ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ນຳສະເໜີ ແຜນການເສດຖະກິດ ໃນ ຄຳປາໄສປະຈຳປີ ຕໍ່ລັດຖະສະພາ (ເບິ່ງວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ ກ່າວຄຳປາໄສປະຈຳປີຕໍ່ລັດຖະສະພາແລະຊາວອະເມຣິກັນ ທີ່ຫໍລັດຖະສະພາ ສະຫະລັດ ໃນນະຄອນຫຼວງວໍຊິງຕັນ (24 ມັງກອນ 2012)
ປະທານາທິບໍດີບາຣັກ ໂອບາມາ ກ່າວຄຳປາໄສປະຈຳປີຕໍ່ລັດຖະສະພາແລະຊາວອະເມຣິກັນ ທີ່ຫໍລັດຖະສະພາ ສະຫະລັດ ໃນນະຄອນຫຼວງວໍຊິງຕັນ (24 ມັງກອນ 2012)

ຂະນະທີ່ທ່ານປະເຊີນກັບການໂຄສະນາຫາສຽງຢ່າງດຸເດືອດ ເພື່ອໃຫ້ໄດ້ຮັບເລືອກຕັ້ງຕື່ມ ອີກນັ້ນ ປະທານາທິບໍດີບາຣັກ ໂອບາມາ ໄດ້ອຸທິດເວລາສ່ວນໃຫຍ່ຂອງຄຳປາໄສປະຈຳ ປີຂອງທ່ານຕໍ່ລັດຖະສະພາແລະປະເທດຊາດໃນຄືນວັນອັງຄານວານນີ້ ໃຫ້ແກ່ແຜນການ ທີ່ຈະເລັ່ງລັດການຟື້ນໂຕຄືນຂອງເສດຖະກິດສະຫະລັດ. ຜູ້ສື່ຂ່າວວີໂອເອ Kent Kein ມີລາຍງານກ່ຽວກັບເລື່ອງນີ້

ຄື​ກັນ​ກັບ​ປະທານາທິບໍດີ​ທຸກໆ​ທ່ານ​ທີ່​ເຄີຍ​ດຳລົງ​ຕຳ​ແໜ່​ງມາ​ກ່ອນ​ທ່ານ ປະທານາ​ທິບໍດີ​ໂອ​
ບາ​ມາ​ໄດ້​ກ້າວ​ເຂົ້າສູ່​ຫ້ອງ​ປະຊຸມ ​ຂອງ​ສະພາ​ຕໍ່າ​ສະຫະລັດ ທ່າມກາງ​ສຽງ​ຕົບມື​ດັງ​ສະໜັ່ນ​
ຫວັ່ນ​ໄຫວ.

ທ່ານ​ໄດ້​ສວມ​ກອດ​ແລະ​ຈູບ​ທັກ​ທາຍບັນດາ​ເພື່ອນຝູງ​ແລະແຂກ​ທີ່​ໄປ​ຮ່ວມ​ໃນ​ພິທີ.

ທ່ານ​ໄດ້​ໃຊ້​ເວລາ​ຊົ່ວ​ຂະນະ​ນຶ່ງ​ກັບ​ສະມາຊິກສະພາ​ຕໍ່າທ່ານ​ນາງ Gabrielle Giffords ຜູ້​
ທີ່ລອດ​ຊີວິດ​ມາ​ໄດ້​ຫລັງ​ຈາກ​ໄດ້​ຮັບ​ບາດ​ເຈັບ​ສາຫັດຈາກ​ການ​ລອບ​ສັງຫານແລະ​ຈະລາ​ອອກ
ກິນ​ເບ້ຍ​ບຳນານ​ໃນ​ໄວໆ​ນີ້.

ແຕ່​ປີນີ້​ແມ່ນ​ປີ​ການ​ເລືອກ​ຕັ້ງ ​ແລະ​ປະທານາທິບໍດີ​ໄດ້​ປະ​ເຊີນ​ໜ້າ​ກັບ​ລັດຖະສະພາ​ທີ່​ມີ​ການ
ແບ່ງ​ແຍກ​ຂອງ​ສະຫະລັດ ​ແລະ​ມະຫາຊົນ​ຊາວ​ອະ​ເມຣິກັນ​ ທີ່​ມີ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ
ເສດຖະກິດ​ຂອງ​ປະ​ເທດ​ຊາດ.

