ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ປ. ໂອບາມາ ຈະໃຫ້ການຄໍ້າປະກັນ ແກ່ ພັນທະມິດໃນຢູໂຣບ ແລະ ປ. ປະເທດຈີນ


ພາບບັບທຶກ ປະທານາທິບໍດີ Barack Obama ໂບກມື ໃນຂະນະທີ່ຍ່າງໄປຂຶ້ນເຮືອບິນເຮລີຄອບເຕີ Marine One ທີ່ ທຳນຽບຂາວ.

ໝາຍກຳ​ນົດການ​ເດີນທາງ​ເທື່ອສຸດທ້າຍ​ໄປ​ຕ່າງປະ​ເທດ ຂອງ ທ່ານ Barack Obama ​ໃນ​ນາມ​ປະທານາທິບໍດີ​ສະຫະລັດນັ້ນ ມີ​ທ່າ​ທາງ​ວ່າ​ຈະ​ຢູ່ໃນ​ທ່າ​ທາງ ​ທີ່​ຂ້ອນ​ຂ້າງຫງອຍ​ເຫ​ງົາ ຫລັງ​ຈາກ​ການ​ເລືອກ​ຕັ້ງທີ່​ບໍ່​ຄາດ​ຝັນ​ເອົາຜູ້​ສະໝັກ​ພັກ ຣີພັບ​ບລິ​ກັນທ່ານ Donald Trump ທີ່ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າຈະຍົກເລີກບູລິ​ມະ​ສິດ​ຈຳນວນ​ນຶ່ງ​ຂອງທ່ານ Obama ​ໄດ້​ເຮັດໃຫ້​ເກີດ​ຄວາ​ມ​ເປັນ​ຫ່ວງ​ຢູ່​ໃນ​ຫຼາຍໆ​ພາກສ່ວນ​ຂອງ​ໂລກ. ຮອງ​ທີ່​ປຶ​ກສາດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ Ben Rhodes ​ໄດ້ແຈ້ງ​ໃຫ້​ພວກ​ບັນດາ​ນັກ​ຂ່າວ​ຊາບ ກ່ຽວ​ກັບ​ດານ​ເດີນທາງ​ຂອງທ່ານ Obama ຢູ່ກອງ​ປະຊຸທາ​ງ​ໂທລະ​ສັບ ​ໃນວັນ​ສຸກ​ວານ​ນີ້​.

ທ່ານ Rhodes ຍອມຮັບ​ວ່າ ການເລືອກ​ຕັ້ງ ທີ່ບໍ່​ຄາດ​ຝັນ​ຂອງທ່ານ Trump ​ແລະ​ຜົນ​ກະ ທົບ​ຕໍ່​ຄວາມ​ສຳພັນ​ສອງ​ຝ່າຍ ​ແລະ​ບັນດາຂໍ້​ຕົກລົງກັບ​ນາໆ​ຊາດມີ ທ່າ​ທາງ​ວ່າຈະ​ເປັນ​ຫົວ​ຂໍ້ສຳຄັນ ຢູ່​ໃນ​ຈິດ​ໃຈ​ຂອງ​ພວກຜູ້ນຳ​ໂລກ. ປະທານາທິບໍດີ Obama ກ່ອນ​ອື່ນ​ໝົດຈະ​ເດີນທາງ​ໄປ Greece ບ່ອນ​ທີ່​ທ່ານ​ຈະ​ຢ້ຽມຢາມ ວັດ Parthenon ​ແລະ​ກ່າວ​ຄຳ​ປາ​ໃສ​ທີ່​ສຳຄັນ​ຢູ່​ນະ​ຄອນ Athens ກ່ຽວ​ກັບ​ການ​ທ້າ​ທາຍ​ທີ່ເກີດ​ຈາກ​ໂລກາ​ພິວັດ.

ຈາກນັ້ນ​ໄປ ທ່ານ Obama ຈະມຸ້​ງໜ້າ​ສູ່​ເຢຍຣະມັນ ບ່ອນ​ທີ່​ທ່ານ​ ຈະ​ປະຊຸມ​ສອງ​ຝ່າຍ ​ກັບນາຍົກລັດຖະມົນຕີ Angela Merkel ​ແລະ​ຮ່ວມ​ກອງ​ປະຊຸມ​ນັກ​ຂ່າວ​ໃນ​ວັນ​ພະຫັດ. ທ່ານ​ຍັງ​ຈະ​ພົບ​ປະ​ກັບ​ບັນດາ​ຜູ້ນຳ​ອັງ​ກິດ ​ແລະ​ຝຣັ່ງ ທີ່ນະຄອນ Berlin. ຈາກ​ນັ້ນ ທ່ານ Obama ຈະ​ເດີນທາງ​ໄປນະ​ຄອນ Lima ປະ​ເທດ Peru ​ເພື່ອເຂົ້າຮ່ວມກອ​ງປະຊຸມສຸດ​ຍອດການ​ຮ່ວມ​ມື​ເສດຖະກິດ​ເອ​ເຊຍແລະປາຊິ​ຟິກຫລື APEC​. ຢູ່​ນອກ​ກອງປະຊຸມ​ສຸດ​ຍອດ​ດັ່ງກ່າວ ທ່ານ Obama ຍັງຈະ​ພົບ​ປະ​ສອງ​ຝ່າຍ ກັບປະທານ​ປະ​ເທດຈີນ ທ່ານ Xi Jinping ​ໃນ​ວັນ​ເສົາ​ແລະ​ນາຍົກລັດຖະມົນຕີອອສ​ເຕຣ​ເລຍທ່ານ Malcolm Turnbull ​ໃນ​ວັນ​ອາທິດ.

ລັດຖະມົນຕີປ້ອງກັນປະເທດເຢຍຣະມັນ ທ່ານນາງ Ursula von der Leyen (ກາງ) ສົນທະນາກັບ ລັດຖະມົນຕີປ້ອງກັນປະເທດ Greek ທ່ານ Panos Kammenos (ຂວາ)
ລັດຖະມົນຕີປ້ອງກັນປະເທດເຢຍຣະມັນ ທ່ານນາງ Ursula von der Leyen (ກາງ) ສົນທະນາກັບ ລັດຖະມົນຕີປ້ອງກັນປະເທດ Greek ທ່ານ Panos Kammenos (ຂວາ)

ທ່ານ Rhodes ​ໄດ້​ຖືກ​ຖາມ​ຊໍ້າ​ແລ້​ວຊໍ້າ​ອີກ​ວ່າ ​ການ​ເດີນທາງໃນ​ຄັ້ງນີ້ຈະ​ຖືກ​ບົດ​ບັງຫລື ​ບໍ່ດ້ວຍ​ການ​ເລືອກ​ຕັ້ງ​ຂອງ​ທ່ານ Trump ຜູ້​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາທີ່​ຈະ​ຍົກ​ເລີກຫລາຍ
ຢ່າງ​ທີ່ທ່ານ Obama ​ເຫັນ​ວ່າ​ເປັນຄວາມ​ສຳ​ເລັດ ​ໃນນະ​ໂຍບາຍ​ຕ່າງປະ​ເທດ​ທີ່ສຳຄັນ​ຂອງ​ທ່ານ ​ເຊັ່ນ​ວ່າຂໍ້ຕົກລົງວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາກາດປາຣີ ​ແລະ​ຂໍ້​ຕົກ ລົງ​ເພື່ອ​ຫລຸດຜ່ອນ​ໂຄ​ງການ​ນິວ​ເຄລຍຂອງ​ອີຣ່ານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG