ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາຕ່ຳ ປະຕິເສດ ບໍ່ຮັບຜ່ານ ອົງປະກອບ ທີ່ສຳຄັນ ຂອງຂໍ້ຕົກລົງ ການຄ້າ


House Democrats Derail Obama’s Free-Trade Agenda
please wait

No media source currently available

0:00 0:02:37 0:00

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ຄວາມ
ລົ້ມແຫຼວຂອງສະພາຕ່ຳ ທີ່ບໍ່ສາມາດຮັບຜ່ານມາດຕະການເພື່ອ
ຊ່ອຍເຫລືອຄົນງານອາເມຣິກັນທີ່ໄດ້ຮັບຜົນກະທົບຈາກຂໍ້ຕົກລົງ
ການຄ້າໂລກ ຈະສ້າງຄວາມເສຍຫາຍໂດຍກົງຕໍ່ພວກຄົນງານປະ
ມານ 100,000 ຄົນແລະປະຊາຄົມຂອງເຂົາເຈົ້າ.

ປະທານາທິບໍດີ ໂອບາມາ ກ່າວໃນຄຳປາໄສ ປະຈຳສັບປະດາ
ຂອງທ່ານໃນວັນເສົາມື້ນີ້ວ່າ “ເພື່ອເຫັນແກ່ພວກຄົນງານເຫລົ່າ
ນີ້ ຄອບຄົວເຂົາເຈົ້າ ແລະ ປະຊາຄົມເຂົາເຈົ້າ ຂ້າພະເຈົ້າ ຈຶ່ງຂໍ
ຮຽກຮ້ອງ ໃຫ້ບັນດາສະມາຊິກລັດຖະສະພາ ທີ່ໄດ້ລົງຄະແນນ
ສຽງບໍ່ເຫັນພ້ອມກັບຮ່າງກົດໝາຍ ປັບປຸງການໃຫ້ຄວາມຊ່ອຍ
ເຫຼືອດ້ານການຄ້າ ພິຈາລະນາອີກເທື່ອນຶ່ງແລະລຸກຂຶ້ນຕໍ່ສູ້ເພື່ອພວກຄົນງານອາເມຣິກັນ.”

ແຜນການ​ຂອງປະທານາທິບໍດີໂອບາມາ ເພື່ອໃຫ້ໄດ້ມາ ຊຶ່ງຂໍ້​ຕົກລົງການ​ຄ້າ​ເສລີ ໃນເຂດ​
ເອ​ເຊຍ​ປາຊິ​ຟິກໄດ້ປະສົບກັບຄວາມເສຍຫາຍຮ້າຍແຮງໃນ​ວັນ​ສຸກ​ວານ​ນີ້​ເວລາ​ສະພາຕ່ຳ
ລົງ​ໄດ້ລົງຄະ​ແນນ​ສຽງ​ຄັດຄ້ານຕໍ່ບາງພາກສ່ວນຂອງຂໍ້ຕົກລົງດັ່ງກ່າວທີ່ຈະໃຫ້ຄວາມຊ່ອຍ ເຫລືອແກ່ພວກຄົນງານ ທີ່ສູນເສຍວຽກການຂອງເຂົາເຈົ້າ ອັນເປັນຜົນເນື່ອງມາຈາກຂໍ້ຕົກ ລົງການຄ້າຂອງສະຫະລັດ.

ສະມາຊິກພັກເດໂມແຄຣັດຂອງທ່ານໂອບາມາແລະສະມາຊິກຂອງພັກຣີພັບບລີກັນໄດ້ລົງ ຄະແນນສຽງ 302 ຕໍ່ 126 ຄັດຄ້ານຕໍ່ມາດຕະການດັ່ງກ່າວ.