ປະທານາທິບໍດີ​ໂອ​ບາ​ມາ​ເວົ້າວ່າ “ຄໍ່າ​ຄືນ​ນີ້ ຂ້າພະ​ເຈົ້າຂໍ​ເວົ້າກ່ຽວ​ກັບ​ວ່າ ພວກເຮົາ​
ຈະ​ດຳ​ເນີນ​ການ​ໃນ​ຂັ້ນຕໍ່​ໄປ​ແບບ​ໃດ ​ແລະ​ວາງ​ແຜນຜັງ​ກ່ຽວ​ກັບ​ເສ​ດຖະກິດທີ່​ຈະ​
ຖືກ​ສ້າງ​ຂຶ້ນ​ອເພື່ອ​ໃຫ້​ມີ​ຄວາມ​ຍືນ​ຍົງ ເສດຖ​ະກິດ​ທີ່​ຖືກ​ສ້າງ​ຂຶ້ນມາ​ດ້ວຍ​ຜະລິດ​ຕະ
ພັນ​ຂອງ​ອະ​ເມຣິກັນ ພະລັງງານ​ຂອງ​ອະ​ເມຣິກັນ ຄວາມ​ສາມາດ​ສຳລັບພວກ​ຄົນ​
ງານ​ອະ​ເມຣິກັນ ​ແລະ​ການ​ຟື້ນຟູ​ຄືນ​ໃໝ່​ຄຸນຄ່າ​ຂອງ​ຊາວ​ອະ​ເມຣິກັນ.”

ປະທານາທິບໍດີ​ໂອ​ບາ​ມາ​ໄດ້​ກ່າວ​ຢໍ້າ​ເຖິງ​ນຶ່ງ​ໃນ​ບັນດາ​ເນື້ອ​ໄນ​ທີ່​ສຳຄັນ​ໃນ​ການ​ໂຄສະ​ນາ​ຫາ​
ສຽງຂອງ​ທ່ານ ​ເພື່ອ​ໃຫ້​ໄດ້​ຖືກ​ຮັບ​ເລືອກເຂົ້າຮັບ​ຕຳ​ແໜ່​ງຄືນ​ວ່າ ການຫຼຸດຜ່ອນຄວາມ​ບໍ່​ກໍ້າ​
ເກິ່ງ​ໃນ​ເລື່ອງ​ລາຍ​ຮັບ​ແລະ​ເຮັດ​ໃຫ້​ເສດຖະກິດ​ມີ​ຄວາມ​ຍຸຕິ​ທຳ​ຫຼາຍຂຶ້ນແມ່ນ​ເປັນ​ບັນຫາ​ທີ່​ສຳ
ຄັນ​ທາງ​ດ້ານ​ການ​ເມືອງ​ໃນ​ຍຸກ​ສະ​ໄໝ​ຂອງ​ພວກ​ເຮົາ.

ປະທານາທິບໍດີ​ໂອ​ບາ​ມາເວົ້າວ່າ "ພວກ​ເຮົາ​ຈະ​ຍອມຮັບ​ເອົາ​ສະພາບ​ການ​ເປັນປະ​ເທດ
ບ່ອນ​ທີ່​ຈຳນວນ​ຜູ້​ຄົນ​ທີ່ຢູ່​ດີ​ກິນ​ດີ​ທີ່​ສຸດ​ ພວມ​ຫຼຸດນ້ອຍ​ຖອຍ​ລົງ ​ໃນ​ຂະນະ​ທີ່​ຊາວອະ
ເມຣິກັນທີ່ມີ​ຊີວິດ​ຢູ່​ລອດ​ໄດ້​ເປັນ​ວັນໆພວມ​ມີ​ຈຳນວນ​ເພີ່ມ​ຂຶ້ນ. ຫຼືພວກ​ເຮົາ​ຈະຟື້ນ
ຟູ​ເສດຖະກິດ ​ບ່ອນ​ທີ່​ທຸກໆ​ຄົນ​ສາມາດ​ໄດ້​ຮັບ​ໂອກາດ​ເທົ່າ​ທຽມ​ກັນ ທຸກໆ​ຄົນ​ແບກ​
ຫາບ​ພາລະ​ໃນ​ສ່ວນ​ຂອງ​ຕົນ ​ແບບ​ຍຸຕິ​ທຳ ​ແລະ​ທຸກໆ​ຄົນຫຼິ້ນບົດບາດ​ ພາຍ​ໃຕ້​ກຳ
ນົດ​ກົດ​ເກນ​ແບບ​ດຽວ​ກັນ.”

