ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ.ໂອບາມາ ຈະເດີນທາງ ໄປຢ້ຽມຢາມຫວຽດນາມ ໃນເດືອນ ພຶດສະພານີ້


دیدار تیم های فوتبال پرسپولیس و &laquo;السد&raquo; در مرحله گروهی جام باشگاه های آسیا. پرسپولیس خیلی زود به گل رسید.<br />
عکس: احمد معینی جم
دیدار تیم های فوتبال پرسپولیس و &laquo;السد&raquo; در مرحله گروهی جام باشگاه های آسیا. پرسپولیس خیلی زود به گل رسید.<br /> عکس: احمد معینی جم

ທຳນຽບຂາວ​ກ່າວ​ວ່າ ປະທາ​ນາ​ທິບໍດີສະຫະລັດ ທ່ານ​ບາຣັກ ​ໂອ​
ບາ​ມາ ​ໄດ້​ຮັບ​ເອົາ​ຄຳເຊື້ອເຊີນ ​ໃນ​ການ​ໄປ​ຢ້ຽມຢາມ​ຫວຽດນາມ
​ໃນ​ພຶດສະພາປີນີ້.

​ເຈົ້າ​ໜ້າ​ທີ່ ​ຂອງ​ລັດຖະບານ​ທ່ານ​ໂອ​ບາ​ມາ ກ່າວ​ວ່າ​ ທ່ານ​ໄດ້​ຮັບ​
ເອົາຄຳ​ເຊື້ອ​ເຊີນ​ໃນ​ວັນ​ຈັນ​ວານ​ນີ້ໃນ​ຂະນະ​ທີ່​ພົບ​ປະ​ກັບ​ນາຍົກ
ລັດຖະມົນຕີຫວຽດນາມ ທ່ານ Nguyen Tan Dung ​ຢູ່ຂ້າງ
​ນອກ​ກອງ​ປະຊຸມ​ສຸດຍຸດ ບັນດາ​ຜູ້ນຳສະຫະລັດ ກັບ ASEAN ​ໃນເມືອງ Rancho Mi-
rage
ລັດ California.

ການ​ເຊື້ອ​ເຊີນ​ດັ່ງກ່າວ​ນີ້ ​ແມ່ນ​ໄດ້​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ທ່ານ Nguyen Phu Trong ຜູ້ນຳ​ພັກຄອມ​ມຸຍນິສຫວຽດນາມ ​ໄດ້ມາ​ຢ້ຽມ​ຢາມ​ທຳນຽບຂາວ​ ​ເພື່ອເປັນ​ຂີດ​ໝາຍ ​ຄົບຮອບ
20ປີ ຂອງການ​ສ້າງ​ຕັ້ງຄວາມ​ສຳພັນ​ແບບ​ປົກກະຕິ ລະຫວ່າງ​ອະດີດສັດຕູ​ສົງ​ຄາມ​ເຢັນ
ນັ້ນ.

ການ​ໄປ​ຢ້ຽມຢາມຫວຽດນາມ​ຂອງປະທານາທິບໍດີ ບັງ​ເອີນຈະ​ມີ​ຂຶ້ນ​ພ້ອມ​ກັບ​ກອງ​ປະຊຸມ
​ສຸດ​ຍອດ​ຂອງກຸ່ມ​ປະ​ເທດ G-7 ​ທີ່​ປະ​ເທດ​ຍີ່ປຸ່ນ​.

XS
SM
MD
LG