ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຄະນະລັດຖະບານ ຂອງທ່ານ ໂອບາມາ ແລະ ທ່ານທຣຳ ຈະໂຕ້ຖຽງກັນ ເລື່ອງ Obamacare

ຕຶກ ລັດຖະສະພາ ສະຫະລັດ ຫຼື Capitol Hill ແນມເຫັນໄດ້ ໃນສະພາບອາກາດທີ່ມີໝອກປົກຄຸມ ໃນຂະນະທີ່ ສະພາຊຸດທີ 115 ເປີດກອງປະຊຸມ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 3 ມັງກອນ 2017.
ຕຶກ ລັດຖະສະພາ ສະຫະລັດ ຫຼື Capitol Hill ແນມເຫັນໄດ້ ໃນສະພາບອາກາດທີ່ມີໝອກປົກຄຸມ ໃນຂະນະທີ່ ສະພາຊຸດທີ 115 ເປີດກອງປະຊຸມ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 3 ມັງກອນ 2017.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ຈະໄປຍັງ ລັດຖະສະພາສະຫະລັດ
ຫຼື Capitol Hill ໃນວັນພຸດມື້ນີ້ ເພື່ອປຸກລະດົມບັນດາສະມາຊິກສະພາ ສັງກັດພັກ ເດໂມແຄຣັດ ໃຫ້ປົກປ້ອງກົດໝາຍປະກັນໄພສຸຂະພາບ ທີ່ເປັນສັນຍະລັກຂອງທ່ານ ນັ້ນໄວ້. ຮອງປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານ Mike Pence ກໍຈະໄປສະຖານ ທີ່ດັ່ງກ່າວເຊັ່ນກັນ ເພື່ອໂອ້ລົມກັບບັນດາສະມາຊິກສັງກັດພັກຣີພັບບລີກັນ ກ່ຽວກັບ ວາລະຂອງພວກເພິ່ນ ຊຶ່ງປະກອບດ້ວຍ ການຍົກເລີກໂຄງການທີ່ເອີ້ນກັນຢູ່ສະເໝີວ່າ “Obamacare” ນັ້ນ.

ຊາຍຄົນນຶ່ງກຳລັງເບິ່ງໜ້າທຳອິດ ການລົງທະບຽນ ກ່ຽວກັບ ກົດໝາຍປະກັນສູຂະພາບລາຄາຖືກ ຫຼື Affordable Care Act (ທີ່ຮູ້ຈັກກັນຄື Obamacare) ຢູ່ເວັບໄຊ HealthCare.gov ໃນນະຄອນ New York ຢູ່ໃນພາບທີ່ສະແດງໃຫ້ເຫັນນີ້..
ຊາຍຄົນນຶ່ງກຳລັງເບິ່ງໜ້າທຳອິດ ການລົງທະບຽນ ກ່ຽວກັບ ກົດໝາຍປະກັນສູຂະພາບລາຄາຖືກ ຫຼື Affordable Care Act (ທີ່ຮູ້ຈັກກັນຄື Obamacare) ຢູ່ເວັບໄຊ HealthCare.gov ໃນນະຄອນ New York ຢູ່ໃນພາບທີ່ສະແດງໃຫ້ເຫັນນີ້..

ການປະເຊີນໜ້າກັນ ໃນກອງປະຊຸມ ແມ່ນຈະເນັ້ນໜັກເຖິງ ເລື່ອງໃຫຍ່ເລື່ອງໜຶ່ງ ຊຶ່ງ ຈະມີການຖົກຖຽງກັນ ໃນຂະນະທີ່ ການປ່ຽນອຳນາດໃນທຳນຽບຂາວ ຈາກປະທານາ ທິບໍດີ ໂອບາມາ ໄປໃຫ້ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານດໍໂນລ ທຣຳ ກຳລັງ ດຳເນີນໄປຢູ່.