ແຜນການ​ຂອງ​ທ່ານ​ໂອ​ບາ​ມາ​ແມ່ນ​ຮວມທັງ​ການຫຼຸດພາສີ​ໃຫ້​ແກ່​ບັນດາ​ບໍລິສັດ​ທີ່ຮັກສາ​ວຽກ
ເຮັດ​ງາ​ນທຳ​ໄວ້​ໃນ​ສະຫະລັດ ຈັດຕັ້ງໜ່ວຍ​ບັງຄັບໃໝ່ທາງ​ດ້ານ​ການ​ຄ້າ​ ເພື່ອ​ສືບສວນ​ກ່ຽວ​
ກັບ​ການ​ປະຕິບັດ​ດ້ານການຄ້າ ​ທີ່​ບໍ່​ຍຸຕິ​ທຳ​ຢູ່​ໃນ​ປະ​ເທດ​ຕ່າງໆ ​ໃຫ້ການ​ສະໜັບສະ​ໜຸນ​ແກ່​ອຸ
ສາ​ຫະກຳ​ທີ່​ໃຊ້​ພະລັງງານ​ສະອາດ ​ເພີ່ມ​ຄວາມ​ເຄັ່ງ​ຄັດ​ໃຫ້​ແກ່​ລະບຽບ​ແລະ​ອີກ​ຫລາຍໆໂຄງ
ການ​ ​ເພື່ອ​ຊ່ອຍ​ສົ່ງຊາວອະ​ເມຣິກັນ​ເຂົ້າໄປ​ຮຽນ​ໃນ​ມະຫາວິທະຍາ​ໄລໃນ​ຈຳນວນ​ເພີ່ມຂຶ້ນ​.

ໃນ​ການ​ຖະ​ແຫຼງຕອບ​ຂອງ​ພັກຣີພັບ​ບລີ​ກັນນັ້ນຜູ້​ປົກຄອງ​ລັດ Mitch Daniels ຈາກ​ລັດ​ອິນ
ເດຍນາ​ໃນ​ພາກ​ກາງຂອງ​ສະຫະລັດ ​ໄດ້​ກ່າວ​ໂຈມ​ຕີ​ໃນ​ອັນ​ທີ່​ທ່ານ​ເອີ້ນວ່າ ນະ​ໂຍບາຍ​ແບ​ບ
ຮຸນແຮງ​ຈັດແລະ​ນິຍົມ​ຄົນ​ທຸກ​ຂອງ​ປະທານາ​ທິບໍດີ​ໂອ​ບາ​ມານັ້ນ.

ຜູ້​ປົກຄອງ​ລັດ Daniels ກ່າວ​ວ່າ “ບໍ່​ມີນະ​ໂຍບາຍອັນ​ໃດ​ຂອງ​ປະທານາທິບໍດີໂອບາ​
ມາທີ່​ໜ້າ​ເສຍ​ໃຈ​ໄປ​ກວ່າ ການ​ດຳ​ເນີນ​ຄວາມ​ພະຍາຍາມ​ບໍ່ຂາດ​ໄລຍະ​ເພື່ອແບ່ງ
ແຍກ​ພວກ​ເຮົາເພື່ອ​ສ້າງ​ຄວາມ​ນິຍົມ​ຊົມ​ຊອບ​ກັບ​ຊາວ​ອະ​ເມຣິກັນ​ຈຳນວນນຶ່ງໂດຍ​
ທຳການ​ລົງ​ໂທດ ​ອີກ​ພວກ​ນຶ່ງ. ​ເຊ່ນ​ດຽວ​ກັນ ​ກັບ​ຕອນ​ທີ່ຕົກ​ຢູ່​ໃນ​ໄພ​ອັນຕະລາຍ
ແຫ່ງ​ຊາດໃນຄັ້ງຜ່ານ​ໆ​ມານັ້ນ ​ເວລາ​ນີ້ ພວກ​ເຮົາ​ຊາວ​ອະ​ເມຣິກັນ​ທັງ​ໝົດຕ່າງ​ກໍ​
ຢູ່​ໃນ​ເຮືອ​ລຳ​ດຽວ​ກັນ.”

