທັງໝົດທີ່ເຊື່ອວ່າ ຜູ້ຊາຍແລະແມ່ຍິງແຕ່ລະຄົນ
ມີສິດບາງຢ່າງທີ່ໂອນໃຫ້ກັນບໍ່ໄດ້.

ສ່ວນທ່ານ Essebsi ກໍໄດ້ກ່າວຂອບອົກຂອບໃຈຕອບຕໍ່ທ່ານໂອບາມາທີ່ໄດ້ເປັນຜູ້ນຳຄົນ ທຳອິດກ່າວຊົມເຊີຍການປ່ຽນແປງທີ່ມີຂຶ້ນຢູ່ໃນຕູນີເຊຍເມື່ອເດືອນກຸມພາຜ່ານມາເວລາພວກ ປະທ້ວງໄດ້ໂຄ່ນລົ້ມອຳນາດການປົກຄອງ ທີ່ມີມາເປັນເວລາດົນນານຂອງຈອມຜະເດັດການ
Zine el Abidine Ben Ali.

ການລຸກຮືຂຶ້ນຂອງປະຊາຊົນໄດ້ແຜ່ລາມອອກໄປທົ່ວອາຟຣິກາເໜືອແລະພາກຕາເວັນອອກ
ກາງ ຊຶ່ງພາໃຫ້ມີການຂັບໄລ່ຈອມຜະເດັດການຢູ່ໃນອີຈິບ ລີເບຍ ແລະການປະທ້ວງຢູ່ໃນເຢ
ເມນ ບາຫ໌ເຣນ ແລະຊີເຣຍ.

ໃນວັນທີ 23 ເດືອນນີ້ ຊາວຕູນີເຊຍຈະພາກັນໄປປ່ອນບັດໃນການເລືອກຕັ້ງເທື່ອທຳອິດຢູ່ ໃນປະເທດທີ່ມີການລຸກຮືຂຶ້ນໃນລະດູບານໃໝ່. ມີຫຼາຍກວ່າ 100 ພັກການເມືອງເຂົ້າຮ່ວມ ການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຊຸດໃໝ່ຂອງ ຕູນີເຊຍ.

XS
SM
MD
LG