ເຖິງແມ່ນບັນດາສະມາຊິກສະພາ ໄດ້ໃຫ້ການອະນຸມັດ ດ້ວຍຄະແນນສຽງຢ່າງຫວຸດຫວິດ ຕໍ່ອັນທີ່ເອີ້ນວ່າສິດອຳນາດຢ່າງວ່ອງໄວແກ່ປະທານາທິບໍດີໂອບາມາ ໃນການເຈລະຈາຂໍ້ ຕົກລົງການຄ້າ ພາຄີຂ້າມມະຫາສະມຸດປາຊີຟິກ ຫລື TPP ກໍຕາມ ແຕ່ໂດຍທົ່ວໄປແລ້ວ ການລົງຄະແນນສຽງດັ່ງກ່າວ ແມ່ນຍັງຢູ່ຫ່າງໄກຈຶ່ງຈະຖືວ່າເປັນໄຊຊະນະຂອງປະທານາ ທິບໍດີ. ຮ່າງກົດໝາຍທັງສອງສະບັບນີ້ຈະ ຕ້ອງໄດ້ຮັບການອະນຸມັດເສຍກ່ອນກ່ອນທີ່ປະ ທານາທິບໍດີຈະລົງນາມໄດ້.

ສະມາຊິກສະພາຂອງພັກຣີພັບບລີກັນ ກ່າວວ່າ ພວກເຂົາເຈົ້າຈະພະຍາຍາມນຳເອົາພາກ ສ່ວນຂອງຮ່າງກົດໝາຍກ່ຽວກັບການຊ່ອຍເຫຼືອພວກຄົນງານມາລົງຄະແນນສຽງອີກເທື່ອ ນຶ່ງໃນວັນອັງຄານຈະມານີ້.

ທ່ານໂອບາມາຮຽກຮ້ອງໃຫ້ສະພາຕ່ຳຮັບຜ່ານມາດຕະການ ໃຫ້ຄວາມຊ່ອຍເຫຼືອແກ່ພວກ ຄົນງນໂດຍບໍ່ມີການຊັກຊ້າໃດໆ “ເພື່ອວ່າຂ້າພະເຈົ້າຈະໄດ້ລົງນາມ ທັງສອງມາດຕະການ ແລະເຮັດໃຫ້ພວກຄົນງານ ແລະທຸລະກິດຂອງພວກເຮົາໄດ້ຮັບການຊຸກຍູ້ຢູ່ທາງຫຼັງຕື່ມໃນ ສິ່ງທີ່ພວກເຂົາເຈົ້າເກັ່ງຢູ່ແລ້ວຄືການນຶກຄິດ ປະດິດ ສ້າງ ແລະຂາຍສິນຄ້າທີ່ຜະລິດ ຢູ່ອາ ເມຣິກາ ໃຫ້ແກ່ສ່ວນທີ່ເຫລືອຂອງໂລກ.”

ສະມາຊິກພັກເດໂມແຄຣັດຫລາຍໆຄົນມີຄວາມວິຕົກກັງວົນວ່າຂໍ້ຕົກລົງການຄ້າພາຄີຂ້າມ ມະຫາສະມຸດປາຊີຟິກນີ້ຈະສົ່ງວຽກງານຂອງຊາວອາເມຣິກັນຕື່ມອີກໄປຕ່າງປະເທດແລະ ສ້າງຄວາມເສຍຫາຍ ໃຫ້ແກ່ສິ່ງແວດລ້ອມ. ມາດຕະການຊ່ອຍເຫລືອພວກຄົນງານນີ້ ຕົ້ນ ຕໍແລ້ວແມ່ນໄດ້ຖືກຮວມເຂົ້າເພື່ອເອົາໃຈສະມາຊິກພັກເດໂມແຄຣັດ ແລະປະທານາທິບໍດີ ໂອບາມາໄດ້ເດີນທາງໄປຍັງຕຶກລັດຖະສະພາສະຫະລັດໃນຕອນເຊົ້າວັນສຸກວານນີ້ ເພື່ອ ທຳການຮ້ອງຂໍໃນນາທີສຸດທ້າຍ ຕໍ່ສະມາຊິກຄົນສຳຄັນໆຂອງພັກເດໂມແຄຣັດ.

Obama Visits Congress Ahead of Key Trade Bill Vote
please wait

No media source currently available

0:00 0:00:10 0:00

XS
SM
MD
LG