ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ ໂອບາມາ ໄວ້ອາໄລ ແກ່ຜູ້ເຄາະຮ້າຍ ຢູ່ລັດ Connecticut


ປະທານາທິບໍດີ Barack Obama ແລະຊາວອາເມຣິກັນ ຈະພາກັນ ຢືນໄວ້ອາໄລ ໃນເວລາ 9:30 ຕອນເຊົ້າມື້ນີ້ ຕາມເວລາຂອງພາກຕາ
ເວັນອອກສະຫະລັດ
ປະທານາທິບໍດີ Barack Obama ແລະຊາວອາເມຣິກັນ ຈະພາກັນ ຢືນໄວ້ອາໄລ ໃນເວລາ 9:30 ຕອນເຊົ້າມື້ນີ້ ຕາມເວລາຂອງພາກຕາ ເວັນອອກສະຫະລັດ
ປະທານາທິບໍດີສະຫະລັດ ທ່ານ Barack Obama ​ແລະຊາວ
​ອາ​ເມຣິ ກັນ ພາກັນ​ຢືນສະຫງົບສະຕິ​ອາລົມ ​ໃນ​ເວລາ 9 ​ໂມງ​
ເຄິ່ງ ຕອນ​ເຊົ້າ ຂອງ​ວັນ​ສຸກ​ມື້ນີ້ຕາມ​ເວລາ​ທ້ອງ​ຖິ່ນ​ໃນ​ພາກ​ຕາ
​ເວັນ​ອອກ​ຂອງ​ສະຫະລັດ ​ເພື່ອໄວ້ອາ​ໄລ​ໃຫ້​ແກ່​ບັນດາ​ຜູ້​ເຄາະ​
ຮ້າຍ​ຈາກ​ການ​ຍິງ​ສັງຫານ​ໝູ່ ​ໃນອາ ທິດ​ແລ້ວ​ນີ້ ທີ່​ເມືອງ
Newtown ລັດ Connecticut.

ມີ 26 ຄົນ​ໄດ້​ຖືກ​ສັງຫານ​ໃນວັນ​ສຸກ​ແລ້​ວ ຫຼັງ​ຈາກ​ທ້າວ Adam
Lanza ອາ​ຍຸ 20 ປີ ​ໄດ້​ເປີດ​ສາກ​ລະດົມ​ຍິງຢູ່​ໂຮງຮຽນ​ປະຖົມທີ່​
ເຊື່ອ​ວ່າ​ ລາວ​ເຄີຍ​ໄດ້ໄປ​ເຂົ້າ​ຮຽນ ຢູ່​ທີ່​ນັ້ນ. 20 ຄົນ​ ຂອງ​ຜູ້​ເຄາະ
ຮ້າຍແມ່ນ​ພວກເດັກນ້ອຍ.

ບັນ​ດາ​ນັກ​ສືບສວນ​ເຊື່ອ​ວ່າ ທ້າວ Lanza ​ໄດ້​ສັງຫານ​ແມ່​ຂອງ​ລາວ ກ່ອນ​ທີ່​ລາວ​ຂັບ​ລົດ​ໄປ​ໂຮງຮຽນ ບ່ອນ​ທີ່​ລາວໄດ້ຂ້າ​ໂຕ​ເອງຕາຍ. ບັນ ດາ​ເຈົ້າ​ໜ້າ​ທີ່​ກຳລັງພະຍາຍາມ​ພິສູດ​ເບິ່ງ​ວ່າ ແມ່ນ​ຫຍັງ​ທີ່ເປັນສາ​ເຫດ.

ການ​ຍິງສັງຫານ​ຢ່າງ​ບໍ່​ເລືອກ​ໜ້າ ​ໄດ້​ເຮັດ​ໃຫ້​ສະຫະລັດ ເກີ​ດການໂຕ້​ຖຽງ​ກັນ​ຄືນໃໝ່​ອີກ
ກ່ຽວ​ກັບການ​ຄວບ​ຄຸ​ມອາວຸດ ​ແລະຄວາມ​ຮຸນແຮງ​ທີ່ ​ເກີດ​ຈາກອາວຸດ​ປືນ. ​ໃນ​ວັນພ​ະຫັດ​ວານ​ນີ້ ຄະນະ​ກໍາມະການຂອງ ​ລັດ ຖະບານ​ກາງສະຫະລັດ ທີ່​ຮັບຜິດຊອບ​ກ່ຽວ​ກັບ​ຄວາມ​ຮຸນ​ແຮງ ຈາກ​ອາ​ວຸດ​ປືນ ​ໄດ້ປະ​ກອບມາ​ຂື້ນ​ເພື່ອ​ຮັບ​ມື​ກັບ​ການ​ຍິງ​ສັງຫານ​ທີ່​ໄດ້​ເກີດ​ຂຶ້ນ ຫຼາຍໆ​ຄັ້ງນັ້ນ ​ໄດ້​ພົບປະ​ກັນ​ເປັນ​ຄັ້ງ​ທຳ​ອິດ.

