ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ພ້ອມແລ້ວທີ່ຈະເປີດເຜີຍກົດລະບຽບໃໝ່ໃນວັນຈັນມື້ນີ້ ແນໃສ່ການຕັດຄວັນ
ພິດທາດ ຄາບອນ ເຊິ່ງພົ່ນອອກມາຈາກບັນດາໂຮງໄຟຟ້າແຫ່ງຕ່າງໆຂອງປະເທດ. ແຜນພະລັງງານສະອາດຂອງທ່ານ ໂອບາມາຈະຫຼຸດຜ່ອນການນຳໃຊ້ໄຟຟ້າຈາກການຈູດຖ່ານຫີນ ແລະ ເຄື່ອນຍ້າຍໄປສູ່ພະລັງງານທົດແທນ.
ເປົ້າໝາຍແມ່ນເພື່ອຫຼຸດຜ່ອນການປ່ອຍຄວັນພິດທາດ ຄາບອນໃຫ້ໄດ້ 32 ເປີເຊັນຕ່ຳກວ່າລະດັບຂອງປີ 2005 ພາຍໃນປີ 2030 ຂອງບັນດາໂຮງໄຟຟ້າຕ່າງໆ.
ແຕ່ລະລັດ ຈະມີຄວາມຮັບຜິດຊອບໃນການຕັດຂອງຕົນເອງເພື່ອໃຫ້ບັນລຸເປົ້າໝາຍ, ແຕ່ວ່າພາຍໃຕ້ແຜນການໃໝ່ນີ້ພວກເຂົາເຈົ້າຈະມີເວລາສອງປີເພື່ອປະຕິບັດຕາມແຜນດັ່ງກ່າວ. ແຜນການນີ້ຈະຕ້ອງມີຜົນບັງຄັບໃຊ້ພາຍໃນປີ 2022.
ເຈົ້າໜ້າທີ່ທຳນຽບຂາວກ່າວວ່າ ກົດລະບຽບສະບັບໃໝ່ນີ້, ຖ້ານຳອອກປະຕິບັດ, ຈະເປັນການເພີ່ມຈໍານວນຂອງພະລັງງານໃນ ສະຫະລັດ ທີ່ຈະຜະລິດໂດຍແຫຼ່ງພະລັງງານທົດແທນເຖິງ 28 ເປີເຊັນ.
ທ່ານປະທານາທິບໍດີໄດ້ກ່າວໃນວິດີໂອ ທີ່ໄດ້ເອົາລົງໃນໜ້າເຟສບຸກ ຂອງທຳນຽບຂາວໃນຕອນເຊົ້າຂອງວັນອາທິດວານນີ້ວ່າ ສະພາບອາກາດແມ່ນກຳລັງປ່ຽນແປງ, ແລະ ວ່າບັນຫາ “ບໍ່ແມ່ນເລື່ອງສຳລັບຄົນຍຸກຕໍ່ໄປ.”
ທ່ານ ໂອບາມາ ໄດ້ກ່າວວ່າ “ມັນກຳລັງປ່ຽນແປງໃນທາງທີ່ ເປັນໄພຂົ່ມຂູ່ຕໍ່ເສດຖະກິດ, ຄວາມໝັ້ນຄົງຂອງພວກເຮົາ ແລະ ສຸຂະພາບຂອງພວກເຮົາ.” “ນີ້ບໍ່ແມ່ນຄວາມຄິດເຫັນ, ມັນແມ່ນຂໍ້ເທັດຈິງທີ່ໜູນຫຼັງໂດຍຂໍ້ມູນທີ່ໄດ້ຖືກເກັບກຳມາ ຢ່າງລະມັດລະວັງ ເປັນເວລາຫຼາຍທົດສະວັດ ແລະ ຄວາມຄິດເຫັນທາງ ດ້ານວິທະຍາສາດຢ່າງຖ້ວມລົ້ນ.ແລະ ມັນກໍມີຜົນຕາມມາທີ່ຮ້າຍແຮງສຳລັບຮູບແບບການດຳລົງຊີວິດຂອງພວກ ເຮົາໃນປະຈຸບັນ.”