ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ໂອບາມາ ຈະເນັ້ນຢ້ຳຄຳໝັ້ນສັນຍາ ສ້າງຄວາມດຸ່ນດ່ຽງຄືນໃນ ເອເຊຍ ທີ່ປະເທດ ລາວ


ທຸງຊາດຂອງ 10 ປະເທດ ສະມາຊິກສະມາຄົມປະຊາຊາດ
ແຫ່ງເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ແລະ ຄູ່ຮ່ວມ
ເຈລະຈາຂອງພວກເຂົາເຈົ້າ ຕິດຕັ້ງອ້ອມປະຕູໄຊ ໃນຕົວເມືອງ ນະຄອນຫຼວງວຽງຈັນ, ລາວ. 5 ກັນຍາ, 2016.
ທຸງຊາດຂອງ 10 ປະເທດ ສະມາຊິກສະມາຄົມປະຊາຊາດ ແຫ່ງເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ແລະ ຄູ່ຮ່ວມ ເຈລະຈາຂອງພວກເຂົາເຈົ້າ ຕິດຕັ້ງອ້ອມປະຕູໄຊ ໃນຕົວເມືອງ ນະຄອນຫຼວງວຽງຈັນ, ລາວ. 5 ກັນຍາ, 2016.

ປະທານາທິບໍດີ ບາຣັກ ໂອບາມາ ກຳລັງຫາທາງສ້າງຄວາມແນ່ໃຈໃຫ້ແກ່ບັນດາປະເທດ ໃນເອເຊຍຕາເວັນອອກສຽງໃຕ້ ອີກຄັ້ງໜຶ່ງວ່າ ສະຫະລັດ ໄດ້ມີຄຳໝັ້ນມາຍຢ່າງໜັກ ແໜ້ນຕໍ່ການເຮັດໃຫ້ພາກພື້ນມີຄວາມດຸ່ນດ່ຽງຄືນໃໝ່ ໃນລະຫວ່າງ ການເດີນທາງຄັ້ງປະ ຫວັດ ສາດມານະຄອນຫຼວງວຽງຈັນ, ປະເທດ ລາວ ໃນສັບປະດານີ້.

ການເດີນທາງຮອດ ລາວ ໃນວັນຈັນມື້ນີ້ຂອງທ່ານ ໂອບາມາ ຈະເປັນຂີດໝາຍຄັ້ງທຳອິດ ທີ່ປະທານາທິບໍດີ ສະຫະລັດ ເຊິ່ງກຳລັງດຳລົງຕຳແໜ່ງຢູ່ ໄດ້ເດີນທາງຢ້ຽມຢາມປະເທດ ດັ່ງກ່າວ.

ທ່ານຈະເຂົ້າຮ່ວມໃນກອງປະຊຸມສຸດຍອດ ອາຊຽນ ແລະ ກອງປະຊຸມສຸດຍອດ ເອເຊຍ ຕາເວັນອອກ, ບ່ອນທີ່ທ່ານຈະຫາທາງຂະຫຍາຍສາຍພົວພັນໃຫ້ເລິກເຊິ່ງກວ່າເກົ່າ ແລະ ຂະຫຍາຍອິດທິພົນຂອງ ອາເມຣິກາ ຢູ່ໃນພາກພື້ນແຫ່ງນັ້ນ.

ປ້າຍໂຄສະນາກອງປະຊຸມ ອາຊຽນ ແລະ ທຸງຊາດ ຕິດຕັ້ງທີ່ປະຕູໄຊ ຫຼື Victory Gate.
ປ້າຍໂຄສະນາກອງປະຊຸມ ອາຊຽນ ແລະ ທຸງຊາດ ຕິດຕັ້ງທີ່ປະຕູໄຊ ຫຼື Victory Gate.

ບັນດາເຈົ້າໜ້າທີ່ທຳນຽບຂາວກ່າວວ່າ ທ່ານ ໂອບາມາ ຈະພະຍາຍາມພັດທະນາສາຍພົວ ພັນລະຫວ່າງ ສະຫະລັດ ກັບ ລາວ ໂດຍສະເພາະຂະຫຍາຍຈຸດເພັ່ງໃສ່ພາກພື້ນ ອາເຊຍ ປາຊີຟິກ, ແລະ ເປົ້າໝາຍຂອງ ອາເມຣິກາ ເພື່ອເຮັດໜ້າທີ່ເປັນຜູ້ຖ່ວງນ້ຳໜັກຕໍ່ການຂະ ຫຍາຍບົດບາດ ແລະ ອຳນາດຂອງ ຈີນ ຢູ່ໃນພາກພື້ນ.

ຜູ້ນຳ ສະຫະລັດ ຈະພົບປະກັບປະທານປະເທດ ລາວ ທ່ານ ບຸນຍັງ ວໍລະຈິດ ທີ່ທຳນຽບ ປະທານປະເທດໃນວັນອັງຄານມື້ອື່ນນີ້. ພັກຄອມມູນິສ ລາວ ໄດ້ເລືອກເອົາຜູ້ນຳຄົນໃໝ່ ຂອງຕົນໃນຕົ້ນຂອງປີນີ້.

ລາວ, ເຊິ່ງໄດ້ຖືກຕ້ອງຕິສຳລັບສະຖິຕິດ້ານສິດທິມະນຸດ, ປະຈຸບັນແມ່ນພວມເປັນປະທານ ກອງປະຊຸມສຸດຍອດ ອາຊຽນ.

ບັນດາເຈົ້າໜ້າທີ່ ທຳນຽບຂາວ ກ່າວວ່າ ກອງປະຊຸມ 2 ຝ່າຍຈະສືບຕໍ່ນະໂຍບາຍຂອງລັດ ຖະບານ ກ່ຽວກັບ ການເຂົ້າຫາປະເທດດັ່ງກ່າວ ເຊິ່ງ ສະຫະລັດ ເຄີຍມີສາຍພົວພັນທີ່ມີບັນ ຫາ ລະຫວ່າງ ກັນມາກ່ອນ.

ຫຼັງຈາກນັ້ນ, ທ່ານ ໂອບາມາ ກໍຈະກ່າວຄຳປາໄສ ກ່ຽວກັບ ນະໂຍບາຍໃນທະວີບເອເຊຍ ຂອງທ່ານ ແລະ ຜົນກະທົບຂອງມັນໃນລະຫວ່າງການດຳລົງຕຳແໜ່ງປະທານາທິບໍດີ ຂອງທ່ານ.

ທ່ານ Ben Rhodes ຮອງທີ່ປຶກສາດ້ານຄວາມປອດໄພແຫ່ງຊາດກ່າວວ່າ “ທ່ານຈະເວົ້າ ກ່ຽວກັບ ໄລຍະທາງທີ່ພວກເຮົາໄດ້ມາເຖິງໃນການປັບໂຄງສ້າງໃນພາກພື້ນເອເຊຍ ປາຊີຟິກ ສຳລັບ ສະຫະລັດ ເພື່ອການນຳພາ ແລະ ການໄດ້ມາຢູ່ທີ່ໂຕະໃນກອງປະຊຸມ ເຊັ່ນ ກອງປະຊຸມສຸດຍອດ ອາຊຽນ ແລະ ເອເຊຍຕາເວັນອອກ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG