ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ຈະສະເໜີ ຍຸດທະສາດຄວາມປອດໄພ ແຫ່ງຊາດ ຕໍ່ສະພາ


ປະທານາທິບໍດີ Barack Obama ກ່າວໃນຢູ່ໃນກອງປະຊຸມນັກຂ່າວ ທີ່ທຳນຽບຂາວ.
ປະທານາທິບໍດີ Barack Obama ກ່າວໃນຢູ່ໃນກອງປະຊຸມນັກຂ່າວ ທີ່ທຳນຽບຂາວ.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ມີກຳນົດ ​
ທີ່​ຈະ​ສະ​ເໜີ​ແຜນ​ຂອງ​ທ່ານ ​ເພື່ອຮັບມືກັບ​ຄວາມ​ເປັນ​ຫ່ວງ
ຕ່າງໆໃນດ້ານນະ​ໂຍບາຍ​ຕ່າງປະ​ເທດ ນັບ​ແຕ່ເລື້ອງກຸ່ມລັດ​
ອິສລາມ ​ຕະຫລອດທັງການມີອິດທິພົນເພີ້ມຂຶ້ນ​ຂອງ​ຈີນ ຢູ່​
ໃນ​ລາຍ​ງາ​ນ​ ຕໍ່ບັນດາ​ສະມາຊິກລັດຖະສະພາ.

ຄາດ​ວ່າ ບໍ່​ມີການປ່ຽນແປງນະ​ໂຍບາຍທີ່​ສຳຄັນໃດໆ ຈະ​ເປີດ
​ເຜີຍໃຫ້ຊາບ​ໃນ​ວັນ​ສຸກ​ມື້​ນີ້ ຢູ່​ໃນ​ເອກ​ກະສາ​ນ ກ່ຽວກັບຍຸດ​ທະ
ສາດດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທີ່ຍາວ 33 ໜ້າ​.

ບັນດາສະມາຊິກ​ສະພາ ພັກຣີ​ພັບບລິ​ກັນ ຈຳນວນ​ນຶ່ງ ​ໄດ້​ຕິ
ຕຽນ​ທ່ານ Obama ໃນອັນ​ທີ່​ເຂົາ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ວ່າ ບໍ່​ໄດ້ຮັບມື​ຢ່າງ​ພຽງພໍ​ກັບໄພຂົ່ມ​
ຂູ່​ຢູ່ໃນ​ໂລກ ຮວມ​ທັງເລື້ອງກຸ່ມ​ລັດ​ອິສລາມ ​ແລະ​ບົດບາດ​ຂອງຣັດ​ເຊຍ ​ໃນ​ຢູ​ເຄຣນ.

ໃນບົດນຳໜ້າ​ສັ້ນໆຂອງລາຍງານນີ້ ປະທານາທິບໍດີ Obama ​ໄດ້ກ່າວ​ປ້ອງ​ກັນ​ນະ​ໂຍ
ບາຍ​ຂອງ​ທ່ານ. ທ່ານເວົ້າວ່າ “ຢູ່​ໃນ​ໂລກ ​ທີ່​ມີ​ຄວາມ​ສັບ​ສົນນັ້ນ ບັນຫາ​ຄວາມ​ປອດ​ໄພ
​ຫຼາຍໆຢ່າງທີ່​ເຮົາ​ປະ​ເຊີນ​ໜ້າຢູ່ ແມ່ນບໍ່ສາມາດທີ່ຈະໄດ້ຮັບການ ແກ້ໄຂໄດ້ຢ່າງວ່ອງ​ໄວ
​ແລະ​ງ່າຍດາຍເລີຍ.”

ບົດນຳໜ້າ​ຂອງ ທ່ານ Obama ​ໄດ້​ໃຫ້ການຢືນຢັນ​ເຖິງ​ຄວາມ​ສຳຄັນໃນ​ການ​ນຳພາ​ຂອງ
ອາ​ເມຣິກັນ ຢູ່ໃນ​ສັດຕະວັດ​ທີ 21 ​ແລະ​ກ່າວ​ວ່າ ສະຫະລັດຈະ​ສືບຕໍ່ທຳການ​ຕໍ່ສູ້​ກັບພວກ
ຫົວ​ຮຸນ​ແຮງ​ຈັດ. ​ແຕ່ຂະນະດຽວກັນ ທ່ານ​ກໍເຕືອນ ກ່ຽວກັບ “ຄວາມລົ້ມແຫຼວທີ່ອາດ​ເກີດ​ຂື້ນ ​ເວລາ​ພວກເຮົາ​ເຮັດ​ການ​ຕັດສິນ​ໃຈ ທີ່​ອີ​ງ​ຕາມຄວາມ​ຢ້ານ​ກົວ.”

ພາຍ​ໃຕ້​ກົດໝາຍ ປີ 1986 ປະທານາທິບໍດີ ຕ້ອງ​ໄດ້​ສົ່ງຍຸດ​ທະ​ສາດ​ຄວາມ​ປອດ​ໄພ​ແຫ່ງ​
ຊາດ ໄປ​ໃຫ້​ລັດຖະສະພາ ​ໃນ​ແຕ່ລະ​ປີ ແຕ່ໃນ​ການ​ປະຕິບັດໂຕຈິງ​ແລ້ວ ແມ່ນມີຂຶ້ນເປັນ
ບາງຄັ້ງບາງຄາວເທົ່ານັ້ນ.

XS
SM
MD
LG