ປະທານາທິບໍດີສະຫະລັດ ທ່ານ Barack Obama ໄດ້ຕັດ
ເວລາພັກຜ່ອນຂອງທ່ານທີ່ລັດຮາວາຍ ໃນເຂດມະຫາສະມຸດ
ປາຊິຟິກ ໃຫ້ສັ້ນລົງ ແລະທ່ານຈະກັບຄືນມານະຄອນຫລວງ
ວໍຊິງຕັນເພື່ອເລີ້ມການສົນ ທະນາຫາລື ກັບບັນດາຜູ້ນໍາລັດ
ຖະສະພາ ແນໃສ່ເພື່ອໃຫ້ບັນລຸການຕົກລົງກ່ຽວກັບແຜນການ
ຕັດການຂາດດຸນງົບປະມານກ່ອນຈະສີ້ນປີນີ້.
ທໍານຽບຂາວກ່າວວ່າ ທ່ານ Obama ຈະອອກເດີນທາງໃນ
ວັນພຸດມື້ນີ້ ແລະຄາດວ່າຈະມາເຖິງກຸງວໍຊິງຕັນ ໃນຕອນເຊົ້າ
ຂອງວັນພະຫັດ.
ໃນຕົ້ນອາທິດແລ້ວນີ້ ປະທານາທິບໍດີໂອບາມາ ກ່າວວ່າ ທ່ານ
ແລະປະທານສະພາຕໍ່າສະຫະລັດ ທີ່ສັງກັດພັກຣີພັບບລິກັນ
ທ່ານ John Boehner ໃກ້ທີ່ຈະຕົກລົງກັນໄດ້ແລ້ວໃນການປະນີປະນອມ ເພື່ອບໍ່ໃຫ້ເກີດ
ໃນອັນທີ່ເອີ້ນກັນວ່າ “ເຫວງົບປະມານ” ຊຶ່ງເປັນການບັງຄັບໃຫ້ຕັດການໃຊ້ຈ່າຍຕ່າງໆລົງ
500 ພັນລ້ານໂດລາ ແລະຂື້ນການເກັບພາສີທີ່ອາດຈະມີຜົນກະທົບຕໍ່ພວກຄົນງານຊາວ
ອາເມຣິກັນ ເກືອບທຸກໆຄົນ ຊຶ່ງຈະເລີ້ມມີຜົນບັງຄັບໃນວັນທີ 1 ມັງກອນ ຈະມາເຖິງນີ້.
ແຕ່ຕົກມາເຖິງທ້າຍອາທິດແລ້ວນີ້ ການພະຍາຍາມທັງໝົດບໍ່ໄດ້ເປັນໄປຕາມທີ່ໄດ້ວາງແຜນໄວ້ ໃນຂະນະທີ່ບັນດາສະມາຊິກລັດຖະສະພາທັງຫລາຍ ພາກັນກັບຄືນບ້ານໄປພັກຜ່ອນ
ສະຫລອງບຸນຄຣິສຕ໌ມາສຂອງເຂົາເຈົ້າ.