ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາງ Clinton ແລະທ່ານ Trump ມຸ່ງໜ້າ ສູ່ລັດ ທີ່ຕ້ອງຊະນະ ໃນການຫາສຽງ ຂັ້ນສຸດທ້າຍ


ພວກທີ່ສະໜັບສະໜຸນ ທ່ານນາງ Hillary Clinton ຜູ້​ສະໝັກ​ເປັນ​ປະທານາທິບໍດີ​ສະຫະລັດ ສັງກັດພັກ Democratic ແລະທ່ານ Donald Trump ສັງກັດພັກ Republican ທີ່ພາກັນ ຖືປ້າຍໃນວັນລະລຶກເຖິງແລະສະດຸດີໃຫ້ແກ່ເຫຼົ່າທະຫານອາເມ ຣິກັນ, 30 ພຶດສະພາ, 2016, ທີ່ Chappaqua, ນິວຢ໊ອກ.
ພວກທີ່ສະໜັບສະໜຸນ ທ່ານນາງ Hillary Clinton ຜູ້​ສະໝັກ​ເປັນ​ປະທານາທິບໍດີ​ສະຫະລັດ ສັງກັດພັກ Democratic ແລະທ່ານ Donald Trump ສັງກັດພັກ Republican ທີ່ພາກັນ ຖືປ້າຍໃນວັນລະລຶກເຖິງແລະສະດຸດີໃຫ້ແກ່ເຫຼົ່າທະຫານອາເມ ຣິກັນ, 30 ພຶດສະພາ, 2016, ທີ່ Chappaqua, ນິວຢ໊ອກ.

ຜູ້​ສະໝັກ​ເປັນ​ປະທານາທິບໍດີ​ສະຫະລັດ ທັງທ່ານ Donald Trump ​ແລະທ່ານ​ນາງ Hillary Clinton ​ກຳລັງ​ສຸມຄວາມ​ພະຍາຍາມ​ຂອງ​ພວກ​ທ່ານ ໃສ່​ລັດ Carolina ​ເໜືອ ​ແລະ​ລັດ Florida ​ໃນ​ວັນ​ພະຫັດ​ມື້​ນີ້ ຊຶ່ງ​ທັງສອງ​ລັດນີ້ ​ຖື​ກມອງ​ກັນ​ ​ໂດຍທັງ​ສອງວ່າ
​ເປັນໄຊຊະນະ​ທີ່​ສຳຄັນ​ຍິ່ງ ​ຕໍ່​ການ​ເລືອກ​ຕັ້ງໃນວັນ​ທີ 8 ພະຈິກນີ້.

ທ່ານ Trump ມີໝາຍ​ກຳນົດ ຈັດການໂຮມ​ຊຸມນຸມ​ຢູ່​ 4 ບ່ອນ ​ໃນເຂດ​ແຄມ​ຝັ່ງພາກ​ຕາ​ເວັນ​ອອກຂອງ​ສະຫະລັດ​ໃນ​ວັນ​ພະຫັດ​ມື້​ນີ້ ​ເລີ່ມ​ຕົ້ນ​ທີ່​ພາກ​ເໜືອ​ຂອງ​ລັດ Florida ໃນ​ເມືອງ Jacksonville ກ່ອນ​ທີ່​ຈະ​ມຸ່ງ​ໜ້າ​ໄປລັດ​ Pennsylvania ​ແລະ​ສິ້ນ​ສຸດ​ລົງດ້ວຍ​ການ​ໂຄສະ
ນາ​ຫາ​ສຽງສອງຄັ້ງ ​ໃນ​ລັດ Carolina ​ເໜືອ.

Explainer: What is a Swing State?
please wait

No media source currently available

0:00 0:01:06 0:00

​ໃນ​ຂະນະ​ດຽວ​ກັນ​ນັ້ນ ທ່ານ​ນາງ Clinton ມີໝາຍ​ກຳນົດ​ ​ໂຄສະນາ​ຫາ​ສຽງ​ຢູ່ 2 ບ່ອນ ໃນ​ລັດ Carolina ​ເໜືອ ຊຶ່ງບ່ອນ​ທຳ​ອິດ​ ແມ່ນທີ່​ເມືອງ Greenville ຕິດຕາມ​ມາເມືອງ Raleigh ທີ່ໃກ້​ຄຽງ​ນັ້ນ. ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ຈະ​ລົງ​ໂຄສະ ນາ​ຫາ​ສຽງ ​ໃຫ້​ທ່ານ​ນາງ Clinton ໃນ​ລັດ Florida ດ້ວຍ​ການ​ຢຸດ​ແວ່ທີ່​ນະຄອນ Miami ທີ່​ໄດ້​ວາງ​ແຜນ​ໄວ້​ນັ້ນ ​ແລະ​ຕໍ່​ມາ​ກໍ​ຈະ​ແມ່ນເມືອງ Jacksonville ຊຶ່ງ​ຢູ່​ຫ່າງ​ກັນ​ພຽງ​ແຕ່ 30 ​ໄມ​ລ໌ ​ເທົ່າ​ນັ້ນ ຈາກ​ບ່ອນ​ທີ່​ທ່ານ Trump ​ໄດ້​ທຳ​ການ​ໂຄສະນາ​ສຽງ​ນັ້ນ.