ຮອງ​ປະທານາທິບໍດີສະຫະລັດ ທ່ານ Joe Biden ​ໄດ້​ກ່າວ​ຕໍ່​ຄະນະ ກຳມະການ​ນີ້ວ່າ ລັດຖະບານທ່ານ Obama ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ຫາ​ທາງ​ແກ້​ໄຂ ຊຶ່ງຮວມ​ທັງ ຄວາມ​ຄິດ​ຄວາມ​ເຫັນ​ຈາກ​ປະຊາ​ຄົມທີ່​ກຳກັບ ນຳໂຣກ​ຈິດແລະ​ການ​ສຶກສາ​ ພ້ອມ​ທັງ​ບັນດາ​ຜູ້​ຊ່ຽວ
ຊານ​ດ້ານ​ກົດໝາຍ ​ເພື່ອ​ແກ້​ໄຂ​ສິດທິຕາມກົດໝາຍ​ລັດຖະທຳ​ມະນູນ​ຂອງປະຊາຊົນ​ສະຫະລັດ ທີ່​ມີ​ສິດ​ເປັນ​ເຈົ້າ​ຂອງ​ຖື​ອາວຸດ​ປືນ​ໄດ້​ນັ້ນ.

​ໃນ​ວັນ​ພຸດຜ່ານມານີ້ ທ່ານ Obama ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະສະພາສະ ຫະລັດ​ ນຳ​ກັບ​ມາ​ໃຊ້​ຄືນ​ໃໝ່​ຂໍ້​ຫ້າມ​ການ​ມີອາວຸດສົງ​ຄາມທີ່​ໝົດອາຍຸ​ໄປ ​ໃນ​ປີ 2004 ນັ້ນ.

​ໃນ​ຂະນະ​ດຽວ​ກັນ ສະມາ​ຄົມ​ປືນ​ຍາ​ວແຫ່ງ​ຊາດທີ່ມີ​ອິດ​ທິພົນ ​ຊຶ່ງເປັນ​ອົງການ​ໃຫຍ່​ທີ່​ສຸດ
ທີ່​ປົກ​ປ້ອງສິດທິ​ໃນ​ການ​ຖື​ປືນ​ຢູ່ໃນສະຫະລັດ ​ມີ​ກຳ ນົດທີ່​ຈະຈັດ​ປະຊຸມ​ຖະ​ແຫຼງຂ່າວ​ໃນ​ວັນ​ສຸກ​ມື້​ນີ້. ​ໃນ​ວັນ​ອັງຄານ​ຜ່ານ​ມາ ກຸ່ມ​ດັ່ງກ່າວ​ໄດ້​ກ່າວ​ວ່າ ບັນດາ​ສະ​ມາ​ຊິກ​ຂອງ​ຕົນ​ເກີດ​ “​ຄວາມ​ຕື່ນ​ຕົກ​ໃຈ” ​ໃນການ​ຍິງ​ກັນ​ທີ່​ລັດ Connecticut ແຕ່​ວ່າ​ຢາກ​ໃຫ້​ເວລາແກ່​ບັນ ດາ​ຄອບຄົວຂອງ​ຜູ້​ເຄາະ​ຮ້າຍ​ໄວ້ອາ​ໄລ ກ່ອນ​ທີ່ຈະອອກ​ຖະ​ແຫລ​ງການ ​ເພີ້​ມ​ເຕີມໃດໆ.

ພິທີ​ສົງ​ສະການ​ຈະ​ເລີ້ມ​ຂື້ນ​ອີກໃນ​ວັນ​ສຸກ​ມື້​ນີ້ ​ແກ່​ບັນດາ​ຜູ້​ເຄາະ​ຮ້າຍ. ຢ່າ​ງໜ້ອຍຜູ້​ໃຫຍ່​ສອງ​ຄົນ ​ແລະ​ເດັກນ້ອຍ​ສອງ​ຄົນ ທີ່​ໄດ້​ເຂົ້າ​ໂຮງຮຽນ​ດັ່ງ​ກ່າວ​ ຈະຖືກ​ໄດ້​ນໍາໄປ​ຝັງ.
XS
SM
MD
LG