ປະທານາ​ທິບໍດີໂອ​ບາ​ມາ​ກ່າວ​ວ່າ ສະຫະລັດ​ໄດ້​ຮັບ​ໄຊຊະນະ​ໃນ​ດ້ານ​ນະ​ໂຍບາຍ​ຕ່າງປະ
ເທດ​ຈຳນວນ​ນຶ່ງ​ ​ໃນ​ຮອບ​ປີຜ່ານມາ.

ທ່ານ​ໄດ້​ເວົ້າ​ເຖິງ​ການສິ້ນສຸດ​ລົງ​ຂອງ​ສົງຄາມ​ຢູ່​ໃນ​ອີຣັກ ຄວາມ​ກ້າວໜ້າ​ໃນ​ການ​ເຮັດ​ສົງຄາມ​
ຢູ່​ອັຟກາ​ນິສຖານແລະ​ການ​ສັງຫານ​ນາຍ​ໂອຊາ​ມາ​ບິນ​ລາ​ເດັນຜູ້ນຳກຸ່ມ​ກໍ່​ການ​ຮ້າຍ​ອາລກາຍ​
ດາຕະຫຼອດທັງ​ຂະ​ບວນການ​ລຸກ​ຮື​ຂຶ້ນ​ໃນ​ລະດູບານ​ໃໝ່ຂອງ​ຊາວ​ອາຫຣັບ ​ແລະ​ຄວາມ​ຫວັງ
ໃນ​ການ​ມີ​ສິດ​ເສລີພາບ​ເພີ່ມ​ຕື່ມ​ຢູ່​ໃນ​ປະ​ເທດ​ມຽນມາ.

ນອກ​ນັ້ນ ທ່ານ​ໂອ​ບາ​ມາ​ຍັງ​ກ່າວ​ວ່າ ຄວາມ​ກົດ​ດັນ​ຂອງ​ນາໆ​ຊາດ​ພາຍ​ໃຕ້​ການ​ນຳພາ​ຂອງ​
ສະຫະລັດ​ຕໍ່ໂຄງການ​ນິວ​ເຄລຍຂອງອີຣ່ານນັ້ນ ​ໄດ້​ເລີ່​ມມີ​ຜົນ​ແລ້ວ.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ການ​ຟື້ນຄືນ​ ກ່ຽວ​ກັບ​ການ​ເປັນ​ຜູ້ນຳ​ພາ​ຂອງ​ສະຫະລັດ
ແມ່ນ​ເປັນ​ທີ່​ຮູ້ສຶກ​ກັນ​ຢູ່​ໃນ​ທົ່ວ​ໂລກ ​ແລະ​ອະ​ເມຣິກາ​ໄດ້​ກັບ​ຄືນ​ມາ​ແລ້ວ.

ທ່ານ​ໂອ​ບາ​ມາ​ເວົ້າວ່າ “ຜູ້​ໃດ​ກໍ​ຕາມທີ່​ບອກ​ທ່ານ ​ຕ່າງ​ໄປຈາກ​ນີ້ ຜູ້​ໃດ​ກໍ​ຕາມ​ທີ່ບອກ​
ທ່ານວ່າ ອຳນາດຂອງອະ​ເມຣິກາ​ພວມເສື່​ອມລົງ ຫຼືອິດ​ທິພົນ​ຂອງ​ພວກ​ເຮົາ​ ພວມ​
ໝົດ​ໄປ ຜູ້​ນັ້ນແມ່ນ​ບໍ່​ຮູ້ຈັກ​ວ່າ ​ເຂົາ​ເຈົ້າ​ເວົ້າ​ຫຍັງ.”

ປະທານາທິບໍດີ​ໂອ​ບາ​ມາ​ຈະ​ນຳ​ເອົາ​ແຜນການ​ເສດຖະກິດ​ຂອງ​ທ່ານ​ໄປສະ​ເໜີ​ຕໍ່ປະຊາຊົນ​ຊາວ
ອະ​ເມຣິກັນ​ເວລາ​ທ່ານ​ອອກ​ເດີນທາງ​ໄປ​ຢ້ຽມຢາມ 5 ລັດເປັນ​ເວລາ 3 ມື້ເລີ່​ມຕົ້ນໃນ​ວັນ​ພຸດ​
ມື້ນີ້.

XS
SM
MD
LG