​ໃນ​ການ​ຢັ່ງ​ຫາງ​ສຽງ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ຈາກ​ທາງ​ສອງ​ລັດ ສະ​ແດງ​ໃຫ້​ເຫັນ​ວ່າ ທັງ​ສອງ​ຜູ້​ສະໝັກ ​ແມ່ນມີ​ຄະ​ແນນ​ສູ​ສີ​ກັນ ​ໃນ​ສັບປະດາ​ສຸດ​ທ້າຍ​ຂອງ​ການ​ໂຄສະນາ​ຫາ​ສຽງ​ທີ່​ຈະ​ສິ້ນ​ສຸດ​ລົງນັ້ນ. ​ແຮງ​ກະ​ຕຸ້ນ ແມ່ນ​ເບິ່ງ​ຄື​ວ່າ​ຈະ​ເຂົ້າ​ຂ້າງ​ທ່ານ Trump ຊຶ່ງທ່ານ​ສາມາດ​ທີ່​ຈະປິດ​ຊ່ອງ​ຫວ່າງ 4 ​ເປີ​ເຊັນ ທີ່​ຫຼຸດ​ຕ່ຳລົງ​ຂອງ​ທ່ານ ​ໃນ​ລັດ Florida ​ແລະ 3 ເປີ​ເຊັນ​ ໃນ​ລັດ Carolina ​ເໜືອ ນັບ​ຕັ້ງ​ແຕ່​ການ​ເລີ້ມ​ຕົ້ນ ​ໃນ​ສັບປະດາ​ທີ່​ແລ້ວ ອິງ​ຕາມ​ການສະ​ເຫຼ່ຍຂອງ​ການ​ຢັ່ງ​ຫາ​ສຽງ​ຈາກ Real Clear Politics.

ລັດ Carolina ​ເໜືອ ​ແລະ Florida ນັ້ນ​ຖືກ​ວ່າ ​ເປັນ​ລັດ​ທີ່​ເອົາ​ແນ່​ເອົາ​ນອນ​ບໍ່​ໄດ້ ​ເພາະວ່າ ບໍ່​ຄື​ກັນ​ກັບ​ບັນດາ​ລັດ​ອື່ນໆ ຊຶ່ງ​ອາດ​ຈະປ່ຽນ​ໄປ​ທາງ​ພັກ​ໃດ​ກໍ​ໄດ້ ​ໃນ​ການ​ລົງ​ຄະ​ແນນ​ເລືອກ​ຕັ້ງ​ປະທານາທິບໍດີ​.

ເຊີນຊົມ: ທ່ານ Trump ກ່າວ ເຖິງບັນຫາຂອງການຊະນະຂອງທ່ານນາງ Clinton

Trump Talks about 'Crisis' of Clinton Win
please wait

No media source currently available

0:00 0:00:37 0:00

ຍົກຕົວຢ່າງ​ເຊັ່ນລັດ Carolina ​ເໜືອ ​ແລະ​ລັດ Florida ​ແມ່ນ​ປ່ຽນ​ໄປ​ທາງ​ທ່ານ​ໂອ​ບາ​ມາ ​ໃນ​ປີ 2008 ​ແຕ່​ກັບ​ປ່ຽນ​ໄປ​ໃນ​ປີ 2012 ໃຫ້ສະໜັບສະໜຸນ​ຕໍ່​ຜູ້ສະໝັກ​ຂອງພັກ Republican ທ່ານ Mit Romney ​ແທນ.

​ລັດ Florida ​ໄດ້​ລົງ​ຄະແນນສອງ​ຄັ້ງ ​ໃຫ້ຜູ້​ສະໝັກ​ພັກ Republican ທ່ານ George W. Bush ​ໃນ​ປີ 2000 ​ແລະປີ 2004 ​ແຕ່​ວ່າ​ໄດ້ປ່ຽນ​ກັບມາ​ສະໜັບສະ​ໜຸນທ່ານ​ໂອ​ບາ​ມາ
ໃ​ນປີ 2008 ​ແລະ​ປີ 2012 ຊຶ່ງ​ການ​ເລືອກ​ຕັ້ງ​ໃນປີ 2012 ນັ້ນ ​ແມ່ນມີ​ຄະ​ແນນ​ລື່ນ​ກັນ
ພຽງ​ແຕ່ .9 ​ເປີ​ເຊັນ ຂອງ​ຈຳນວນບັດ​ທີ່​ປ່ອນທັງ​ໝົດ.

ທັງ​ສອງລັດ​ນີ້ ​ແມ່ນ​ຖືກ​ມອງ​ກັນວ່າ ​ເປັນ​ລັດ​ທີ່​ມີ​ບົດບາດສຳຄັນ​ ໃນບັນດາ​ລັດ​ທີ່​ບໍ່ແນ່ນອນ​ຍ້ອນຈຳ​ນວນ​ຄະ​ແນນສຽງ​ຂອງຜູ້​ແທນລັດ​ແມ່ນ​ມີ​ສູງ ​ໂດຍທີ່ລັດ Carolina ​ເໜືອ ມີ 15 ຄະ​ແນນ ​ແລະລັດ Florida ມີ 29 ຄະ​ແນນ​.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ທ່ານໂອບາມາ ເອີ້ນທ່ານ Trump ວ່າ ເປັນຜູ້ທີ່ບໍ່ເໝາະສົມ ທີ່ເປັນເອກກະລັກ

Obama Urges North Carolina to Vote
please wait

No media source currently available

0:00 0:01:06 0:00

XS
SM
MD
LG