ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ ອົງການ NATO ຮ່ວມມືກັນ ໃນການຕໍ່ສູ້ ກັບກຸ່ມ ຫົວຮຸນແຮງ IS


ປະທານາທິບໍດີ ບາຣັກ ໂອບາມາ ຈັບມືກັບ ເລຂາທິການ
ໃຫຍ່ອົງການ NATO ທ່ານ ເຈນຊ Stoltenberg ໃນລະຫວ່າງການພົບປະກັນໃນສຳນັກງານ Oval Office ຂອງທຳນຽບຂາວໃນນະຄອນຫຼວງ ວໍຊິງຕັນ. 4 ເມສາ, 2016.
ປະທານາທິບໍດີ ບາຣັກ ໂອບາມາ ຈັບມືກັບ ເລຂາທິການ ໃຫຍ່ອົງການ NATO ທ່ານ ເຈນຊ Stoltenberg ໃນລະຫວ່າງການພົບປະກັນໃນສຳນັກງານ Oval Office ຂອງທຳນຽບຂາວໃນນະຄອນຫຼວງ ວໍຊິງຕັນ. 4 ເມສາ, 2016.

ເມື່ອສອງອາທິດ ລຸນຫຼັງການໂຈມຕີຂອງພວກກໍ່ການຮ້າຍທີ່​ Brussels ແລ້ວປະທານາທິ ບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ກັບ ເລຂາທິການໃຫຍ່ອົງການ ນາໂຕ້ ທ່ານ ເຈນຊ​ Stoltenbergກໍໄດ້ໄວ້ອາໄລເຖິງໂສກໜາດຕະກຳດັ່ງກ່າວໃນຂະນະທີ່ພາກັນສ້າງ ຄວາມ ເຂັ້ມແຂງໃສ່ຄວາມສຳຄັນຂອງການ ເອົາໃຈໃສ່ຕໍ່ສູ້ກັບກຸ່ມຫົວຮຸນແຮງ ລັດອິສ ລາມ ຢູ່ນັ້ນ.

ເວລານັ່ງຢູ່ຄຽງຂ້າງເລຂາທິການໃຫຽ່ອົງການນາໂຕ້ ທ່ານ ເຈນຊ​ Stoltenberg ທີ່ສຳ ນັກງານ Oval Office ໃນວັນຈັນວານນີ້ ທ່ານ ໂອບາມາກ່າວວ່າ “ເວລານີ້ເປັນເວລາທີ່ ຂຸ້ນຂ້ຽວທີ່ສຸດຢູ່ໃນໂລກຂອງພວກເຮົາ. ຢູຣົບເປັນຈຸດເພັ່ງເລງສຳລັບຄວາມກົດດັນ ຫຼາຍຢ່າງແລະຄວາມຮີບຮ້ອນໃນລະບົບຄວາມປອດໄພຂອງໂລກ.”

ໃນການໃຫ້ຂໍ້ສັງເກດຕ່າງໆຕໍ່ພວກນັກຂ່າວ ລຸນຫຼັງການໂອ້ລົມກັບທ່ານ​ Stoltenberg ນັ້ນ ປະທານາທິບໍດີ ສະຫະລັດ ໄດ້ຊົມເຊີຍຄວາມຊ່ວຍເຫຼືອຂອງອົງການນາໂຕ້ໃນການ ຕ້ານຢັນພວກລັດອິສລາມ ໂດຍສະເພາະການພະຍາຍາມຝຶກແອບແລະການຊ່ອຍເຫຼືອ ແກ່ກຳລັງທ້ອງຖິ່ນໃນອີຣັກແລະຈໍແດນ.

ທ່ານ Stoltenberg ໄດ້ເວົ້າຢໍ້າເຖິງການອູ້ມຊູຂອງນາໂຕ້ແກ່ອີກຫຼາຍໆປະເທດໃນຂົງ ເຂດ ເພື່ອສ້າງຄວາມທຸ່ນທ່ຽງແລະການຕໍ່ສູ້ກັບພວກໄອແອັສ. ທ່ານກ່າວວ່າ “ວິທີຕ່າງໆທີ່ ຈະກໍ່ສ້າງຄວາມສາມາດໃນທ້ອງຖິ່ນແມ່ນບຸຣິມະສິດຂອງນາໂຕ້.”

ນອກນັ້ນ ພວກຜູ້ນຳທັງສອງຍັງໄດ້ສົນທະນາກັນ ກ່ຽວກັບ ອັຟການິສຖານ​ ຊຶ່ງທ່ານເອີ້ນ ນາໂຕ້ ວ່າເປັນຄູ່ຮ່ວມງານພິເສດໃນການນຳເອົາສະເຖັຽລະພາບມາສູ່ປະເທດ ເອເຊຽໃຕ້ ແຫ່ງນັ້ນ.

Obama: US, NATO United in IS Militant Group Fight
please wait

No media source currently available

0:00 0:02:25 0:00

XS
SM
MD
LG