ປະທານາທິບໍດີບາຣັກ ໂອບາມາ ແຫ່ງສະຫະລັດ ໄດ້ສົ່ງຮ່າງງົບ
ປະມານປະຈຳປີ ມູນຄ່າ 4 ພັນຕື້ດອນລາ ໄປໃຫ້ສະພາ Con
gressໃນວັນຈັນມື້ນີ້ ທີ່ຮຽກຮ້ອງໃຫ້ເກັບພາສີຫຼາຍຂຶ້ນສຳລັບ
ພວກອາເມຣິກັນທີ່ຮັ່ງມີ ແລະໃຫ້ຫລຸດຜ່ອນການຕັດຄ່າໃຊ້ຈ່າຍ
ຂອງລັດຖະບານລົງຢ່າງອັດຕະໂນມັດ ທີ່ລະບຸອອກໃນກົດໝາຍ
ສະບັບປີ 2011 ໃນຂະນະທີ່ສະຫະລັດພວມສູ້ຊົນ ເພື່ອຟື້ນໂຕ
ຄືນຈາກວິກິດການດ້ານເສດຖະກິດ ທີ່ກະທົບທົ່ວໂລກນັ້ນ.
ຮ່າງງົບປະມານສຳຫລັບສົກປີ 2016 ຂອງປະທານາທິບໍດີ ແມ່ນ
ຮວມ ທັງການເກັບພາສີເທື່ອດຽວ 14 ເປີເຊັນ ຈາກກຳໄລຂອງ
ພວກບໍລິສັດທີ່ລົງທຶນໃນຕ່າງປະເທດ ເພື່ອເອົາໄປເປັນທຶນໃຊ້
ຈ່າຍໃນໂຄງການ ມູນຄ່າ ເກືອບ 500 ຕື້ດອນລາ ສຳຫລັບປັບປຸງທາງຫຼວງ ຂົວ ແລະໂຄງ
ລ່າງພື້ນຖານສຳຄັນຕ່າງໆຂອງປະເທດ. ພວກທີ່ເຫັນດີນຳຮ່າງງົບປະມານດັ່ງກ່າວເວົ້າວ່າ
ການຂຶ້ນພາສີສຳຫລັບພວກຄົນຮັ່ງມີ ຈະຊ່ອຍຫາເງິນໄດ້ຫຼາຍກວ່າ 300 ຕື້ດອນລາ ສຳ
ຫລັບໃຫ້ສິນເຊື່ອແກ່ພວກຄົນອາເມຣິກັນທີ່ມີລາຍຮັບລະດັບຕໍ່າ ແລະພໍປານກາງ.
ທຳນຽບຂາວ ກ່າວວ່າ ການຕັດຄ່າໃຊ້ຈ່າຍລົງຢ່າງອັດຕະໂນມັດທີ່ມີການຕົກລົງກັນເມື່ອ
4 ປີກ່ອນ ໄດ້ຂັດຂວາງການເຕີບໂຕຂອງເສດຖະກິດ ແລະສ້າງຄວາມເສຍຫາຍໃຫ້ແກ່ກອງທັບສະຫະລັດ. ບັນດາເຈົ້າໜ້າທີ່ລັດຖະບານກ່າວໃນສັບປະດາແລ້ວນີ້ວ່າ ປະທານາ
ທິບໍດີຈະພະຍາຍາມຊອກຫາທາງ “ຕ່າວປີ້ນຢ່າງເຕັມສ່ວນ” ການຕັດຄ່າໃຊ້ຈ່າຍລົງ
ຢ່າງອັດຕະໂນມັດນັ້ນ ໃນຂະນະດຽວກັນ ກໍຫາເງິນມາເພື່ອສົ່ງເສີມກອງທັບ ແລະໂຄງ
ການຕ່າງໆດ້ານຄວາມປອດໄພແຫ່ງຊາດ.