ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.​ໂອ​ບາ​ມາ ຢ້ຽມຢາມ ຢູໂຣບ ທ່າມກາງ ສະຖານະການ ທີ່ເຄັ່ງຕຶງ ໃນຢູເຄຣນ (ສະ​ໄລ​ດ໌)


ປະທານາ​ທິບໍ​ດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ເລີ້ມ​ຕົ້ນ
ການ​ເດີນ​ທາງ​ ເປັນເວລາ 4 ມື້ ໄປ​ຢ້ຽມ​ຢາມຢູ​ໂຣບ ໃນ​ອາທິດ​ນີ້.
ປະທານາ​ທິບໍ​ດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ເລີ້ມ​ຕົ້ນ ການ​ເດີນ​ທາງ​ ເປັນເວລາ 4 ມື້ ໄປ​ຢ້ຽມ​ຢາມຢູ​ໂຣບ ໃນ​ອາທິດ​ນີ້.
ປະທານາ​ທິບໍ​ດີ ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ເລີ້ມ​ຕົ້ນ
ການ​ເດີນ​ທາງ​ ເວລາ 4 ມື້ ໄປ​ທະວີບ ຢູ​ໂຣບ ​ໃນ​ອາທິດ​ນີ້.
ທ່ານ ປະທານາທິບໍດີ ​ໂອ​ບາ​ມາ ຈະອອກ​ເດີນທາງ​ຈາກ
ວໍ​ຊິງ​ຕັນ ​ໃນ​ຄ່ຳ​ຄືນ​ ວັນ​ຈັນ ມື້​ນີ້ ຊຶ່ງ​ຈະ​ຢຸດ​ແວ່ ທີ່​ປະເທດ
ໂປ​ແລນ ​ປະ​ເທດແບ​ລຢ້ຽມແລະປະ​ເທດຝຣັ່ງຕາມ​ລຳດັບ.

ການ​ເດີນທາງ​ໄປ ຢູ​ໂຣບ ຂອງ​ຜູ້ນຳ​ສະຫະລັດ ​ແມ່ນ​ຢູ່​ໃນທ່າມ​
ກາງການ​ຂົ່ມຂູ່ ຂອງຣັດ​ເຊຍຕໍ່ຢູ​ເຄຣນ. ພ້ອມ​ນີ້​ ກໍ​ມີຄວາມ​ບໍ່​ແນ່
ນອນກ່ຽວ​ກັບ ການ​ຄວບ​ຄຸມ​ສະຖາ​ນະ​ການ​ພາຍ​ໃນ​ປະ​ເທດ ຂອງ
ທ່ານ Petro Poroshenko ຊຶ່ງເປັນ​ຜູ້ທີ່ຖືກ​ເລືອກໃຫ້​ເປັນ​ປະທາ
ນາທິບໍ​ດີ​ ໃໝ່ໆຂອງ​ຢູ​ເຄຣນ​. ປະທານາທິບໍດີ ​ໂອ​ບາ​ມາ ຈະ​ພົບ​ປະ​ກັບ ທ່ານ Poroshenko ຢູ່ໃນ ​ໂປ​ແລນ.

ປະທານາທິບໍດີ ​ໂອ​ບາ​ມາ ຈະ​ປຶກສາ​ຫາລື ກັບ​ບັນດາ​ພັນທະ​ມິດ ​ໃນ​ວັນ​ພຸດ ​ແລະ ພະຫັດ ຢູ່​ນະຄອນຫຼວງ Brussels ​ໃນ​ກອງ​ປະຊຸມກຸ່​ມເຈັດ​ປະ​ເທດ ຊຶ່ງ​ໄດ້​ເປັນ​ການ
ຈັດ​ຂຶ້ນ​ໂດຍ​ທັນທີ ພາຍຫຼັງທີ່ບັນ​ດາ​ຜູ້ນຳຂອງ​ກຸ່ມ​ເຈັດປະ​ເທດ ທຳ​ການ​ຄວ້ຳ​ບາດ​ຕໍ່​ກອງ​ປະຊຸມ​ທີ່ວ່າຣັດ​ເຊຍມີກຳນົດຈະ​ເປັນ​ເຈົ້າພາບໃນ​ອາທິດ​ນີ້.​

​ຢູ່​ທີ່ຝຣັ່ງ ​ໃນວັນ​ສຸກ ທີ່​ຈະ​ມາ​ເຖິງ ທ່ານ ​ໂອ​ບາ​ມາ ຈະ​ກ່າວ​ຄຳ​ປາ​ໄສ​ຢູ່​ Normandy ທີ່ ຫາດຊາຍ​ Omaha ​ໃນພິທີທີ່​ເປັນ​ຂີດໝາຍ ຄົບຮອບ 70 ປີ ຂອງ​ D-Day ຊຶ່ງເປັນ​ວັນ
ຍົກ​ພົນ​ຂຶ້ນ​ບົກ​ທັບ​ມ້າງ​ກອງກຳລັງ Nazi ​ໃນ​ສົງ​ຄາມ​ໂລກ​ຄັ້ງທີ 2.

ສະ​ໄລ​ດ໌ ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ ຂອງ ທະ​ຫານ​ຢູ​ເຄ​ຣນ
XS
SM
MD
LG