ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກ່າວວ່າ ການຕໍ່ສູ້ກັບພວກຫົວຮຸນແຮງລັດ ອິສລາມ ຫລື IS ຈະໃຊ້ເວລາດົນນານ, ຕໍ່ສູ້ຢ່າງຍາກລຳບາກ ແລະ ຕ້ອງການຫຼາຍກວ່າກອງກຳລັງທະຫານ ອາເມຣິກາ ທີ່ມີປະສິດທິພາບ ເພື່ອເອົາຊະນະໃນການຕໍ່ສູ້.
ທ່ານ ໂອບາມາ ໄດ້ກ່າວໃນວັນຈັນວານນີ້ ທີ່ທຳນຽບຫ້າແຈ ຫຼື The Pentagon ບ່ອນທີ່ທ່ານໄດ້ພົບປະ ກັບທີມຄວາມໝັ້ນຄົງແຫ່ງຊາດ ຂອງທ່ານໃນວັນຈັນວານນີ້ ໂດຍເວົ້າວ່າ “ການຕໍ່ສູ້ນີ້ຈະບໍ່ໄວ, ນີ້ແມ່ນການຕໍ່ສູ້ໄລຍະຍາວ, ມັນຈະໃຊ້ເວລາໃນການທີ່ຈະຖອນຮາກຂອງພວກຫົວຮຸນແຮງນີ້ອອກ ແລະການທີ່ຈະເຮັດແນວນັ້ນໄດ້ ວຽກດັ່ງກ່າວຄວນ ເປັນໜ້າທີ່ຂອງກອງກຳລັງທະຫານ ທ້ອງຖິ່ນທີ່ຢູ່ໃນພື້ນທີ່ ໂດຍ ໄດ້ຮັບການຝຶກແອບ ແລະ ການສະໜັບສະໜູນທາງອາກາດ ຈາກພັນທະມິດຂອງພວກເຮົາ.”
ທ່ານໂອບາມາ ໄດ້ກ່າວເພີ່ມ, ເຊິ່ງທ່ານ ໄດ້ສັນຍາ ທີ່ຈະກຳຈັດ ແລະ ປາບປາມພວກຫົວຮຸນແຮງ ລັດອິິສລາມ ໂດຍປາສະຈາກການດຶງເອົາ ອາເມຣິກັນ ເຂົ້າໄປໃນພົວພັນໃນສົງຄາມພາກພື້ນ ດິນອີກຄັ້ງນຶ່ງ ຊຶ່ງ ທ່ານກ່າວວ່າ “ມັນຈະມີໄລຍະເວລາຂອງຄວາມກ້າວໜ້າ, ແຕ່ວ່າມັນກໍຈະມີການຖອຍຫລັງໃນບາງຄັ້ງເຊັ່ນກັນ”.
ທ່ານ ປະທານາທິບໍດີ, ເຊິ່ງຄັ້ງໜຶ່ງເຄີຍສາລະພາບວ່າ ສະຫະລັດ ບໍ່ມີ “ແຜນຍຸດທະສາດ ທີ່ສົມບູນແບບ” ເພື່ອຕໍ່ສູ້ກັບພວກ IS, ໄດ້ພົບປະກັບລັດຖະມົນຕີປ້ອງກັນປະເທດ ທ່ານ Ash Carter ແລະ ບັນດາຜູ້ບັນຊາການທະຫານຂັ້ນສູງ ແລະ ເຈົ້າໜ້າທີ່ສືບລັບຫຼາຍຄົນ. ການພົບປະດັ່ງກ່າວ ມີຂຶ້ນຫຼັງຈາກການໂຈມຕີທາງອາກາດຢ່າງໜັກ ໂດຍກຸ່ມພັນທະມິດນຳໂດຍ ສະຫະລັດ ຕໍ່ພວກຫົວຮຸນແຮງ, ເຊິ່ງໄດ້ເຂົ້າຄວບຄຸມບໍລິເວນກວ້າງຂວາງໃນພາກເໜືອ ແລະ ພາກຕາເວັນຕົກຂອງອີຣັກ ພ້ອມທັງ ພາກຕາເວັນອອກຂອງ ຊີເຣຍ. ກຸ່ມພັນທະມິດໄດ້ປະຕິບັດການໂຈມຕີ 38 ຄັ້ງ, ເຊິ່ງເກືອບເຄິ່ງໜຶ່ງຂອງໂຈມຕີແມ່ນແນໃສ່ເມືອງ Raqqa ແລະ ເຂດອ້ອມ ແອ້ມທີ່ພວກ IS ຕັ້ງຂຶ້ນມາເປັນນະຄອນຫຼວງ ຂອງຕົນ.
ທ່ານ ໂອບາມາ ໄດ້ກ່າວເຖິງການສືບຕໍ່ການຕໍ່ສູ້ໃນຫຼາຍດ້ານ ເຊິ່ງ ກອງກຳລັງຂອງພັນທະມິດໄດ້ໂຈມຕີພວກ IS ທາງອາກາດ ໃນຂະນະທີ່ເອົາບາດກ້າວເພື່ອຖອນຮາກດ້ານການເງິນຂອງກຸ່ມດັ່ງກ່າວ ແລະ ເສີມກຳລັງໃຫ້ທະຫານທ້ອງຖິ່ນໃນການປະຕິບັດງານພາກພຶ້ນ ດິນໃນ ອີຣັກ ແລະ ບ່ອນອື່ນໆ. ທ່ານໄດ້ໃຫ້ຂໍ້ສັງເກດວ່າ ຄວາມສຳເລັດຂອງກຸ່ມຫົວຮຸນແຮງໃນການຮັບ ສະໝັກເອົາຄົນຈາກດິນແດນຫ່າງໄກ, ລວມທັງ ສະຫະລັດ, ແລະກ່າວວ່າການເອົາຊະນະພວກ IS ຈະຕ້ອງໄດ້ໃຊ້ຫຼາຍໄປກວ່າກຳລັງທະຫານທີມີປະສິດທິພາບເທົ່ານັ້ນ.