ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ໃຫ້ການຄ້ຳປະກັນ ແກ່ພັນທະມິດ ຂອງ ສຫລ ໃນຢູໂຣບ ຕາເວັນອອກ (ສະໄລດ໌/ວີດີໂອ)


Obama Stresses US Commitment to European Allies
please wait

No media source currently available

0:00 0:01:55 0:00
ປະທານາທິບໍດີ​ສະຫະລັດ ທ່ານ ​ໂອ​ບາ​ມາ ​ໄດ້ສະເໜີການດຳເນີນ
ຄວາມພະຍາຍາມເພື່ອເພີ້ມການຝຶກແອບທາງທະຫານແລະສົ່ງ
ກຳລັງໄປສັບປ່ຽນໃນຢູໂຣບ ເປັນເງິນ 1 ພັນລ້ານ ໂດລາ ຮວມທັງ
ການສົ່ງກຳປັ່ນລົບໃນຈຳນວນເພີ້ມຂຶ້ນເຂົ້າໄປໃນທະເລດຳແລະ
ທະເລບາລຕິກ.

ຖະແຫຼງການສະບັບນຶ່ງຂອງທຳນຽບຂາວ ໃນວັນອັງຄານມື້ນີ້
ກ່າວວ່າ ສະຫະລັດກຳລັງທົບທວນເບິ່ງການມີໜ້າທາງທະຫານ
ໃນຢູໂຣບຍ້ອນມີບັນຫາທ້າທາຍໃໝ່ທາງດ້ານຄວາມ ປອດໄພຢູ່ໃນ
ທະວີບດັ່ງກ່າວ.

ການປະກາດທີ່ວ່ານີ້ ມີຂຶ້ນໃນຂະນະທີ່ທ່ານ​ໂອ​ບາ​ມາ​ພົບປະ​ກັບ​ປະທານາທິບໍດີ​ Poland
ທ່ານ Bronislaw Komorowski ​ຊຶ່ງເປັນບ່ອນຢຸດແວ່ແຫ່ງທຳອິດ ໃນການຢ້ຽມຢາມ 3 ປະເທດໃນຢູໂຣບຊຶ່ງຄາດວ່າຈະຄອບງຳໂດຍວິກິດການໃນຢູເຄຣນ.

ຫລັງຈາກເດີນທາງໄປຮອດນະຄອນວໍຊໍ ໃນວັນອັງຄານມື້ນີ້ແລ້ວ ທ່ານໂອບາມາໄດ້
ປຶກສາ ຫາລື ກ່ຽວກັບການ​ສະໜັບສະໜຸນຕໍ່ການມີໜ້າເພີ້ມຂຶ້ນຂອງອົງການ​ເນ​ໂຕ້​
ໃນ​ຢູ​ໂຣບ ​ເພື່ອ​ເປັນການ​ຕອບ​ໂຕ້​ຕໍ່​ການທີ່ຣັດເຊຍໄດ້ປະກາດ​ຍຶດ​ເອົາເຂດໄຄຣ​ເມຍ
ຂອງຢູເຄຣນໃນເດືອນມີນາ ຜ່ານມາ.

OBAMA EUROPE CNPK
please wait
Embed

No media source currently available

0:00 0:01:58 0:00

ທ່ານ​ໂອ​ບາ​ມາ ກ່າວ​ວ່າ: “ຂ້າພະ​ເຈົ້າ​ ເລີ້ມ​ການ​ຢ້ຽມຢາມ​ໃນ​ທີ່​ນີ້​ ຍ້ອນການ​ໃຫ້​ຄຳ​ໝັ້ນ​ໝາຍຂອງ​ພວກ​ເຮົາ​ຕໍ່ຄວາມ​ປອດ​ໄພ​ຂອງ​ໂປ​ແລນ ຕະຫລອດທັງ​ຄວາມ​ປອດ​ໄພຂອງ​ພັນທະມິດພວກ​ເຮົາ​ ໃນ​ເຂດພາກກາງ ແລະ​ພາກ​ຕາ​ເວັນ​ອອກ​ຢູ​ໂຣບນັ້ນ​ແມ່ນພື້ນຖານ ອັນ​ສຳຄັນຂອງຄວາມ​ປອດ​ໄພຂອງ​ພວກ​ເຮົາ​ເອງ
ແລະນັ້ນ​ເປັນ​ທີ່ລ່ວງລະເມີດບໍ່ໄດ້.”



ປະທານາທິບໍດີ ທັງ​ສອງ​ທ່ານ ຍັງ​ຈະ​ເປັນ​ເຈົ້າພາບ​ຂອງ​ກອງ​ປະຊຸມ​ໃນ​ວົງ​ກວ້າງ ​ໃນ​ແລ​ງ
ວັນ​ອັງຄານ​ມື້​ນີ້ຕື່ມ ກັບ​ບັນດາ​ຜູ້ນຳ​ຈາກພາກ​ກາງແລະພາກຕາເວັນອອກຂອງ​ຢູ​ໂຣບ.

ທ່ານ​ໂອ​ຍາມາຍັງ​ມີໝາຍ​ກຳນົດ​ທີ່​ຈະ​ພົບປະ​ກັບນາຍົກລັດຖະມົນຕີໂປ​ແລນທ່ານ Donald Tusk ນຳ.

ການໄປ​ຢ້ຽມຢາມ​ຂອງ​ຜູ້ນຳສະຫະລັດຄັ້ງ​ນີ້ ​ແມ່ນ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ລັດຖະບານຢູເຄຣນ ພວມສູ້ລົບ​ກັບ​ພວກ​ຫົວ​ແບ່ງ​ແຍກ​ດິນ​ແດນທີ່​ສະໜັບສະໜຸນຣັດ​ເຊຍ. ທ່ານ​ໂອ​ບາ​ມາ​ມີກຳ ທີ່​ຈະ​ພົບ​ປະ​ກັບ​ປະທານາທິບໍດີເລືອກໃໝ່ຂອງ​ຢູ​ເຄຣນທ່ານ Petro Poroshenko ກ່ອນອອກ​ຈາກ​ໂປ​ແລນ ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້.
XS
SM
MD
LG