ປະທານາທິບໍດີ ທີ່ຖືກເລືອກໃໝ່ ທ່ານ ດໍໂນລ ທຣຳ ລົມກັບບັນດານັກຂ່າວ ໃນຂະນະທີ່ ທ່ານ ແລະພັນລະຍາ ທ່ານນາງ Melania Trump ໄປເຖິງ ງານລ້ຽງສະເຫຼີມສະຫຼອງ ໃນມື້ກ່ອນວັນປີໃໝ່ ໃນເມືອງ Palm Beach, ລັດຟໍຣີດາ, ວັນທີ 31 ທັນວາ 2016.

ກົດໝາຍການຮັກສາສຸຂະພາບທີ່ມີລາຄາຖືກ ຫຼື Affordable Care Act ທີ່ໄດ້ຖືກ ຮັບຜ່ານໂດຍລັດຖະສະພາ ໃນປີ 2010 ເມື່ອພັກເດໂມແຄຣັດ ໄດ້ຄວບຄຸມທັງ
ສະພາຕ່ຳ ແລະ ສະພາສູງ ພ້ອມກັນນັ້ນ ໄດ້ມີປະທານາທິບໍດີ ໂອບາມາ ຄວບຄຸມ ໜ້າທີ່ຂອງປະທານາທິບໍດີຢູ່. ໃນວັນທີ 20 ມັງກອນ ຈະມາເຖິງນີ້ ການລວມສູນ ຂອງອຳນາດນັ້ນ ຈະຫັນປ່ຽນກັບຄືນມາເປັນຂອງພັກຣີພັບບລີກັນ.

ທ່ານທຣຳ ໄດ້ເອີ້ນ Obamacare ວ່າ ເປັນໂຄງການທີ່ “ຂີ້ຮ້າຍ” ທີ່ມີລາຄາແພງຫຼາຍ ແລະ ໃນຂະນະດຽວກັນ ທ່ານກໍບໍ່ໄດ້ມີແຜນການທີ່ມີລາຍລະອຽດຄັກແນ່ ເພື່ອຈະມາ ແທນ Obamacare ຊຶ່ງ ທ່ານໄດ້ແຈ້ງເຈຕະນາແລ້ວ ວ່າ ທ່ານຢາກປ່ຽນ.

ໂຄສົກທຳນຽບຂາວ ທ່ານ Josh Earnest ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນອັງຄານ ວານນີ້ ວ່າ ທ່ານປະທານາທິບໍດີ ໂອບາມາ ຈະປຶກສາຫາລື ກັບບັນດາສະມາຊິກສະພາ ສັງກັດພັກເດໂມແຄຣັດ ວິທີທາງເພື່ອຕອບໂຕ້ ເປົ້າໝາຍ ການຍົກເລີກ ຂອງບັນດາ ສະມາຊິກສະພາ ສັງກັດພັກຣີພັບບລີກັນ ນັ້ນ.

ທ່ານ Earnest ໄດ້ເວົ້າວ່າ “ທ່ານປະທານາທິບໍດີ ໄດ້ເປີດອົກເປີດໃຈ ຈະຮັບເອົາ ແນວຄິດດີໆ ຕະຫຼອດມາ ທີ່ວ່າ ຖ້າມີ ສະມາຊິກສະພາ ສັງກັດພັກຣີພັບບລີກັນ ທ່ານໃດຈິງໃຈ ມີຄວາມສົນໃຈໃນການປະຕິຮູບ ກົດໝາຍການຮັກສາສຸຂະພາບ ລາຄາຖືກ ໃນທາງທີ່ຈະເຮັດໃຫ້ໂຄງການນີ້ ເຂັ້ມແຂງຂຶ້ນ ທ່ານປະທານາທິບໍດີ ຈະສະໜັບສະໜູນຢ່າງແຂງຂັນ ຂອງຄວາມພະຍາຍາມອັນນັ້ນ. ແຕ່ວ່າ ອັນທີ່ ບັນດາສະມາຊິກສະພາ ສັງກັດພັກຣີພັບບລີກັນ ໄດ້ສະເໜີມາ ບໍ່ແມ່ນເຊັ່ນນັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Ford to Expand Car Production in Michigan, Scraps Plan for Mexico Plant
please wait

No media source currently available

0:00 0:02:09 0:00

XS
SM
MD
LG